ເປັນປະທານໂດຍ ພັທ ບຸນເສີມ ໄຊຍະຈັກ ຫົວໜ້າກອງບັນຊາການ ປກສ ເມືອງສາລະວັນ, ມີ ທ່ານ ວັນນະລັກ ຫຼ້າຫຼຽມທະວີໄຊ ຮອງເຈົ້າເມືອງໆສາລະວັນ

ໃນວັນທີ 18 ທັນວາ 2019 ນີ້ ຢູ່ບ້ານນາດອນຂວາງ ເມືອງ ແລະ ແຂວງສາລະວັນ ໄດ້ປະກາດຮັບຮອງເອົາ 7 ບ້ານປ້ອງກັນຄວາມສະຫງົບດີ ໂດຍການເປັນປະທານຂອງ ພັທ ບຸນເສີມ ໄຊຍະຈັກ ຫົວໜ້າກອງບັນຊາການ ປກສ ເມືອງສາລະວັນ, ມີ ທ່ານ ວັນນະລັກ ຫຼ້າຫຼຽມທະວີໄຊ ຮອງເຈົ້າເມືອງໆສາລະວັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພັທ ສຸລິວົງ ເຄນທະນຸພິດ ຮອງກອງບັນຊາການ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສາລະວັນ ເລກທີ 5/ຈຂ.ສວ, ລົງວັນທີ 4 ມັງກອນ 2019 ວ່າດ້ວຍ ການຮັບຮອງເອົາ 7 ບ້ານ ເປັນບ້ານຕົວແບບໃນການເຮັດວຽກງານປ້ອງກັນຄວາມສະຫງົບດີ ຄື: ບ້ານນາດອນຂວາງ, ບ້ານບ່ວງໃຫຍ່, ບ້ານຫາດເກາະນ້ຳ, ບ້ານແບ່ງວັງຈັນ, ບ້ານກະທ້າງ, ບ້ານໜອງບົວ ແລະ ບ້ານໜອງໃສ ລວມມີພົນລະເມືອງທັງໝົດ 5.990 ຄົນ ຍິງ 3.028 ຄົນ, ກວມເອົາ 1.019 ຄອບຄົວ, ມີ 875 ຫຼັງຄາເຮືອນ, ອາຍຸ 15 ປີຂຶ້ນໄປມີ 3.815 ຄົນ ຍິງ 1.825 ຄົນ.

ໃນນັ້ນ, ຄະນະຕິດຕາມກວດກາ ໄດ້ຕັ້ງໜ້າເຄື່ອນໄຫວຊຸກຍູ້ການຈັດຕັ້ງ 7 ຂະແໜງການໃນ 7 ບ້ານ ໃຫ້ມີການປະກອບສ່ວນຢ່າງຫ້າວຫັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະໄດ້ນໍາເອົາມະຕິ, ຄໍາສັ່ງ, ຂໍ້ຕົກລົງ ແລະ ເອກະສານຕ່າງໆທີ່ສໍາຄັນນໍາມາເຜີຍແຜ່ເຊື່ອມຊຶມໃຫ້ອໍານາດການປົກຄອງ ແລະ ປະຊາຊົນໄດ້ຮຽນຮູ້-ເຂົ້າໃຈຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນການຊອກຮູ້ ແລະ ເກັບກໍາທີ່ຕັ້ງຈຸດພິເສດຂອງບ້ານ, ສ້າງກົດລະບຽບບ້ານ, ກວດກາຄຸ້ມຄອງພາຫະນະອາຊີບພິເສດ ເຊິ່ງອາຊີບຕົ້ນຕໍຂອງປະຊາຊົນແມ່ນ ຖືເອົາການເຮັດໄຮ່-ນາ, ປູກຝັງ-ລ້ຽງສັດ ແລະ ຄ້າຂາຍເປັນສໍາຮອງ.

ການມອບໃບຍ້ອງຍໍໃຫ້ແກ່ ຄະນະບ້ານທັງ 7 ບ້ານ

ຄຽງຄູ່ກັນນັ້ນ, ຄະນະກໍາມະການທີ່ກ່ຽວຂ້ອງ ຍັງໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນຢ່າງໃກ້ຊິດຕິດແທດ ເພື່ອໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງລວງເລິກ, ຍົກສູງສະຕິຕື່ນຕົວ ແລະ ເຂົ້າຮ່ວມຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆໃຫ້ຫຼຸດໜ້ອຍຖອຍລົງ, ສຸມໃສ່ສຶກສາອົບຮົມເປົ້າໝາຍທີ່ເປັນບັນຫາແກ່ສັງຄົມ ຄື: ຂີ້ລັກງັດແງະ, ຄ້າຂາຍ-ມົ້ວສຸມສິ່ງເສບຕິດ ກໍໄດ້ປ່ຽນແປງດີຂຶ້ນ.