ພະນັກງານ, ຄູ-ອາຈານ ພ້ອມດ້ວຍນັກສຳມະນາກອນ ແລະ ນັກສຶກສາເຂົ້າຮ່ວມ

ໂຮງຮຽນ ປກສ ຊັ້ນກາງເລກ II  ເປີດຊຸດຮຽນວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບກໍ່ສ້າງ 2 ປີ ຮຸ່ນທີ X ແລະ ລະບົບບຳລຸງ ຮຸ່ນທີ XII ສົກຮຽນ ປີ 2019 ເຂົ້າຮ່ວມໂດຍ ພັອ ເພີນຄຳ ແສງດາລາ ຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ກະຊວງ ປກສ, ພັອ ສຸດທະສົມ ບຸນນະສິງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພັທ ບຸນອວນ ພານຸວົງ ຮອງອຳນວຍການໂຮງຮຽນ ປກສ ຊັ້ນກາງເລກ II ພ້ອມດ້ວຍຄະນະ, ມີພະນັກງານ, ຄູ-ອາຈານ ພ້ອມດ້ວຍນັກສຳມະນາກອນ ແລະ ນັກສຶກສາເຂົ້າຮ່ວມ.


ໃນວັນທີ 18 ມັງກອນ 2019 ພັທ ສາຄອນ ສີສຸກ ຮອງອຳນວຍການໂຮງຮຽນ ປກສ ຊັ້ນກາງເລກ II ໄດ້ຂຶ້ນຜ່ານບົດລາຍງານແຜນການເປີດຊຸດຮຽນວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບກໍ່ສ້າງ 2 ປີ ຮຸ່ນທີ X ແລະ ລະບົບບຳລຸງ ຮຸ່ນທີ XII ສົກຮຽນ ປີ 2019 ວ່າ:

ໂດຍຍົກໃຫ້ເຫັນດ້ານໂຄງການຫຼັກສູດການຮຽນ-ການສອນຂອງທັງສອງລະບົບ, ເຊິ່ງລະບົບກໍ່ສ້າງຊັ້ນກາງ 2 ປີ ຈະໄດ້ນຳໃຊ້ຫຼັກສູດຊັ້ນກາງບໍລິຫານກົດໝາຍອາຍາ, ຫຼັກສູດຊັ້ນກາງ ການດຳເນີນກົດໝາຍອາຍາສາຂານິຕິສາດ, ພ້ອມນີ້ກໍ່ໄດ້ຍົກໃຫ້ເຫັນການຈັດແບ່ງວິຊາແຕ່ລະໝວດໃນຫຼັກສູດ, ການຈັດແບ່ງວິຊາຮຽນໃນແຕ່ລະພາກ ໂດຍມີນັກສຶກສາຮຸ່ນທີ X ທັງໝົດ 304 ສະຫາຍ ຍິງ 40 ສະຫາຍ; ສຳລັບໂຄງການຫຼັກສູດການຮຽນການສອນລະບົບບຳລຸງ ຮຸ່ນທີ XII ແມ່ນຈະໃຊ້ເວລາຮຽນທັງໝົດ 61 ວັນ ຫຼື 427 ຊົ່ວໂມງ ມີນັກສຳມະນາກອນທັງໝົດ 86 ສະຫາຍ ຍິງ 19 ສະຫາຍ.

ຄະນະປະທານ ເປີດຊຸດຮຽນວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບກໍ່ສ້າງ 2 ປີ ຮຸ່ນທີ X

ໂອກາດດຽວກັນ, ພັອ ສຸດທະສົມ ບຸນນະສິງ ຍັງເນັ້ນໃຫ້ຄະນະອຳນວຍການໂຮງຮຽນ ຈົ່ງຖືສຳຄັນໃນການສຶກສາອົບຮົມການເມືອງ-ແນວຄິດຂອງຖັນແຖວພະນັກງານຄູ-ອາຈານ ຕະຫຼອດຮອດນັກຮຽນ-ນັກສຶກສາ, ກຳ ແໜ້ນ ແລະ ເຊື່ອມຊຶມແນວທາງຂອງພັກ-ລັດຢ່າງເລິກເຊິ່ງຍົກສູງຄວາມຮັບຜິດຊອບການເມືອງຕິດພັນກັບການຝຶກຝົນຫໍ່ຼຫຼອມດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຫັນເອົາການສິດສອນທິດສະດີໃຫ້ຕິດພັນກັບພຶດຕິກຳ ແລະ ການຈັດຕັ້ງປະຕິ ບັດຕົວຈິງ.

ສຳລັບນັກສຶກສາ-ນັກສຳມະນາກອນ ຈົ່ງຕັ້ງໃຈສຶກສາຄົ້ນຄວ້າ, ເອົາໃຈໃສ່ປະຕິບັດລະບຽບວິໄນຂອງໂຮງຮຽນຢ່າງເຂັ້ມງວດ ພ້ອມກັນເຮັດສຳເລັດໃຫ້ໄດ້ຮັບໝາກຜົນ ເພື່ອນຳເອົາວິຊາຄວາມຮູ້ທີ່ໄດ້ສຶກສາຮ່ຳຮຽນມາໄປຜັນຂະຫຍາຍຈັດຕັ້ງປະຕິບັດຢູ່ກົມກອງຂອງຕົນ.