ວັນທີ 9 ກໍລະກົດ 2019, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຕ້ອນຮັບ ຄະນະຜູ້ແທນຈາກ ໂຮງຮຽນນາຍທະຫານບົກ ເລກ 1 ກອງທັບປະຊາຊົນ ສສ ຫວຽດນາມ ທີ່ເດີນທາງມາຢ້ຽມຢາມຢູ່ ສປປ ລາວ; ນໍາພາໂດຍ ພົຈວ ຫູວ ແທ້ງວິງ ຮອງອຳນວຍການ ໂຮງຮຽນນາຍທະຫານບົກ ເລກ 1 ສສ ຫວຽດນາມ ແລະ ຕ້ອນຮັບໂດຍ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ນວ ພ້ອມດ້ວຍຄະນະ ຢ່າງອົບອຸ່ນ.

ພົຈວ ຫູວ ແທ້ງວິງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ຄະນະພັກ – ຄະນະນຳ ກອງບັນຊາການທະຫານ ນວ ທີ່ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ໃນການເດີນທາງມາຢ້ຽມຢາມຄັ້ງນີ້ ພ້ອມທັງລາຍງານສະພາບໂດຍຫຍໍ້ຕໍ່ ສິດໜ້າທີ່ພາລະບົດບາດ ການຈັດຕັ້ງປະຕິບັດຂອງ ລະບົບໂຮງຮຽນ; ເຊິ່ງປັດຈຸບັນແມ່ນ ມີຄວາມຕ້ອງການຢາກກໍ່ສ້າງ ພະນັກງານລຸ້ນສືບທອດ ແຕ່ລະຂັ້ນ ຂອງ ກອງທັບປະຊາຊົນ ສສ ຫວຽດນາມ, ມີແບບແຜນການສິດສອນທີ່ທັນສະໄໝ, ລະບົບໂຄງການຍາວນານ ໃນການບໍາລຸງໄລຍະສັ້ນ ແລະ ໄລຍະຍາວ ເພື່ອແນໃສ່ຮັບປະກັນໄດ້ຄຸນນະພາບຂອງ ການຮຽນ – ການສອນ ແລະ ສາມາດຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ຂອງສອງປະເທດ ລາວ – ຫວຽດນາມ ໃຫ້ເກີດດອກອອກຜົນສູງສຸດ.

ໂອກາດດຽວກັນ, ພົຈວ ສີພອນ ຈັນສົມວົງ ໄດ້ກ່າວຄວາມຂອບໃຈ ແລະ ສະແດງຄິດເຫັນຕີລາຄາສູງຕໍ່ກັບ ການມາຢ້ຽມຢາມຂອງ ຄະນະຜູ້ແທນຈາກ ໂຮງຮຽນນາຍທະຫານບົກ ເລກ 1 ກອງທັບປະຊາຊົນ ສສ ຫວຽດນາມ ໃນການມາຢ້ຽມຢາມໃນຄັ້ງນີ້; ພ້ອມນັ້ນ ກໍໄດ້ລາຍງານສະພາບການຈຸດພິເສດ ແລະ ໜ້າທີ່ຕົ້ນຕໍ່ຂອງ ກອງບັນຊາການທະຫານ ນວ ທີ່ເປັນສະຖານໃຫ້ການສຶກສາດ້ານຕ່າງໆ ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ ລາວ – ຫວຽດນາມ ແບບພິເສດມາແຕ່ດົນນານ ເວົ້າລວມ; ເວົ້າສະເພາະ ກໍຄື ກອງບັນຊາການທະຫານ ນວ ກັບ ໂຮງຮຽນນາຍທະຫານບົກ ເລກ 1 ກອງທັບປະຊາຊົນ ສສ ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.