ໃນຕອນເຊົ້າຂອງວັນທີ 12 ພະຈິກ 2019, ຄະນະບໍລິຫານງານຊາວໜຸ່ມ ແຂວງຈຳປາສັກ ຮ່ວມກັບ ພະແນກຈະລາຈອນ ປກສ ແຂວງຈຳປາສັກ, ປກສ ນະຄອນປາກເຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຕາມທ້ອງຖະໜົນຫຼວງ ໃຫ້ກຳລັງຊາວໜຸ່ມໃນທົ່ວແຂວງ ເພື່ອໄປນຳໃຊ້ຝຶກໃຫ້ສະຖາບັນນັກຮຽນ-ນັກສຶກສາ ຢູ່ທີ່ສະໂມສອນ ຫຼັກ 4 ແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ອຸດົມສັກ ດີວິໄຊ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ແຂວງຈຳປາສັກ, ມີຄະນະພັກ-ຄະນະບໍລິຫານງານຊາວໜຸ່ມແຂວງ, ມີບັນດາເລຂາ-ຮອງເລຂາຊາວໜຸ່ມ, ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ສະມາຊິກຊາວໜຸ່ມໃນທົ່ວແຂວງ ເຂົ້າຮ່ວມ.

ໃນພິທີ ພັຕ ສຸດາວັນ ໂສພາພິລົມ ຫົວໜ້າກອງໂຄສະນາພະແນກຈະລາຈອນ ປກສ ແຂວງຈຳປາສັກ ໄດ້ຂຶ້ນບັນລະຍາຍຄວາມຮູ້ກ່ຽວກັບລະບຽບການສັນຈອນຕາມທ້ອງຖະໜົນຫຼວງ, ຫຼັກການຂັບຂີ່ປອດໄພ, ປ້າຍເຕືອນ, ປ້າຍຫ້າມຕ່າງໆ. ພ້ອມທັງຍົກໃຫ້ເຫັນບັນຫາທີ່ພາໃຫ້ເກີດອຸບັດຕິເຫດ ເປັນຕົ້ນແມ່ນ ຜູ້ລະເມີດຕໍ່ກົດລະບຽບການສັນຈອນ, ຜູ້ຂັບຂີ່ອາຍຸບໍ່ເຖິງກະສຽນ, ບໍ່ມີໃບອະນຸຍາດຂັບຂີ່, ສະພາບເຕັກນິກລົດບໍ່ຮັບປະກັນ, ຂາດສະຕິໃນການເຄົາລົບລະບຽບການສັນຈອນ, ດື່ມສິ່ງມຶນເມົາ, ຂັບຂີ່ດ້ວຍຄວາມປະໝາດ, ຂາດສະຕິ, ຂັບຂີ່ລົດໄວເກີນກຳນົດ, ບໍ່ໃສ່ໝວກກັນກະທົບບັນຫາການເພີ່ມຂຶ້ນຂອງພາຫະນະ ແລະ ບັນຫາອື່ນໆ.

ກອງປະຊຸມຝຶກອົບຮົມວຽກງານໂຄສະນາ ເຜີຍແຜ່ກົດລະບຽບຈະລາຈອນຕາມຖະໜົນ
ກອງປະຊຸມຝຶກອົບຮົມວຽກງານໂຄສະນາ ເຜີຍແຜ່ກົດລະບຽບຈະລາຈອນຕາມຖະໜົນ

ທັງນີ້, ກໍເພື່ອແນໃສ່ໃຫ້ນັກຂັບຂີ່ຜູ້ໃຊ້ລົດ-ໃຊ້ຖະໜົນ ໃຫ້ມີສະຕິຂັບຂີ່ລົດດ້ວຍຄວາມປອດໄພ ເພື່ອຫຼີກລຽງຈາກການເກີດອຸບັດຕິເຫດເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະແມ່ນນັກຮຽນ-ນັກສຶກສາ ໃນນະຄອນປາກເຊ ໃຫ້ຂັບຂີ່ປອດໄພ ແລະ ມີສະຕິສູງ ເພື່ອຮັບປະກັນເຮັດໃຫ້ອຸບັດຕິເຫດຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນ ສະຖິຕິການເກີດອຸບັດຕິເຫດເກີດຂຶ້ນ ໃນປີ 2018 ເກີດຂຶ້ນທັງໝົດ 829 ລາຍ, ຄົນໄດ້ຮັບບາດເຈັບທັງໝົດ 1369 ຄົນ ຍິງ 389 ຄົນ, ເສຍຊີວິດ 108 ຄົນ ຍິງ 23 ຄົນ, ພາຫະນະເປ້ເພທັງໝົດ 1485 ຄັນ, ລວມມູນຄ່າເສຍຫາຍທັງໝົດ 8.024.500.000 ກີບ ເຊິ່ງສະເພາະ 6 ເດືອນ ຕົ້ນປີ 2019 ມີຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 371 ລາຍ. ພາຍຫຼັງທີ່ຮຽນທິດສະດີແລ້ວ ໄດ້ລົງສາທິດການປະຕິບັດຕົວຈີງຢູ່ພາກສະໜາມ ເປັນຕົ້ນແມ່ນ: ການລະບາຍລົດບ່ອນທີ່ແອອັດຕາມສະຖານທີ່ໂຮງຮຽນ, ບ່ອນ 3 ແຍກ, 4 ແຍກໄຟແດງ ແລະ ບ່ອນທີ່ມີຄວາມສ່ຽງໃນການເກີດອຸບັດຕິເຫດ.