ເປັນປະທານຮ່ວມໂດຍ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສີບຸນທໍາ ສີບຸນມີ ຜູ້ອໍານວຍການ ບໍລິສັດ ລາວເວີນ ມະຫາຊົນ ແລະ ທ່ານ ສຸນິກອນ ລາດຊະວົງ ຜູ້ອໍານວຍການ ບໍລິສັດ ເດິພັດໂປຣເຈັກ ຈໍາກັດ

ໃນວັນທີ 20 ກຸມພາ ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ລາວເວີນ ມະຫາຊົນ ແລະ ບໍລິສັດ ເດິພັດໂປຣເຈັກ ຈໍາກັດ ໄດ້ຖະແຫຼງຂ່າວກ່ຽວກັບ ການກະກຽມຈັດງານມະຫາກໍາອຸດສາຫະກໍາປຸງແຕ່ງອາຫານນາໆຊາດ ຄັ້ງທີ I ທີ່ຈະຈັດຂຶ້ນໃນກາງເດືອນມານີ 2019 ທີ່ສູນການຄ້າລາວ-ໄອເຕັກ, ເປັນປະທານຮ່ວມໂດຍ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສີບຸນທໍາ ສີບຸນມີ ຜູ້ອໍານວຍການ ບໍລິສັດ ລາວເວີນ ມະຫາຊົນ ແລະ ທ່ານ ສຸນິກອນ ລາດຊະວົງ ຜູ້ອໍານວຍການ ບໍລິສັດ ເດິພັດໂປຣເຈັກ ຈໍາກັດ, ມີຫົວໜ້າກົມ-ຮອງກົມ, ບໍລິສັດ ແລະ ຊື່ມວນຊົນ ເຂົ້າຮ່ວມ.

ທ່ານ ໄຊສົມເພັດ ນໍຣະສິງ ຫົວໜ້າກົມສົ່ງເສີມການຄ້າ ກ່າວວ່າ:

ງານມະຫາກໍາອຸດສາຫະກໍາປຸງແຕ່ງອາຫານນາໆຊາດ ຄັ້ງທີ I ປະຈໍາປີ 2019 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 15-19 ມີນານີ້ ແມ່ນ ເປັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ໂດຍຕິດພັນກັບ ການຜະລິດກະສິກໍາເປັນສິນຄ້າຫຼັກ ທີ່ພັກ-ລັດ ໃຫ້ການຊຸກຍູ້ສົ່ງເສີມຜູ້ປະກອບການໃນລາວ ຕະລອດມາ ແລະ ຖືວ່າງານດັ່ງກ່າວ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ເພາະຈະໄດ້ເຊື້ອເຊີນ ບັນດາກະຊວງອຸດສາຫະກໍາ ແລະ ການຄ້າ ຈາກ 10 ປະເທດອາຊຽນ, ສະຖານທູດສາກົນ, ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ເຂົ້າຮ່ວມ ເພື່ອສ້າງເວທີໃຫ້ຜູ້ປະກອບການ ໄດ້ນໍາເອົາສິນຄ້າກະສິກໍາປຸງແຕ່ງ, ເຄື່່ອງມືຮັບໃຊ້ການຜະລິດກະສິກໍາທີ່ມາຈາກທ້ອງຖິ່ນ 18 ແຂວງ ໃນ ສປປ ລາວ, ຕ່າງປະເທດ ມາໂຄສະນາຂາຍພາຍໃນງານ ແລະ ກ້າວໄປເຖິງການເປັນຄູ່ຮ່ວມມືດ້ານການຄ້າ, ເປັນຕົວແທນຈໍາໜ່າຍສິນຄ້າກະສິກໍາຕື່ນອີກ.

ກຽມຈັດ ງານມະຫາກໍາອຸດສາຫະກໍາປຸງແຕ່ງອາຫານນາໆຊາດ ຄັ້ງທີ I ປະຈໍາປີ 2019

ສໍາລັບພາຍໃນງານວາງສະແດງສິນຄ້າ ຈະມີຫ້ອງວາງສະແດງຫຼາຍກວ່າ 200 ຫ້ອງ ແລະ ໄດ້ຈັດແບ່ງເປັນໂຊນຜະລິດຕະພັນໂອດອບ ຫຼາຍກວ່າ 30 ຫົວໜ້າ ເຂົ້າຮ່ວມ, ໂຊນຜະລິດຕະພັນຕ່າງໜ້າຂອງແຂວງ ໃນທົ່ວປະເທດ ແລະ ໂຊນວາງສະແດງຜະລິດຕະພັນລາວ; ພ້ອມນີ້, ຍັງຈະມີຫຼາກຫຼາຍປະເພດສິນຄ້າ ເຊັ່ນ: ອາຫານແປຮູບ, ອາຫານສົດ, ຜັກປອດສານຜິດ, ວັດຖຸດິບໃນການປຸງແຕ່ງອາຫານ; ອັນພິເສດແມ່ນ ໄດ້ເນັ້ນນໍາສະເໜີຜະລິດຕະພັນລາວ ແລະ ສິນຄ້າທີ່ເປັນທ່າແຮງຫຼັກ ທີ່ມາຈາກ 18 ແຂວງ ໃນທົ່ວປະເທດ ມາວາງສະແດງອີກດ້ວຍ.