ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປະກາດການຈັດຕັ້ງ ໃນວັນທີ 12 ກໍລະກົດ 2018 ນີ້ ເຂົ້າຮ່ວມໂດຍ ພົຕ ປອ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ທ່ານ ອານຸພາບ ຕຸລາລົມ ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ ແລະ ພັອ ບຸນປັນ ຂຸນພູວົງ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ພ້ອມຄະນະພັກ-ຄະນະບັນຊາກອງບັນຊາການ, ແຂກຮັບເຊີນ, ນາຍ ແລະ ພົນ ທະຫານຫຼັກແຫຼ່ງໃນກົມກອງເຂົ້າຮ່ວມ.

ໃນພິທີ, ພັທ ໄພວັນ ໄຊພູບານ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ກ່າວວ່າ: ການປະກາດການຈັດຕັ້ງໃນຄັ້ງນີ້ ເປັນການປະຕິບັດຕາມກົດໝາຍນາຍທະຫານໃນກອງທັບປະຊາຊົນລາວ ໃນໝວດທີ IV ມາດຕາ 21 ວ່າດ້ວຍການແຕ່ງຕັ້ງ, ໂຍກຍ້າຍນາຍທະຫານ ແລະ ເພື່ອເປັນການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນໃນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຈຶ່ງໄດ້ຕົກລົງປະກາດໂຍກຍ້າຍ ພັອ ຄຳ ພັດ ເພີບບຸດາ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄປລໍຖ້າຂັ້ນເທິງສັບຊ້ອນໜ້າທີ່ໃໝ່ຢູ່ທີ່ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ແລະ ປະກາດສັບຊ້ອນ ພັອ ບຸນເຈີ ຄຳມະວົງ ເປັນ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ພົຕ ປອ ວົງຄຳ ພົມມະກອນ ເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງພາລະບົດບາດການຊີ້ນຳ-ນຳພາ-ບັນຊາຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກວ້າງຂວາງ ໂດຍສະເພາະການຈັດຕັ້ງປະຕິບັດຕໍ່ໜ້າ ທີ່ວຽກງານໃຫ້ມີປະສິດທິຜົນສູງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ເຂັ້ມແຂງ, ມີຄວາມສາມັກຄີໃຫ້ແໜ້ນແຟ້ນ, ປັບປຸງແບບແຜນການນໍາພາເຮັດວຽກລວມສູນປະຊາທິປະໄຕເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ກໍຄືການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ເປັນຢ່າງດີ.