ໃຫ້ກຽດປະດັບຊັ້ນໂດຍ ພັອ ບົວເງິນ ຫົງໄຂຄຳ

ພິທີປະດັບຊັ້ນໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2019 ນີ້, ໂດຍການເຂົ້າຮ່ວມຂອງ ພັອ ບົວເງິນ ຫົງໄຂຄຳ ຮອງຫົວໜ້າການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີຄະນະຫ້ອງ, ຫົວໜ້າພະແນກ, ຄະນະບັນຊາ ຈາກກົມກອງອ້ອມຂ້າງ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ອີງຕາມກົດໝາຍນາຍທະຫານ ກອງທັບປະຊົນລາວ ໃນໝວດ III ມາດຕາທີ 17 ແລະ 18 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍທະຫານ. ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຈຶ່ງໄດ້ຕົກລົງເລື່ອນຊັ້ນ ໃຫ້ນາຍທະຫານຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຈໍານວນ 5 ສະຫາຍ. ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ ແລະ ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ.

ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ)

ໂອກາດນີ້, ພັອ ບົວເງິນ ຫົງໄຂຄຳ ໄດ້ໃຫ້ກຽດຂຶ້ນປະດັບຊັ້ນໃຫ້ບັນດານາຍທະຫານໃນຄັ້ງນີ້ ພ້ອມນັ້ນກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ຂອງບັນດາຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ພ້ອມທັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງພ້ອມກັນ
ສືບຕໍ່ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມພັດທະນາຕົນເອງໃນທຸກດ້ານ, ມີແບບແຜນວິທີເຮັດວຽກໃນການນຳພາ-ບັນຊາ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໂດຍເຮັດວຽກເປັນໝູ່ຄະນະ, ມີຄວາມເສຍສະຫຼະສູງຕໍ່ໜ້າທີ່ ແລະ ເປັນແບບຢ່າງໃຫ້ແກ່ນາຍ ແລະ ພົນທະຫານ ເພື່ອພ້ອມກັນສຸມໃສ່ເຮັດສຳເລັດທຸກໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.