ຄະດີລັກຊັບພົນລະເມືອງ ເປັນປະກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນໃນສັງຄົມຫຼາຍກວ່າຄະດີອື່ນໆ, ສ້າງຄວາມເສຍຫາຍໃຫ້ພາກລັດ-ເອກະຊົນ ແລະ ບຸກຄົນຈໍານວນບໍ່ໜ້ອຍເຊັ່ນ: ໃນອາທິດຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີຄະດີລັກຊັບພົນລະເມືອງເກີດຂຶ້ນ 15 ເລື່ອງ ແລະ ເສຍຫາຍຫຼາຍ 10 ລ້ານກວ່າກີບ.

ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ໃນລະຫວ່າງວັນທີ 6-12 ພະຈິກ 2019, ທົ່ວນະຄອນ ຫຼວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 33 ເລື່ອງ ທຽບໃສ່ອາທິດຜ່ານມາເຫັນວ່າ ຫຼຸດລົງ 6 ເລື່ອງ ສະເລ່ຍ 15,3%. ໃນນັ້ນ, ອັນພົ້ນເດັ່ນກວ່າໝູ່ແມ່ນຄະດີລັກຊັບ ກວມເອົາ 15 ເລື່ອງ, (ງັດແງະ 5 ເລື່ອງ, ແຫກກະເປົາ 2 ເລື່ອງ, ລົດຈັກເສຍ 8 ເລື່ອງ), ຊື້-ຂາຍຢາເສບຕິດ 7 ເລື່ອງ, ເສບຢາເສບຕິດ 4 ເລື່ອງ, ຊິງຊັບ 2 ເລື່ອງ, ສໍ້ ໂກງຊັບພົນລະເມືອງ 2 ເລື່ອງ, ປຸ້ນຊັບ 1 ເລື່ອງ, ສ້າງຄວາມບໍ່ສະຫງົບ ໃນງານບຸນ 1 ເລື່ອງ ແລະ ຍັກຍອກຊັບ ພົນລະເມືອງ 1 ເລື່ອງ; ສາມາດມ້າງຄະດີໄດ້ 25 ເລື່ອງ, ກັກຕົວຖືກຜູ້ຫາ 73 ຄົນ ຍິງ 6 ຄົນ ຢຶດຂອງກາງໄດ້ ມີດ 1 ດວງ, ຢາບ້າ 3.011 ເມັດ ແລະ ກັນຊາ 1 ແທ່ງ ແລະ ເກັບກູ້ຂອງກາງໄດ້ເງິນ 800.000 ກີບ, 250.000 ບາດ, ບັດຕື່ມເງິນ 450.000 ກີບ, ລົດຈັກ 5 ຄັນ ແລະ ລົດໃຫຍ່ 1 ຄັນ.

ຈາກຄະດີເກີດຂຶ້ນຈໍານວນດັ່ງກ່າວ ໄດ້ສ້າງຜົນເສຍຫາຍເງິນ 77.790.000 ກີບ, ລົດຈັກ 9 ຄັນ, ຄຳຮູບປະພັນ 9 ບາດ 2 ສະຫຼຶງ; ສາຍແອວເງິນ 1 ເສັ້ນ, ມິກເຊີ້ 1 ເຄື່ອງ, ໂທລະສັບ 3 ເຄື່ອງ ແລະ ກ້ອງວີດີໂອ 1 ເຄື່ອງ, ເຊິ່ງສະແດງອອກ ຄື: ວັນທີ 6 ພະຈິກ ເວລາ 00:00 ໂມງ ນາງ ສະສີນາ ອາຍຸ 48 ປີ ນັກທ່ອງທ່ຽວ, ເຊື້ອຊາດສັນຊາດລັດເຊຍ, ພັກເຊົາຢູ່ໂຮງແຮມຈັນທະປັນຍາ ຕັ້ງຢູ່ບ້ານມີໄຊ ເມືອງຈັນທະບູລີ; ຜູ້ກ່ຽວໄດ້ຍ່າງເລາະຫຼິ້ນ ແຖວແຄມທາງເຂດບ້ານຊຽງຍືນ ໄດ້ມີຄົນຮ້າຍ ຈໍານວນ 2 ຄົນ ຂັບຂີ່ລົດຈັກໄປດຶງເອົາກະເປົາຂອງຜູ້ກ່ຽວແລ້ວໜີໄປໃນກະເປົາມີເງິນ 280 ໂດລາ, ໂທລະສັບມືຖື 1 ໜ່ວຍ ແລະ ເຄື່ອງມີຄ່າອື່ນຈຳນວນໜຶ່ງ; ເວລາ 20:40 ໂມງ ນາງ ດາວວັນ ອາຍຸ 40 ປີ ຢູ່ບ້ານອາມອນ ເມືອງໄຊເຊດຖາ ໄດ້ຂັບຂີ່ລົດຈັກໄປວຽກ ພໍໄປຮອດເຂດບ້ານໜອງໜ່ຽງ ເມືອງໄຊເສດຖາ ໄດ້ມີຄົນຮ້າຍ 2 ຄົນ, ຂັບຂີ່ລົດຈັກໄປດ້ານຫຼັງ ດຶງເອົາກະເປົາຂອງຜູ້ກ່ຽວແລ້ວໜີໄປໃນກະເປົາເງິນ 6.000.000 ກີບ, ໂທລະສັບມືຖື 2 ເຄື່ອງ. ວັນທີ 7 ພະຈິກ ຄົນຮ້າຍໄດ້ງັດແງະລັກຊັບຢູ່ເຮືອນຂອງ ທ້າວ ບຸນຍັງ ອາຍຸ 58 ປີ ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ຜົນເສຍຫາຍ: ເງິນ 2.600. 000 ກີບ, 100 ໂດລາ, 2.000 ບາດ, ຄຳຮູບປະພັນ ໜັກ 8 ບາດ, ໃບຕາດິນ 1 ໃບ ແລະ ກ້ອງວິດີໂອ 1 ເຄື່ອງ.

