ເຜີຍແຜ່ໂດຍ ພົຈວ ອາລູ ວາລີຊື

ກົມໃຫຍ່ການເມືອງກະຊວງ ປກສ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງກົມໃຫຍ່ການເມືອງ ປກສ ໃນວັນທີ 23 ມັງກອນ 2019.

ການເຜີຍແຜ່ມະຕິໃນຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາຂັ້ນຕ່າງໆໄດ້ຮັບຮູ້, ເຂົ້າໃຈ, ກໍາແໜ້ນ ແລະ ເປັນເອກະພາບສູງກ່ຽວກັບທັດສະນະ, ທິດທາງ, ວິທີການ ແລະ ມາດຕະການທີ່ສູນກາງພັກວາງອອກ, ຄົ້ນຄວ້າບັນດາມາດຕະການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີປະສິດທິຜົນສູງ ເພື່ອແກ້ໄຂສະພາບການຕ່າງໆ ແລະ ສ້າງຂະບວນການຈັດຕັ້ງປະຕິບັດຢ່າງແຂງແຮງທົ່ວເຖິງ ເຮັດໃຫ້ເກີດມີການຫັນປ່ຽນຕົວຈິງທີ່ມີລັກສະນະບຸກທະລຸໃນຂົງເຂດວຽກງານ ເພື່ອຍູ້ແຮງການພັດທະນາເສດຖະກິດແຫ່ງຊາດ, ເປັນເຈົ້າການປະຕິບັດເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນດ້ານຕ່າງໆໃຫ້ບັນລຸຕາມຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ X ໄດ້ວາງອອກ.

ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ

ມະຕິທີ່ນໍາມາເຜີຍແຜ່ໃນຄັ້ງນີ້ປະກອບມີມະຕິເລກທີ 056/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບົບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ແລະ ມະຕິເລກທີ 057/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍ, ການເພີ່ມທະວີການນໍາພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ; ເຊິ່ງຜັດປ່ຽນກັນເຜີຍແຜ່ໂດຍ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ.

ຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃນປັດຈຸບັນ ແມ່ນໝາຍເຖິງບັນດາການຈັດຕັ້ງພັກ, ອໍານາດການປົກຄອງ, ແນວລາວສ້າງຊາດ ແລະ ບັນດາການຈັດຕັ້ງການເມືອງ-ສັງຄົມຂອງມະຫາຊົນທີ່ປະກອບ ເປັນລະບົບການເມືອງຂັ້ນບ້ານ ໂດຍມີຮາກຖານພັກເປັນແກນນໍາ, ແມ່ນການຈັດຕັ້ງ ແລະ ການເຄື່ອນໄຫວຂອງຮາກຖານພັກ, ຂອງບັນດາການຈັດຕັ້ງມະຫາຊົນຢູ່ຫົວໜ່ວຍລັດຖະການ, ຫົວໜ່ວຍເສດຖະກິດ, ສັງຄົມ ແລະ ກໍາລັງປະກອບອາວຸດທີ່ຢູ່ພາຍໃຕ້ການຊີ້ນໍາໂດຍກົງຂອງຄະນະພັກ ຫຼື ອົງການຈັດຕັ້ງມະຫາຊົນ.

ທິດທາງໃນການປັບປຸງຮາກຖານການເມືອງໃນຕໍ່ໜ້າ ໂດຍສະເພາະໃນຮາກຖານກໍາລັງປະກອບອາວຸດຕ້ອງຕິດພັນກັບການສຶກສາອົບຮົມມູນເຊື້ອອັນສະຫງ່າອົງອາດຂອງພັກ ແລະ ກໍາລັງປະກອບອາວຸດປະຊາຊົນ, ເພີ່ມທະວີການມີລະບຽບວິໄນ, ຮັບປະກັນປະຕິບັດການສ້າງກົມກອງໃຫ້ເຂັ້ມແຂງ, ກ້າວສູ່ທັນສະໄໝ, ຕ້ານສະກັດກັ້ນບັນດາປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ນັກຮົບ.

ເຜີຍແຜ່ມະຕິ 7 ຂອງສູນກາງພັກ ໃຫ້ພະນັກງານຫຼັກແຫ່ງ

ພ້ອມດຽວກັນນັ້ນ, ກໍດໍາເນີນການກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຕິດພັນກັບຂະບວນການສ້າງກົມກອງແຂງ-ໜ່ວຍພັກປອດໃສ, ເຂັ້ມແຂງ, ເສີມຂະຫຍາຍບົດບາດນໍາພາ, ບັນຊາຢ່າງຕໍ່ເນື່ອງຕໍ່ຂະບວນການແຂ່ງຂັນປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສ້າງພະລາທິການ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ແກ່ພະນັກງານ-ນັກຮົບຮາກຖານ.

ການເພີ່ມທະວີການນໍາພາຂອງພັກຕໍ່ຂງເຂດເສດຖະກິດນັ້ນເປັນໜຶ່ງໃນເນື້ອໃນຍົກສູງຄວາມສາມາດນໍາພາຂອງພັກທີ່ກອງປະຊຸມໃຫຍ່ ຄັ້ງທີ X ວາງອອກ ເພື່ອສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທີ່ກໍາລັງເກີດຂຶ້ນທາງດ້ານເສດຖະກິດ-ການເງິນຂອງປະເທດພ້ອມກັນນັ້ນກໍ່ເປັນການປັບປຸງຄວາມເຂັ້ມແຂງໃນການຄຸ້ມຄອງມະຫາພາກທາງດ້ານເສດຖະກິດເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຕາມທິດຍືນຍົງ, ສາມາດຂຸດຄົ້ນ ແລະ ເສີມຂະຫຍາຍບັນດາທ່າແຮງບົ່ມຊ້ອນຂອງຊາດ ແລະ ເປັນເຈົ້າການປະຕິບັດການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສະເພາະຫັນປະເທດໃຫ້ກາຍເປັນປະເທດເຊື່ອມຈອດ ແລະ ເປັນໜຶ່ງໃນຈຸດດຶງດູດການລົງທຶນເພື່ອພັດທະນາ.

ຄະນະພັກ-ຄະນະບັນຊາ, ໜ່ວຍພັກ ແລະ ສະມາຊິກພັກພາຍໃນກົມເຂົ້າຮ່ວມ

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ:

ໃນວັນທີ 22 ມັງກອນ 2019 ກົມໃຫຍ່ພະລາທິການກະຊວງ ປກສ ກໍໄດ້ຈັດກອງປະຊຸມເຊື່ອມຊຶມມະຕິ 7 ຂອງຄະນະບໍລິຫານງານສູນກາງພັກ ແລະ  ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70   ປີ (20 ມັງກອນ 1949-20 ມັງ ກອນ2019) ເຜີຍແຜ່ໂດຍ ພົຈວ ຄໍາໄຕ ຄໍາແພງເພັດ ຫົວໜ້າກົມໃຫຍ່ພະລາທິການ, ມີຄະນະພັກ-ຄະນະບັນຊາ, ໜ່ວຍພັກ ແລະ ສະມາຊິກພັກພາຍໃນກົມເຂົ້າຮ່ວມ.