ພິທີວາງພວງມາລາຢູ່ ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານ ປະທານ ສຸພານຸວົງ

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( ວັນທີ 20 ມັງກອນ 1949 – ວັນທີ 20 ມັງກອນ 2019 ), ການນຳພັກ-ລັດຫຼາຍພາກສ່ວນຂອງ ແຂວງຄຳມ່ວນ ໄດ້ເຂົ້າຮ່ວມພິທີວາງພວງມາລາຢູ່ ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ໃນວັນທີ 22 ມັງກອນທີ່ຜ່ານມາ.

ນຳພາໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ

ໃນພິທີ ນຳໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ມີ ພົຈວ ສົມແຄນ ອັບປະສອນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການນຳພັກ-ລັດຫຼາຍພາກສ່ວນຂອງ ແຂວງຄຳມ່ວນ

ການວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີຕໍ່ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງ ບັນພະບຸລຸດນັກຮົບປະຕິວັດທີ່ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳໆພາຂອງພັກປະຊາຊົນ ປະຕິວັດລາວ ຈົນໄດ້ຮັບໄຊຊະນະ ແລະ ປະກາດເອກະລາດ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເຊິ່ງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງດັ່ງກ່າວ ໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈຂອງທົ່ວປວງຊົນລາວທັງຊາດຕະຫຼອດໄປ.

ວາງພວງມາລາ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