ວັນທີ 8 ພະຈິກ, ເຈົ້າໜ້າທີ່ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ກັກຕົວ ທ້າວ ວິໄຊ ອາຍຸ 30 ປີເຊື້ອ ຊາດ-ສັນຊາດໄທ ບ້ານວັງນໍ້າເຢັນ ເມືອງວັງເຈົ້າ ແຂວງຕາດ ປະເທດໄທ ມີຂອງກາງຄັນຊາ 1 ແທ່ງ; ເວລາ 19 : 19 ໂມງ ໄດ້ຮັບແຈ້ງຄວາມຈາກ ທ້າວ ກິແກ້ວ ອາຍຸ 52 ປີບ້ານ ໜອງແຕ່ງໃຕ້ ເມືອງ ສີໂຄດຕະບອງ ຜູ້ກ່ຽວໄດ້ພົບເຫັນລົດຂອງຫຼານສາວຍີ່ຫໍ້ເກຍປີຄັນໂຕ້ສີຂາວ ປ້າຍທະບຽນ ກຕ 0090 ລົດຄັນດັ່ງກ່າວໝູ່ຂອງຫຼານສາວຊື່ ທ້າວ ກິໂນ 37 ປີ ບ້ານສະພານທອງ ເມືອງສີສັດຕະນາກ ຢືມໄປນຳໃຊ້ໃນກາງປີ 2019 ແລ້ວບໍ່ນໍາມາສົ່ງຄືນ ເມື່ອພົບເຫັນຄືແນວນັ້ນ ຜູ້ກ່ຽວຈຶ່ງໄດ້ແຈ້ງ ປກສ ບ້ານໂນນຫວາຍ ເມືອງໄຊເສດຖາ ເຂົ້າກວດກາຢູ່ສາມ ແຍກບຶງທາດຫຼວງ ແຕ່ ທ້າວ ກິໂນ ບໍ່ໃຫ້ຄວາມຮ່ວມມື ແລະ ຂັບລົດຫຼົບໜີ.

ເວລາ 00 : 00 ໂມງຂອງວັນທີ 10 ພະຈິກ, ຄົນຮ້າຍລັກຊັບຢູ່ເຮືອນຂອງ ນາງ ພອນພິມົນ ອາຍຸ 54 ປີ ບ້ານສົມສະຫງ່າ ເມືອງໄຊເສດຖາ ຜົນເສຍຫາຍມີເງິນ 40.000.000 ກີບ, 450 ໂດລາ, 7.000 ບາດ, 8.000 ຢວນ, ຄຳຮູບປະພັນ 1 ບາດ 2 ສະຫຼຶງ ແລະ ເຄື່ອງມີຄ່າອື່ນໆອີກ ແລະ ເວລາ 2:00 ໂມງຂອງວັນທີ 12 ພະ ຈິກ, ເຈົ້າໜ້າທີ່ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ລົງກວດກາຊັນນະສູດຄົນເສຍຊີວິດຢູ່ຫ້ອງເບີ 303 ຂອງເຮືອນພັກມີໄຊຈະເລີນ ຕັ້ງຢູ່ບ້ານມີໄຊ ເມືອງຈັນທະບູລີ, ເຊິ່ງເປັນເຮືອນພັກຂອງນາງ ດວງ ອາຍຸ 45 ປີ; ຜ່ານການກວດກາຜູ້ເສຍຊີວິດ ຊື່: ທ້າວ ແອນດິວ ອາຍຸ 39 ປີນັກທ່ອງ ທ່ຽວເຊື້ອຊາດ-ສັນຊາດອັງກິດ ໂດຍສາເຫດການເສຍຊີວິດ ຫົວໃຈຊຸດໂຊມກະທັນຫັນ ສ່ວນສົບແມ່ນເກັບຮັກສາໄວ້ມູນນິທິຈີນ ເພື່ອລໍຖ້າຍາດພີ່ນ້ອງນຳໄປເຮັດພິທີທາງສາສະໜາ.

ນອກນີ້, ເຈົ້າໜ້າທີ່ຕໍາຫຼວດ ຍັງໃຫ້ຮູ້ອີກວ່າ: ຄະດີທີ່ເກີດຂຶ້ນຈໍານວນ 33 ເລື່ອງນັ້ນ ແມ່ນບໍ່ລວມຄະດີອຸບັດ ຕິເຫດ 28 ຄັ້ງ (ທຽບໃສ່ອາທິດທີ່ຜ່ານມາຫຼຸດລົງ 6 ເລື່ອງ ເທົ່າກັບ 17,6 %), ຄົນເສຍຊີວິດ 6 ຄົນ. ໃນນີ້, ຈາກອຸບັດຕິເຫດ 4 ຄົນ ແລະ ອັກຄີໄພ 2 ເລື່ອງ.