ກົມກິລາ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດການແຕ່ງຕັ້ງ ພັອ ທອງເພັດ ມະນີສະຫວັນ ຫົວໜ້າກົມປ້ອງກັນກໍາລັງ ເປັນ ຫົວໜ້າກົມກິລາ ຜູ້ໃໝ່ ພ້ອມທັງມອບ-ຮັບໜ້າທີ່ ໃນວັນທີ 13 ພະຈິກ 2019, ເຂົ້າຮ່ວມຂອງ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ, ມີ ຄະນະພັກ-ຄະນະກົມ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ນາງ ໄລທອງ ໄຊຍະສອນ ຮອງຫົວໜ້າກົມກິລາ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2267/ປກສ ລົງວັນທີ 23 ຕຸລາ 2019 ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກົມໃຫຍ່ການເມືອງ ໂດຍໄດ້ແຕ່ງຕັ້ງ:

ພິທີປະກາດການແຕ່ງຕັ້ງ ພັອ ທອງເພັດ ມະນີສະຫວັນ ຫົວໜ້າກົມປ້ອງກັນກໍາລັງ ເປັນ ຫົວໜ້າກົມກິລາ ຜູ້ໃໝ່ ພ້ອມທັງມອບ-ຮັບໜ້າທີ່

ພັອ ທອງເພັດ ມະນີສະຫວັນ ຫົວໜ້າກົມປ້ອງກັນກໍາລັງ ເປັນ ຫົວໜ້າກົມກິລາ ຜູ້ໃໝ່; ພັອ ແສນອາໄລ ບົວອາພອນ ຫົວໜ້າກົມກິລາ ຜູ້ເກົ່າ ແມ່ນພັກຜ່ອນບໍານານ ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ໃນໂອກາດນີ້, ພົຈວ ອຸ່ນຫຼ້າ ວົງພະຈັນ ໄດ້ມີຄໍາເຫັນບາງຕອນ ວ່າ:

ຍ້ອນເຫັນໄດ້ຄວາມຈໍາເປັນຂອງໜ້າທີ່ວຽກງານ ໃນໄລຍະໃໝ່, ແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນໃຫ້ສອດຄ່ອງກັບໜ້າທີ່ວຽກງານ ແລະ ສອດຄ່ອງກັບ ລະດັບຄວາມຮູ້ຄວາມສາມາດຂອງ ພະນັກງານແຕ່ລະຄົນ ບໍ່ວ່າ ພະນັກງານຂັ້ນໃດ, ໃນເມື່ອມີຄວາມຮຽກຮ້ອງຕ້ອງການແລ້ວ ກໍຕ້ອງໄດ້ປະຕິບັດຕາມການມອບໝາຍຂອງການຈັດຕັ້ງ.

ສະນັ້ນ, ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ກໍໃຫ້ສືບຕໍ່ສຶກສາອົບຮົມນໍາພາແນວຄິດຂອງ ພະນັກງານ-ສະມາຊິກພັກ ໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ ໂດຍສະເພາະ ຄວາມສາມັກຄີພາຍໃນ ຕ້ອງສາມັກຄີກັນຢ່າງແໜ້ນແຟ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ ແລະ ເປັນແກນນໍາ ໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ ແລະ ສະມາຊິກພັກ; ນອກຈາກນັ້ນ, ກໍໃຫ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍ, ເລ່ຫຼ່ຽມ ແລະ ຖ້ອຍທໍານອງໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກ ພາຍໃນພັກ ຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີທີ່ຫວັງມ້າງເພທໍາລາຍ.