ຮອງລັດຖະມົນຕີ ປກສ ຕ້ອນຮັບການຢ້ຽມຂໍ່ານັບຂອງຄະນະຜູ້ແທນກົມປ້ອງກັນພາຍໃນ ກຳປູເຈຍ

0
942

ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພົທ ດຶມ ສາເຮືອນ ຮອງຫົວໜ້າກົມປ້ອງກັນພາຍໃນກົມສັນຕິບານ ສໍານັກງານຕໍາຫຼວດແຫ່ງຊາດ ກະຊວງພາຍໃນແຫ່ງຣາຊະອານາຈັກ ກໍາປູເຈຍ ທີ່ເຂົ້າມາລາຍງານຜົນສໍາເລັດກອງປະຊຸມພົບປະແລກປ່ຽນບົດ ຮຽນກັບກອງບັນຊາການປ້ອງກັນສູນກາງໃນວັນທີ 23 ມັງກອນ 2019.

ໂອກາດນີ້ ພົທ ດຶມ ສາເຮືອນ ໄດ້ລາຍງານຜົນຂອງການພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະກັບກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ແຫ່ງ ສປປ ລາວ, ເປັນປະທານຮ່ວມໂດຍ ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ ແລະ ພົທ ດຶມ ສາເຮືອນ ຮອງຫົວໜ້າກົມປ້ອງກັນພາຍໃນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມທັງສອງຝ່າຍໄດ້ທົບທວນຄືນ ແລະ ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືສອງຝ່າຍລາວ-ກໍາປູເຈຍ ໃຫ້ປະກົດຜົນເປັນຈິງ ທັງເປັນການສ້າງພື້ນຖານຂອງການຮ່ວມມືລະຫວ່າງສອງກະຊວງກໍຄື:

ປະທານຮ່ວມໂດຍ ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ ແລະ ພົທ ດຶມ ສາເຮືອນ ຮອງຫົວໜ້າກົມປ້ອງກັນພາຍໃນ

ກະຊວງ ປກສ ແຫ່ງ ສປປ  ລາວ ແລະ ກະຊວງພາຍໃນແຫ່ງຣາຊະອານາຈັກກໍາປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນກອງບັນຊາການປ້ອງກັນສູນກາງກັບກົມປ້ອງກັນພາຍໃນ; ພ້ອມດຽວກັນນີ້, ທັງສອງຝ່າຍໄດ້ຮ່ວມກັນປຶກ ສາຫາລືກ່ຽວກັບວຽກງານການປ້ອງກັນການນໍາໃນສະພາບການໃໝ່ ແລະ ການສ້າງລາຍຮັບເຂົ້າສູ່ກົມກອງ, ຊຸກຍູ້ສົ່ງເສີມການຜະລິດຂອງກົມກອງລວມໝູ່ ແລະ ການສ້າງເສດຖະກິດຄອບຄົວ ແນໃສ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນກໍາລັງປ້ອງກັນສູນກາງໃຫ້ມີຊີວິດການເປັນຢູ່ດີຂຶ້ນ.

ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ

ທ່ານຮອງລັດຖະມົນຕີກະຊວງ ປກສ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການພົບປະແລກປ່ຽນບົດຮຽນຄັ້ງນີ້ຂອງສອງຝ່າຍ ຖືເປັນຂີດໝາຍອັນສໍາຄັນໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງກະຊວງ ເວົ້າ ລວມ, ເວົ້າສະເພາະກອງບັນຊາການປ້ອງກັນສູນກາງກັບກົມປ້ອງກັນພາຍໃນໃຫ້ມີຄວາມແໜ້ນແຟ້ນ ຂຶ້ນໄປເລື້ອຍໆ.