ຄະນະຜູ້ແທນອົງການກວດກາລັດຖະບານແຫຼ່ງ ສປປ ລາວ ໄດ້ເຄື່ອນພົບປະແລກປ່ຽນບົດຮຽນນຳ ຄະນະກວດກາລັດຖະບານແຫ່ງ ສສ ຫວຽດນາມ ໃນວັນທີ 25-28 ກໍລະຜ່ານມາ ເພື່ອເສີມຂະຫຍາຍການພົວພັນຮ່ວມມືວຽກງານດັ່ງກ່າວໃຫ້ແໜ້ນແຟ້ນດີຍິ່ງຂຶ້ນ.

ຄະນະຜູ້ແທນຝ່າຍລາວນໍາໂດຍ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ປະທານອົງການກວດກາລັດຖະບານ; ຝ່າຍຫວຽດນາມນໍາໂດຍ ທ່ານ ເລມິງຄາຍ ກໍາມະການສູນກາງພັກ, ຫົວໜ້າຄະນະກວດກາລັດຖະບານ.

ທ່ານ ເລມິງຄາຍ ໄດ້ກ່າວຕ້ອນຮັບຄະນະຜູ້ແທນຂັ້ນສູງຝ່າຍລາວ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເຊິ່ງເປັນເຫດການທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພື່ອເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະໃນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງຄະນະກວດກາລັດຖະບານລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ການພົບປະແລກປ່ຽນບົດຮຽນຄັ້ງນີ້, ທັງສອງຝ່າຍໄດ້ພັດປ່ຽນກັນແຈ້ງສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານຕິດຕາມ-ກວດກາລັດ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ພ້ອມທັງແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາທີ່ຕ່າງຝ່າຍໃຫ້ຄວາມສົນໃຈ.

ທັງສອງຝ່າຍເຫັນກົງກັນວ່າວຽກງານກວດກາລັດ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງເປັນວຽກງານໜຶ່ງທີ່ສໍາຄັນ ແລະ ຈໍາເປັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ສ້າງໃຫ້ສັງຄົມມີຄວາມສະຫງົບ ແລະ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ.

ໃນໂອກາດໄປຢ້ຽມຢາມແລກປ່ຽນບົດຮຽນວຽກງານກວດກາລັດຢູ່ ສສ ຫວຽດນາມໃນຄັ້ງນີ້, ຄະນະຜູ້ແທນອົງການກວດກາລັດຖະບານແຫຼ່ງ ສປປ ລາວ ໄດ້ຢ້ຽມຂໍ່ານັບການນໍາພັກ-ລັດ ສສ ຫວຽດນາມ, ແລກປ່ຽນບົດຮຽນວຽກງານກວດກາລັດ ກັບ ຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ແລະ ລັດວິສາຫະກິດໄຟຟ້າຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ອີກດ້ວຍ.

ຄະນະຜູ້ແທນອົງການກວດກາລັດຖະບານແຫຼ່ງ ສປປ ລາວ ໄດ້ເດີນທາງກັບຄືນນະຄອນຫຼວງວຽງຈັນ ໃນວັນທີ 28 ກໍລະກົດ 2018.