7 ວັນ ໃນໄລຍະທ້າຍເດືອນຕຸລາ ຫາຕົ້ນເດືອນພະຈິກ 2019, ສະພາບປະກົດການຫຍໍ້ທໍ້ທົ່ວນະຄອນຫຼວງວຽງ ຈັນ ເຊັ່ນ: ບັນຫາຢາເສບຕິດ, ການປຸ້ນ ຊັບ, ຊິງຊັບ, ລັກຊັບ, ຍັກຍອກ-ສໍ້ໂກງ ຊັບ ແລະອື່ນໆເກີດຂຶ້ນທັງໝົດ 39 ເລື່ອງ, ຫຼຸດລົງຈາກອາທິດກ່ອນ 1 ເລື່ອງ, ພົ້ນເດັ່ນແມ່ນຄະດີລັກຊັບພົນລະເມືອງ ກວມເອົາ 17 ເລື່ອງ, ສ້າງຜົນ ເສຍຫາຍ ມີ: ເງິນ 118.871.000 ກີບ, ຄຳຮູບປະພັນ 24 ບາດ, ລົດຈັກ 9 ຄັນ ແລະເຄື່ອງອື່ນໆຈຳນວນໜຶ່ງ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສະພາບປະກົດການຫຍໍ້ທໍ້ ນັບແຕ່ວັນທີ 30 ຕຸລາ ຫາ 5 ພະຈິກ 2019 ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 39 ເລື່ອງ. ໃນນີ້, ລັກຊັບພົນລະເມືອງກວມເອົາ 17 ເລື່ອງ, ປຸ້ນຊັບ 1 ເລື່ອງ, ຊິງຊັບ 3 ເລື່ອງ, ງັດແງະ 6 ເລື່ອງ, ທຸບແວ່ນລົດ 1 ເລື່ອງ, ລົດຈັກເສຍ 9 ເລື່ອງ, ຊື້-ຂາຍຢາເສບຕິດ 5 ເລື່ອງ, ເສບຢາເສບຕິດ 4 ເລື່ອງ, ຂາຍປະເວນີ 4 ເລື່ອງ, ຄ້າປະເວນີຂອງບຸກຄົນອື່ນ 1 ເລື່ອງ, ຫຼິ້ນການພະນັນຕ້ອງຫ້າມ 1 ເລື່ອງ, ຊື້-ຂາຍຊັບພົນລະເມືອງຢ່າງຜິດກົດໝາຍ 1 ເລື່ອງ, ຍັກຍອກຊັບພົນລະເມືອງ 1 ເລື່ອງ ແລະ ສໍ້ໂກງຊັບພົນລະເມືອງ 1 ເລື່ອງ; ລວມຜົນເສຍຫາຍມີ: ເງິນ 118.871.000 ກີບ, ລົດຈັກ 9 ຄັນ, ຄໍາຮູບປະພັນ 24 ບາດ; ສາຍແອວທອງນາກໜັກ 10 ບາດ, ຕູ້ຈອດ 1 ໜ່ວຍ, ໝໍ້ແບ່ງໄຟຟ້າ 250 ກິໂລໂວນ 1 ໜ່ວຍ ແລະ ໂມງ 3 ໜ່ວຍ.

ໃນວັນທີ 1 ພະຈິກ 2019, ຄົນຮ້າຍລັກຊັບຢູ່ຫ້ອງການປົກຄອງເມືອງໄຊທານີ (ຫຼັງໃໝ່) ຕັ້ງຢູ່ບ້ານໄຊສະ ຫວ່າງ ຜົນເສຍຫາຍມີໝໍ້ແບ່ງໄຟ 250 ກິໂລໂວນ 1 ໜ່ວຍ ມູນຄ່າ 160.630.000 ກີບ; ແລະ ວັນດຽວກັນນີ້ ທ້າວ ຄຳພວງ ອາຍຸ 30 ປີ ພັກເຊົ່າຢູ່ບ້ານໜອງປີງ ເມືອງຈັນທະບູລີ ໄດ້ຂີ່ລົດຈັກໄປຮອດເຂດ ບ້ານບໍ່ນາງົວ ມີຄົນຮ້າຍ 2 ຄົນ ຂັບຂີ່ລົດ ຈັກຮອນດ້າເວບ 100 ບໍ່ຊາບສີ ແລະ ປ້າຍທະບຽນໄປຕັດໜ້າ ແລ້ວໃຊ້ປືນສັ້ນບໍ່ຊາບຊະນິດ ຈີ້ເອົາຊັບສິນແລ້ວໜີໄປ ພ້ອມເງິນ 3.216.000 ກີບ.

