ກອງບັນຊາການປ້ອງກັນສູນກາງກະຊວງ ປກສ ໄດ້ເປີດຊຸດຝືກອົບຮົມວຽກງານຕິດຕໍ່ສື່ສານ ( ໂຟນີ ) ໃຫ້ກໍາລັງຢູ່ບັນດາກອງຮ້ອຍ, ໂຮງຮຽນທີ່ຂຶ້ນກັບປ້ອງກັນສູນກາງ ໃນວັນທີ 2 ສິງຫາ 2018, ເປັນປະທານໂດຍ ພັອ ສົມພົງ ຂໍາວິລຸນ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະກອງບັນຊາການ, ຫົວໜ້າ-ຮອງຫ້ອງ, ຫົວໜ້າ-ຮອງກອງຮ້ອຍ, ໂຮງຮຽນ, ໝວດ-ໝູ່, ພະນັກງານ-ນັກຮົບ, ນັກສໍາມະນາກອນເຂົ້າຮ່ວມ.

ພັອ ສົມພົງ ຂໍາວິລຸນ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້, ແນໃສ່ການຍົກສູງຄວາມຮູ້-ຄວາມສາມາດຂອງກໍາລັງປ້ອງກັນຄວາມສະຫງົບ, ເວົ້າສະເພາະແມ່ນກໍາລັງປ້ອງກັນສູນກາງ ໃຫ້ມີຄວາມສໍານິສໍານານ, ຄ່ອງແຄ້ວວ່ອງໄວໃນການນໍາໃຊ້ເຄື່ອງຕິດຕໍ່ສື່ສານ ( ໂຟນີ ) ໃນເວລາປະຕິບັດໜ້າທີ່ ເພື່ອເຮັດໃຫ້ວຽກງານດັ່ງກ່າວນັ້ນມີຄວາມຮັບປະກັນທາງດ້ານການຕິດຕໍ່ສື່ສານ, ການປະສານງານລະຫວ່າງຈຸດໜຶ່ງຫາຈຸດໜຶ່ງ, ລະຫວ່າງບຸກຄົນໜຶ່ງຫາບຸກຄົນໜຶ່ງ ໃຫ້ມີຄວາມເຂົ້າໃຈກັນຢ່າງຈະແຈ້ງດ້ວຍການຜ່ານເຄື່ອງຕິດຕໍ່ສື່ສານ.

ຊຸດຝຶກອົບຮົມໃຊ້ເວລາ 1 ວັນເຕັມ, ມີກໍາລັງເຂົ້າຮ່ວມຝຶກອົບຮົມ 144 ຄົນ ຍິງ 4 ຄົນ, ໄດ້ຮຽນຮູ້ 5 ວິຊາ ຄື: ຄວາມໝາຍ-ຄວາມສໍາຄັນຂອງວຽກງານສື່ສານ, ການນໍາໃຊ້ຕ່າງໜ່າງ ແລະ ກົດໂທລະລົມຕິດຕໍ່ສື່ສານ, ວິທີການນໍາໃຊ້ເຄື່ອງຈັກໂຟນີ, ວິທີການຕິດຕໍ່ສື່ສານປ້ອງກັນສູນກາງ ແລະ ການປຶກສາຫາລືປະກອບຄໍາຄິດເຫັນຕໍ່ການນໍາໃຊ້ເຄື່ອງຈັກສື່ສານໃນໄລຍະຜ່ານມາ ແລະ ຊອກຫາວິທີແກ້ໄຂຮ່ວມກັນໃຫ້ດີຂຶ້ນ.