ໃນວັນທີ 1 ສິງຫາ 2018, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມກັບ ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໂດຍເນັ້ນໃຫ້ເປັນເຈົ້າການຊ່ວຍກັນໃນການສຶກສາອົບຮົມດ້ານການເມືອງແນວຄິດໃຫ້ພະນັກງານ ຕະຫຼອດຮອດພໍ່-ແມ່ປະຊາຊົນທີ່ຢູ່ໃກ້ກັບແລວທາງລົດໄຟ ລາວ-ຈີນ ເພື່ອປະກອບສ່ວນໃຫ້ການຮ່ວມມື ແລະ ຊຸກຍູ້ໂຄງການດັ່ງກ່າວໃຫ້ສໍາເລັດແຜນການທີ່ວາງໄວ້.

ພົຕ ກົງທອງ ພົງວິຈິດ ໄດ້ກ່າວຮຽກຮ້ອງໃຫ້ຄະນະນຳຢູ່ແຕ່ລະຂັ້ນ ໂດຍສະເພາະຄະນະພັກ-ຄະນະບັນຊາ ປກສ ແຂວງຫຼວງນໍ້າທາ ຈົ່ງສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເປັນເຈົ້າການຊ່ວຍກັນສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ພະນັກງານທະຫານ, ຕໍາຫຼວດ, ພໍ່-ແມ່ປະຊາຊົນ ຜູ້ທີ່ມີພື້ນທີ່ດິນປຸກສ້າງ, ດິນປູກຝັງຖືກກັບແລວທາງລົດໄຟ ລາວ-ຈີນ ໃຫ້ແຕ່ລະພາກສ່ວນເຂົ້າໃຈຕໍ່ແນວທາງ ແລະ ໃຫ້ຄວາມຮ່ວມມືຕໍ່ອົງການຈັດຕັ້ງພັກ-ລັດ ເພື່ອປະກອບສ່ວນເຮັດໃຫ້ໂຄງການສ້າງດັ່ງກ່າວສຳເລັດຕາມກົດນົດການ.

ໃນພິທີພົບປະຍັງໄດ້ມີການຜ່ານເນື້ອໃນເອກະສານຄຳສັ່ງແນະນຳຂອງລັດຖະມົນຕີກະຊວງ ປກສ ເລກທີ 1236/ປກສ ລົງວັນທີ 12 ກໍລະກົດ 2018 ວ່າດ້ວຍ ການຍົກສູງຄວາມຮັບຜິດຊອບວຽກງານ ປກສ ໃນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ເນື້ອໃນບົດສະຫຼຸບສະພາບການຈັດຕັ້ງເຄື່ອນໄຫວວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່ເຂດນາເຕີຍ, ບໍ່ເຕ່ນ ແຂວງຫຼວງນໍ້າທາ, ເຊິ່ງໄດ້ແບ່ງອອກເປັນ 4 ຈຸດປ້ອງກັນ ປະກອບມີພະນັກງານ 54 ສະຫາຍ, ໄລຍະ 6 ເດືອນຕົ້ນປີ 2018 ໄດ້ເຄື່ອນໄຫວລາດຕະເວນ ແລະ ປ້ອງກັນເວນຍາມ 818 ຄັ້ງ ມີ 3.349 ແຮງງານ ແລະ ໄດ້ເຂົ້າຮ່ວມແກ້ໄຂບັນດາປະກົດການຫຍໍ້ທໍ້ອື່ນໆອີກຈຳນວນໜຶ່ງ.