ແຂວງຄຳມ່ວນ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

ວັນທີ 23 ມັງກອນ 2019, ແຂວງຄຳມ່ວນ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ເຂົ້າຮ່ວມໂດຍ ພົຕ ຄຳຫຼ້າ ພັນໄຊຍະສຸກ ກຳມະການພັກກະຊວງ, ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີບັນດາສະຫາຍການນຳພັກ-ລັດແຂວງ, ພະນັກງານອາວຸໂສບຳນານ, ສະຫາຍເພື່ອນມິດ ສສ ຫວຽດນາມ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານລັດຖະກອນ, ນັກຮຽນ-ນັກສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ມວນຊົນຊາວແຂວງຄຳມ່ວນ ເຂົ້າຮ່ວມ.

ໃນພິທີ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນກ່າວວ່າ: 

ນັກງານລັດຖະກອນ, ນັກຮຽນ-ນັກສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ມວນຊົນຊາວແຂວງຄຳມ່ວນ ເຂົ້າຮ່ວມ

ເມື່ອຫວນຄືນກ່ອນໜ້ານີ້ 70 ປີ ຄືວັນທີ 20 ມັງກອນ 1949 ກອງລາດຊະວົງ ເຊິ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວ ໃນປັດຈຸບັນໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ນຳພາກໍ່ຕັ້ງ ແລະ ຊີ້ນຳບັນຊາໂດຍກົງ; ພາຍຫຼັງສ້າງຕັ້ງຂຶ້ນກໍປະເຊີນໜ້າກັບການຕໍ່ສູ້ປົດປ່ອຍຊາດຈາກຜູ້ຮຸກຮານກໍ່ຄື: ຈັກກະພັດລ່າເມືອງແບບເກົ່າ ແລະ ໃໝ່ ກອງທັບປະຊາຊົນລາວໄດ້ສູ້ຮົບຢ່າງມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ,

ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກນາໆປະການ, ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມລິກາ ແລະ ລູກແຫຼ້ງຕີນມືຂອງພວກເຂົາສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ.

ນັກຮຽນມອບດອກໄມ້ໃຫ້ແກ່ຄະນະປະທານ

ສຳລັບແຂວງຄຳມ່ວນ ແມ່ນຕິດພັນຢ່າງສະໜິດແໜ້ນກັບ ການປະຕິວັດຊາດເປັນກຳລັງປະກອບອາວຸດທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າໄດ້ຕໍ່ສູ້ຢ່າງພິລະອາດຫານ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ກອງທັບປະຊາຊົນລາວ ຈະສືບຕໍ່ຜັນຂະຫຍາຍມູນເຊື້ອກອງທັບວິລະຊົນຂອງຊາດລາວ, ວິລະຊົນຄົນລາວພິລະອາດຫານ, ເດັດດ່ຽວຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ,ສ້າງຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງກວ່າເກົ່າ, ກໍ່ສ້າງກອງທັບປະຊາຊົນລາວກໍຄື: ກຳລັງທ້ອງຖິ່ນໃຫ້ກາຍເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາກ້າວຂຶ້ນຕາມເສັ້ນທາງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.