ຄົນຮ້າຍກໍ່ເຫດປີນເຂົ້າເຮືອນປະຊາຊົນຢູ່ບ້ານດົງດຳດວນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ແລ້ວເຂົ້າໄປຄົ້ນເອົາຄໍາຮູບປະພັນໃນຕູ້ເຊັບ ໄດ້ຈໍານວນຫຼາຍໜີໄປ. ແຕ່ກໍບໍ່ສາມາດໄປໄດ້ໄກ ຖືກເຈົ້າໜ້າທີ່ຕໍາຫຼວດ ສືບສວນ-ສອບສວນ ປກສ ແຂວງສະຫວັນນະເຂດ ຕິດຕາມຈັບໄດ້ໃນວັນດຽວກັນໃນຂະນະທີ່ກໍາລັງເອົາໄປຂາຍຢູ່ຕະຫຼາດສະຫວັນໄຊ.
ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 20 ກໍລະກົດ 2018 ໂດຍຜູ້ເສຍຫາຍ ຊື່ ທ້າວ ໂສ ພາ ອາຍຸ 43 ປີ ຢູ່ບ້ານດົງດຳດວນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ: ມີຄົນຮ້າຍບໍ່ຮູ້ຈໍານວນ ເຂົ້າໄປລັກເອົາຄໍາຮູບປະພັນຢູ່ຕູ້ເຊັບພາຍໃນເຮືອນ, ເຊິ່ງໃນຕູ້ເຊັບມີຄໍາຮູບປະພັນທີ່ເສຍໄປຄື: 1. ສາຍຄໍຄຳ ຈຳນວນ 2 ເສັ້ນ, 2. ກີ້ສາຍຄໍຄຳ 1 ອັນ, 3. ສາຍເເຂນຄຳ ຈຳນວນ 3 ອັນ, 4. ໂມງໃສ່ເເຂນ 1 ໜ່ວຍ, 5. ເເຫວນ ຄຳ 1 ວົງ, 6. ສາຍຄໍຄຳ 4 ເສັ້ນ, 7. ສາຍ ເເຂນເງິນ ຈຳນວນ 3 ເສັ້ນ, 8. ຕຸ້ມຫູເງິນ ຈຳນວນ 3 ຄູ່, 9. ກີ້ຄຳຝຣັ່ງ 1 ອັນ.


ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມ ແມ່ນໄດ້ຈັດກໍາລັງຕໍາຫຼວດວິຊາສະເພາະໄປພິສູດສະຖານທີ່ເກີດເຫດ. ຜ່ານການກວດກາພົບເຫັນຮ່ອງຮອຍຄົນຮ້າຍປີນກໍາແພງເຂົ້າມາແລ້ວງັດປະຕູເຂົ້າໄປໃນເຮືອນ, ເຊິ່ງຢູ່ຫ້ອງນອນພົບເຫັນຕູ້ເຊັບຖືກຫີນເຈຍ (ເມີ້ນ) ປາດຕູ້ເຊັບດ້ານຫຼັງ ແລ້ວເອົາຄໍາຈໍານວນດັ່ງກ່າວໜີໄປ.

