ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າກອງບັນຊາການ ປກສ ນວ ເພີ່ມ ແລະ ແຕ່ງຕັ້ງນາຍຕໍາຫຼວດຂັ້ນນໍາພາ-ບັນຊາ ອ້ອມຂ້າງ ກອງບັນຊາການ ປກສ ນວ ແລະ ປກສ 9 ຕົວເມືອງ ໃນວັນທີ 13 ພະຈິກ 2019, ໂດຍການເປັນປະທານຂອງ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ ພ້ອມດ້ວຍພະນັກງານນໍາພາ-ບັນຊາ ຕະຫຼອດຮອດ ປກສ ກຸ່ມ ເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ

ພັທ ຄອນສະຫວັນ ສົມພາໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 2449/ ປກສ ລົງວັນທີ 8 ພະຈິກ 2019 ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍໄດ້ແຕ່ງຕັ້ງຄື:

ພັອ ພິມມະສອນ ທໍາມະວົງ ເລຂາຊາວໜຸ່ມ ກະຊວງ ປກສ ເປັນ ຮອງຫົວໜ້າກອງບັນຊາການ ປກສ ນວ, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ຈາກນັ້ນ, ໄດ້ປະກາດໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ນວ ໄປຮັບໜ້າທີ່ໃໝ່ ຢູ່ບັນດາຫ້ອງ ທີ່ຂຶ້ນກັບ ກອງບັນຊາການ ປກສ ເມືອງ ຈໍານວນ 34 ສະຫາຍ ໃນນັ້ນໄດ້ແຕ່ງຕັ້ງດັ່ງນີ້:

  • ພັທ ສົມພຽງ ສຸກປະເສີດ ເປັນ ຫົວໜ້າຫ້ອງການ ກອງບັນຊາການ ປກສ ນວ
  • ພັທ ສີທາ ແກ້ວພິທູນ, ພັທ ແສງທອງ ສີຫາມົນຕີ ແລະ ພັທ ບຸນລັບ ໄຊຍະວົງ ເປັນຮອງ
  • ແຕ່ງຕັ້ງ ພັທ ນາງ ບົວລະພັນ ທິລະສັກ ເປັນ ຫົວໜ້າຫ້ອງການເມືອງ
  • ແຕ່ງຕັ້ງ ພັທ ສັງວານ ຂາວປະເສີດ ເປັນ ຫົວໜ້າຫ້ອງສັນຕິບານ
  • ພັທ ບຸນຍົງ ສີບຸນເຮືອງ ແລະ ພັທ ຄໍາປັກ ລາດຊະວົງສາ ເປັນຮອງ
  • ແຕ່ງຕັ້ງ ພັທ ສຸລິວັນ ລາດສະວົງ ເປັນ ຫົວໜ້າຫ້ອງຕໍາຫຼວດ
  • ພັທ ກົງຄະນະ ລັງສຸກ, ພັທ ວິລະສອນ ພິໄຂຄໍາ, ພັທ ຈັນທະບູນ ມະນີວົງ ແລະ ພັທ ທັດສະພົງ ຫວັນມະນີຈັນ ເປັນຮອງ
  • ແຕ່ງຕັ້ງ ພັທ ຢຸດຕະພົງ ສຸວັນນະສິງ ເປັນ ຮອງຫົວໜ້າຫ້ອງພະລາທິການ
  • ແຕ່ງຕັ້ງ ພັທ ເຂັມພອນ ນາມວົງສາ ເປັນ ຫົວໜ້າຫ້ອງ 504
  • ພັທ ອຸໄທ ພິມມະສອນ ເປັນຮອງ
  • ແຕ່ງຕັ້ງ ພັທ ເສີມໃສ ປິຍະວົງ ເປັນ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ພັທ ໂທຄໍາ ໄຊບຸນເຮືອງ, ພັທ ຊຽງພັນ ອິນທະປັນຍາ ແລະ ພັທ ສະເຫວີຍ ສິງຄະບັນດິດ ເປັນຮອງ
  • ແຕ່ງຕັ້ງ ພັທ ບຸນຖົມ ແກ້ວມະນີວົງ ເປັນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່
  • ພັຕ ຖ່າຍທອດ ໄຊນະພາ ເປັນຮອງ
  • ແຕ່ງຕັ້ງ ພັທ ຄໍາເຜີຍ ພິມພິສາ ເປັນ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ

ນອກຈາກນີ້, ກໍຍັງໄດ້ແຕ່ງຕັ້ງ ບັນດາຫົວໜ້າ ປກສ ເມືອງ ນຳອີກ ເຊິ່ງມີລາຍລະອຽດດັ່ງນີ້:

  • ພັທ ຄໍາໝອກ ພົມມະວົງສາ ເປັນ ຫົວໜ້າ ປກສ ເມືອງຈັນທະບູລີ
  • ພັທ ສັງທອງ ພັນວົງສາ, ພັທ ຄໍາໄຊ ສີສົມສຸກ ເປັນຮອງ
  • ແຕ່ງຕັ້ງ ພັທ ສີເພັດ ພີມມະສອນ ເປັນ ຫົວໜ້າ ປກສ ເມືອງໄຊເຊດຖາ
  • ພັທ ສາລິກາ ເພັດມະນີ ເປັນຮອງ
  • ແຕ່ງຕັ້ງ ພັທ ຄໍາຝັ່ງ ເຄືອບພະພອນ ເປັນ ຫົວໜ້າ ປກສ ເມືອງສີສັດຕະນາກ
  • ພັທ ບຸນສົງ ດາລາແສນ, ພັທ ບຸນສອນ ພັນທະວົງ ແລະ ພັທ ອິນປັນ ຫາດາວເຮືອງ ເປັນຮອງ
  • ແຕ່ງຕັ້ງ ພັທ ຄໍາຫຼ້າ ພົມມະສານ ເປັນ ຫົວໜ້າ ປກສ ເມືອງສີໂຄດຕະບອງ
  • ພັທ ໂຈມມະນີ ແປງບຸນດີ ແລະ ພັທ ສອນເພັດ ພິຈິດ ເປັນຮອງ
  • ແຕ່ງຕັ້ງ ພັທ ລໍາພອນ ສີສົມບັດ ເປັນ ຫົວໜ້າ ປກສ ເມືອງນາຊາຍທອງ
  • ພັທ ບຸນສົງ ມຸນຕີ ແລະ ພັຕ ບຸນກອງ ພົມມະວົງສາ ເປັນຮອງ
  • ແຕ່ງຕັ້ງ ພັທ ແສງທອງ ເກື້ອບຸນລໍາ ເປັນ ຫົວໜ້າ ປກສ ເມືອງຫາດຊາຍຟອງ
  • ພັທ ວຽງທອງ ຜາງພິ ລາວົງ ເປັນຮອງ
  • ແຕ່ງຕັ້ງ ພັທ ສົມພອນ ວົງສາ ເປັນ ຫົວໜ້າ ປກສ ເມືອງໄຊທານີ
  • ພັທ ສົມຫວັງ ທອງປະດິດ ເປັນຮອງ
  • ແຕ່ງຕັ້ງ ພັທ ຄໍາຜາຍ ທໍາມະວົງຄໍາ ແລະ ພັທ ອາທອນ ລິດປັນຍາ ເປັນ ຮອງ ປກສ ເມືອງປາກງື່ມ
  • ແຕ່ງຕັ້ງ ພັທ ສຸລິວັນ ແກ້ວມະນີວົງ ແລະ ພັທ ພອນສີ ພັນທະວົງ ເປັນ ຮອງ ປກສ ເມືອງສັງທອງ

ສ່ວນ ຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.