ໃນວັນທີ 30 ຕຸລາ 2019, ທ້າວ ຢາງ 45 ປີສັນຊາດ ເກົາຫຼີ ພັກເຊົາຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານອານຸ ເມືອງຈັນທະບູລີ ໄດ້ຍ່າງຫຼິ້ນຢູ່ແຄມທາງເຂດດັ່ງກ່າວ ມີຄົນຮ້າຍ 1 ຄົນ ຂັບຂີ່ລົດຈັກບໍ່ຊາບຍີ່ຫໍ້ ແລະ ບໍ່ຮູ້ປ້າຍທະ ບຽນ ໄປດຶງເອົາກະເປົາຂອງຜູ້ກ່ຽວ ແລ້ວໜີໄປ ເສຍຫາຍມີເງິນ 1.350 ໂດລາ ແລະ ເຄື່ອງມີຄ່າອີກຈຳນວນໜຶ່ງ.

ໃນວັນທີ 4 ພະຈິກ 2019, ທ້າວ ອາຈິ່ງ 35 ປີສັນຊາດຈີນ ພັກເຊົ່າຢູ່ບ້ານຫັດສະດີ ເມືອງຈັນທະບູລີ ທີ່ຢືນຢູ່ແຄມທາງ ເຂດບ້ານດົງປ່າລານ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີຄົນຮ້າຍ 1 ຄົນ, ຂີ່ລົດຈັກບໍ່ຮູ້ຍີ່ຫໍ້ ແລະ ປ້າຍທະບຽນ ໄປດຶງເອົາກະເປົາຂອງຜູ້ກ່ຽວແລ້ວໜີໄປເສຍຫາຍ 6.000.000 ກີບ; ວັນທີ 5 ພະຈິກ 2019 ນາງ ແສງເພັດ ອາຍຸ 66 ປີ ຢູ່ບ້ານຂຸນຕາ ເມືອງ ສີໂຄດຕະບອງ ໄດ້ຂັບຂີ່ລົດຈັກໄປຮອດເຂດບ້ານໜອງທາເໜືອ ເມືອງຈັນທະບູລີ ມີຄົນຮ້າຍ 2 ຄົນ ຂັບຂີ່ລົດຈັກຮອນດ້າເວບ 100 ບໍ່ຊາບສີ ແລະ ປ້າຍທະບຽນເຂົ້າ ໄປດຶງເອົາກະເປົາຂອງຜູ້ກ່ຽວ ແລ້ວໜີໄປໃນກະເປົາມີເງິນ 2.300.000 ກີບ, 30.000 ບາດ ແລະ ສາຍຄໍຄຳຝຣັ່ງ 1 ເສັ້ນ; ໃນວັນທີ 1 ພະຈິກ 2019, ໄດ້ມີຄົນຮ້າຍງັດແງະລັກຊັບຢູ່ເຮືອນຂອງ ທ້າວ ສັນຕິ ອາຍຸ 47 ປີ ຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ເສຍຫາຍ 23.040.000 ກີບ, 1.200 ໂດລາ, ຄຳຮູບປະພັນໜັກ 19 ບາດ ແລະ ສາຍແອວທອງນາກໜັກ 10 ບາດ.

ຕໍ່ກັບເຫດການດັ່ງກ່າວ, ສາມາດມ້າງຄະດີໄດ້ 25 ເລື່ອງ ກັກຕົວໄດ້ຜູ້ຖືກຫາໄດ້ທັງໝົດ 155 ຄົນ ຍິງ 93 ຄົນ ຢຶດ ຂອງກາງໄດ້ມີຢາບ້າ 2.680 ເມັດ, ເກັບກູ້ຂອງກາງໄດ້ ມີເງິນ 15.000.000 ກີບ, ລົດຈັກ 1 ຄັນ ແລະ ລົດໃຫຍ່ 1 ຄັນ.