ເຈົ້າໜ້າທີ່ໄດ້ປະສານສົມທົບກັບເຈົ້າໜ້າທີ່ຮັກສາຄວາມປອດໄພທີ່ປ້ອງກັນຮ້ານຄ້າຊື້-ຂາຍ ຄໍາຕາມຕະຫຼາດຕ່າງໆ. ຜ່ານການຕິດຕາມກວດກາໄລຍະໜຶ່ງ ຈຶ່ງໄດ້ພົບເຫັນເປົ້າໝາຍທີ່ຕ້ອງສົງໄສ, ກໍາລັງເອົາຄໍາເຂົ້າໄປຖາມຂາຍໃຫ້ຮ້ານ ຄ້າຢູ່ຕະຫຼາດສະຫວັນເຊ ນະຄອນໄກສອນພົມວິຫານ. ເຈົ້າໜ້າທີ່ຈຶ່ງເຂົ້າຈັບຕົວເປົ້າໝາຍ ທ້າວ ຫວໍດີງຈຽວ ອາຍຸ 20 ປີ ກຳມະກອນຢູ່ບ້ານດາຍຮົວດາຍຣ໋ອກ ແຂວງກວາງນາມ ສສ ຫວຽດນາມ.
ຜ່ານການສອບສວນຜູ້ກ່ຽວຮັບສາລະພາບວ່າ: ເປັນຜູ້ກໍ່ເຫດລັກຄໍາຂອງປະຊາຊົນຢູ່ບ້ານດົງດໍາດວນແທ້, ເຊິ່ງໄດ້ສວຍໂອກາດຕອນເຈົ້າຂອງບໍ່ຢູ່. ເບື້້ອງຕົ້ນໄດ້ຕິດຕາມເຮືອນຫຼັງດັ່ງກ່າວມາຫຼາຍວັນແລ້ວ ຈົນຮອດເວລາປະມານ 12:00 ໂມງ ຂອງວັນທີ 20 ກໍລະກົດ ໄດ້ສັງເຫດເຫັ  ນເຈົ້າຂອງເຮືອນຫຼັງດັ່ງກ່າວ ອອກຈາກເຮືອນໄປວຽກ, ຈຶ່ງສວຍໂອກາດໃນໄລຍະດັ່ງກ່າວປີນກຳເເພງ ແລ້ວງັດປະຕູເຂົ້າໄປໃນເຮືອນ ແລ້ວເອົາຖົງຕີນມາໃສ່ ແລະ ໃສ່ຊົບມືທີ່ວາງໄວ້ຢູ່ຫ້ອງເກັບເຄື່ອງພາຍໃນເຮືອນ ເພື່ອປິດບັງຮອຍຕີນ ແລະ ມື. ຈາກນັ້ນ, ກໍຍ່າງເຂົ້າໄປຄົ້ນຫາຊັບສິນແຕ່ລະຫ້ອງນອນ ເພາະແຕ່ລະຫ້ອງນອນບໍ່ໄດ້ລອກປະຕູ, ພໍຄົ້ນໄປແຕ່ລະຫ້ອງ ໄດ້ສັງເກດເຫັນຕູ້ເສບໜຶ່ງໜ່ວຍທີ່ຢູ່ຕີນບ່ອນນອນ, ຈຶ່ງງັດຕູ້ເຊັບໃຫ້ລົ້ມອີງໃສ່ຕຽງນອນ ແລ້ວເອົາຫີນເຈຍ (ເມີ້ນ) ທີ່ກຽມມາຕັດທາງດ້ານຫຼັງຕູ້ເຊັບອອກ ຈິ່ງເຫັນເຄື່ອງຂອງທີ່ມີຄ່າ ປະເພດຄໍາຮູບປະພັນທີ່ຢູ່ໃນກັບສີເເດງ ປະມານ 7 ກັບ ແມ່ນສາຍຄໍຄຳ ແລະ ເງິນ, ຈຶ່ງເອົາຄຳແຕ່ລະກັບໃສ່ຖົງພາຍເພື່ອອອກທາງເກົ່າ ແລ້ວໄປຫາຫ້ອງເຊົ່າຂອງພໍ່ທີ່ຢູ່ຂ້າງເຮືອນຫຼັງດັ່ງກ່າວ.


ພໍໄປຮອດຫ້ອງເຊົ່າ ຈຶ່ງເອົາຄຳອອກມາໃສ່ກັບຢາງສີຂາວ 1 ກັບ, ແລ້ວເອົາສະກ໋ອດຢາງສີເຫຼືອງຄຽນຈົນອ້ອມຮອບ. ຈາກນັ້ນ, ຈຶ່ງເອົາຄຳຮູບປະພັນນີ້ໃສ່ກະຕ່າລົດຈັກໄປຂາຍຢູ່ຕະຫຼາດສະຫວັນໄຊ. ແຕ່ບໍ່ກ້າເຂົ້າໄປຂາຍເພາະຢ້ານກ້ອງວົງຈອນປິດບັນທຶກພາບໄດ້, ຈຶ່ງເຫັນຜູ້ຍິງຄົນໜຶ່ງເປັນຄົນຊາວຫວຽດນາມຄືກັນຍ່າງເລາະຢູ່ໃນຕະຫຼາດ ຈຶ່ງຖາມ ຂາຍຄຳໃຫ້ຜູ້ຍິງຄົນນັ້ນ, ໂດຍຕົກລົງຊື້ເອົາເເຕ່ສາຍຄໍຄຳ 1 ເສັ້ນພ້ອມກີ້ ເເລະ ຕ້າງຫູຄຳ 1 ຄູ່ໃນລາຄາ 2.700 ໂດລາສະຫະລັດ, ຫຼັງຈາກນັ້ນ, ກໍຖືກເຈົ້າໜ້າທີ່ຕໍາຫຼວດຈັບຕົວໄດ້ ພ້ອມຂອງກາງຈໍານວນໜຶ່ງ. ປັດຈຸບັນ, ເຈົ້າ ໜ້າທີ່ກໍາລັງດໍາເນີນການສືບສວນ-ສອບ ສວນ ໃຫ້ກະຈ່າງແຈ້ງກ່ອນສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດສິນຕາມກົດໝາຍ.