ໜ້າຫຼັກ Tags ກອງບັນຊາການທະຫານ ນວ

Tag: ກອງບັນຊາການທະຫານ ນວ

ຕີລາຄາຜົນສຳເລັດວຽກງານປ້ອງກັນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄລຍະ 5 ປີ

ກອງປະຊຸມສະຫຼຸບຜົນສຳ ເລັດວຽກງານປ້ອງກັນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄລຍະ 5 ປີ (2016-2021) ຂອງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ

5 ຫ້ອງ ທະຫານ ນວ ອອກແຮງງານສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ

ພະນັກງານ-ນັກຮົບ ທົ່ວອົງການ 5 ຫ້ອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໄດ້ພ້ອມກັນສ້າງຂະບວນການອອກແຮງງານລວມຢູ່ຕາມຂອບເຂດຂອງກົມກອງ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 22 ພຶດສະພາ​​ 2020 ຜ່ານມາ, ນຳພາໂດຍ ຄະນະພັກ-ຄະນະນຳ 5 ຫ້ອງ.

ມອບອຸປະກອນຊ່ວຍເຫຼືອ ປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

​ບໍລິສັດ 3SD ​ໄດ້​ນຳ​ເອົາ​ອຸປະກອນຊ່ວຍ​ເຫຼືອ​​ປ້ອງ​ກັນ ​ແລະ ຕ້ານ​ການ​ແຜ່​ລະບາດ​ຂອງ​​ COVID-19 ມາມອບໃຫ້ ກອງບັນຊາການທະຫານ ນວ...

ພົທ ສຸວອນ ເລືອງບຸນມີ ຊີ້ນໍາວຽກງານຢູ່ ກອງບັນຊາການທະຫານ ນວ

ພົທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ

ທະຫານ ນວ ຕ້ອນຮັບ ຄະນະຜູ້ແທນ ໂຮງຮຽນທະຫານບົກ ສສ ຫວຽດນາມ

ວັນທີ 9 ກໍລະກົດ 2019, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຕ້ອນຮັບ ຄະນະຜູ້ແທນຈາກ ໂຮງຮຽນນາຍທະຫານບົກ ເລກ 1 ກອງທັບປະຊາຊົນ ສສ ຫວຽດນາມ ທີ່ເດີນທາງມາຢ້ຽມຢາມຢູ່ ສປປ ລາວ; ນໍາພາໂດຍ...

ກອງບັນຊາການທະຫານ ນວ ຕ້ອນຮັບ ຄະນະຜູ້ແທນ ນະຄອນເກີນເທີ ຫວຽດນາມ

ໃນວັນທີ 15 ມີນາ ຜ່ານມານີ້, ກອງບັນຊາການທະຫານ ນະຄອນຫຼວງວຽງ ຈັນ ( ນວ ) ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ຄະນະຜູ້ແທນຈາກ ນະຄອນເກີນເທີ ສສ ຫວຽດນາມ ນໍາພາໂດຍ ທ່ານ ເຈີ້ນກວັກຈຸງ ຫົວໜ້າສະມາຊິກສະພາແຫ່ງຊາດ ນະຄອນເກີນເທີ ພ້ອມດ້ວຍຄະນະ ແລະ ຕ້ອນຮັບໂດຍ...

ກອງບັນຊາການທະຫານ ນວ ປະດັບຊັ້ນໃຫ້ນາຍທະຫານ

ພິທີປະດັບຊັ້ນໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2019 ນີ້, ໂດຍການເຂົ້າຮ່ວມຂອງ ພັອ ບົວເງິນ ຫົງໄຂຄຳ ຮອງຫົວໜ້າການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີຄະນະຫ້ອງ, ຫົວໜ້າພະແນກ, ຄະນະບັນຊາ ຈາກກົມກອງອ້ອມຂ້າງ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ກອງບັນຊາການທະຫານ ນວ ປະກາດການຈັດຕັ້ງ

ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປະກາດການຈັດຕັ້ງ ໃນວັນທີ 12 ກໍລະກົດ 2018 ນີ້ ເຂົ້າຮ່ວມໂດຍ ພົຕ ປອ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ທ່ານ ອານຸພາບ ຕຸລາລົມ ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ ແລະ ພັອ ບຸນປັນ ຂຸນພູວົງ...