ວັນທີ 13 ພະຈິກ 2019, ພົທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ໃຫ້ກຽດຕ້ອນຮັບໂດຍ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ເຊິ່ງມີບັນດາຄະນະພັກ-ຄະນະບັນຊາ ຈາກອົງການ 5 ຫ້ອງ, ກົມກອງອ້ອມຂ້າງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ພັອ ສີ ທະວີໄຊ ຫົວໜ້າການທະຫານ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ລາຍງານຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານພາຍໃນກົມກອງຂອງຕົນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ ຢ່າງກົງໄປກົງມາ, ແນໃສ່ຮັບປະກັນໃຫ້ ນະຄອນຫຼວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ທາງດ້ານສັງຄົມຢ່າງໜັກແໜ້ນ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການສ້າງສາພັດທະນາ ແລະ ການດຳລົງຊີວິດຂອງຊາວນະຄອນຫຼວງວຽງຈັນ.

ພ້ອມນັ້ນ, ກໍເຮັດໜ້າທີ່ປົກປັກຮັກສາຊາຍແດນ ໃນຂອບເຂດທີ່ຕົນຮັບຜິດຊອບ ໃຫ້ມີຄວາມປອດໄພ ແລະ ສະຫງົບສຸກເປັນຢ່າງດີ, ເຊິ່ງຜ່ານມາ ໄດ້ຈັດຕັ້ງກໍາລັງຫັນລົງກໍ່ສ້າງຮາກຖານແບບມູນເຊື້ອ ໂດຍປະສານສົມທົບແໜ້ນກັບ ອຳນາດການປົກຄອງທ້ອງຖິ່ນ ແລະ ກຳລັງທຸກພາກສ່ວນທີ່ເຮັດວຽກງານປ້ອງກັນຊາດ ໂດຍສະເພາະແມ່ນ ກຳລັງກອງຫຼອນບ້ານ ໃນແຕ່ລະບ້ານ ເພື່ອເຮັດໃຫ້ທ້ອງຖິ່ນຮາກຖານ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ຈັດຕັ້ງລະບົບປະຈຳການ ກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ເຊິ່ງໄດ້ກະກຽມທາງດ້ານກຳລັງພົນ ແລະ ພາຫະນະ ເພື່ອຮັບປະກັນກຽມພ້ອມແກ້ໄຂກໍລະນີ ແລະ ໄພພິບັດຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນເວລາ.

ນອກຈາກນີ້, ກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ ນຳພາ-ແນວຄິດ ເປັນບັນຫາສຳຄັນ ໂດຍປິ່ນອ້ອມທຸກຂົງເຂດວຽກງານ ເຊິ່ງເຫັນວ່າ: ປະຈຸບັນ, ພະນັກງານ-ນັກຮົບ ທົ່ວກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແມ່ນມີຄວາມອຸ່ນອ່ຽນທຸ່ນທ່ຽງ ເຮັດສຳເລັດໜ້າທີ່ຂອງຕົນ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ຈາກນັ້ນ, ພົທ ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນຊີ້ນຳວຽກງານຫຼາຍບັນຫາ ພ້ອມທັງໄດ້ເນັ້ນໃຫ້ ຄະນະພັກ-ຄະນະກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ທຸກຂັ້ນ ຈົ່ງເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ ຢ່າງເຂັ້ມງວດ, ໂດຍສະເພາະ ຕ້ອງໄດ້ເອົາໃຈໃສ່ເຮັດໃຫ້ພື້ນທີ່ໃນຂອບເຂດນະຄອນຫຼວງວຽງຈັນ ມີຄວາມສະຫງົບປອດໄພ 100%, ແນໃສ່ຊີ້ນຳກຳລັງທຸກພາກສ່ວນ ເປັນເຈົ້າການໃນການປະສານສົມທົບແໜ້ນກັບ ອຳນາດການປົກຄອງທ້ອງຖິ່ນ, ເວົ້າສະເພາະ ອຳນາດການປົກຄອງບ້ານ ແລະ ກຳລັງ ປກຊ-ປກສ ບ້ານ ເພື່ອເຮັດໃຫ້ເຂົາເຈົ້າ ມີບົດບາດໃນການປະກອບສ່ວນອັນສຳຄັນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ພ້ອມນັ້ນ, ກໍຕ້ອງໄດ້ຈັດຕັ້ງຝຶກອົບຮົມ ໃຫ້ແກ່ກຳລັງກອງຫຼອນບ້ານ ຢ່າງເປັນປົກກະຕິ ເພື່ອແນໃສ່ໃຫ້ເຂົາເຈົ້າມີຄວາມເຂົ້າໃຈຕໍ່ພັນທະ, ພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ຢ່າງຈະແຈ້ງ, ມີຄວາມຕັດສິນໃຈສູງ, ເດັດດ່ຽວ, ມີໄຫວພິກ ແລະ ກ້າເສຍສະລະ ເພື່ອປະເທດຊາດ ແລະ ພໍ່ແມ່ປະຊາຊົນ ໃນການປະຕິບັດໜ້າທີ່ຂອງຕົນ ເພື່ອເຮັດໃຫ້ ນະຄອນຫຼວງວຽງຈັນ ມີຄວາມຮຸ່ງເຮືອງສີວິໄລເປັນກ້າວໆ.