ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ (ຂວາ) - ທ່ານ ໄຊມອນ ເພ ປະທານຄະນະກໍາມະການເອກະລາດຕ້ານການສໍ້ຫຼາດບັງຫຼວງ ເຂດພິເສດຮົງກົງຂອງ ສປ ຈີນ ພ້ອມຄະນະ (ຊ້າຍ)

ໃນວັນທີ 21 ກຸມພາ 2019, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນຂັ້ນສູງ ຄະນະກໍາມະການເອກະລາດຕ້ານການສໍ້ຫຼາດບັງຫຼວງ ເຂດພິເສດຮົງກົງຂອງ ສປ ຈີນ ນໍາໂດຍ ທ່ານ ໄຊມອນ ເພ ປະທານຄະນະກໍາມະການເອກະລາດຕ້ານການສໍ້ຫຼາດບັງຫຼວງ ເຂດພິເສດຮົງກົງຂອງ ສປ ຈີນ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 20-23 ກຸມພາ 2019.

ໃນໂອກາດດັ່ງກ່າວນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍຕໍ່ ທ່ານ ໄຊມອນ ເພ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ໄດ້​ຕີ​ລາຄາ​ສູງຕໍ່​ ການ​​ມາ​ເຄື່ອນ​ໄຫວ​ຮ່ວມມືກ່ຽວກັບ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ສປປ ລາວ, ທັງເປັນການປະກອບສ່ວນທີ່ສຳຄັນ ໃນການເສີມຂະຫຍາຍສາຍພົວພັນແບບຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ໃຫ້ແກ່ສອງຝ່າຍລະຫວ່າງ ລາວ-ຮົງກົງ.

ທ່ານ ບຸນທອງ ຈິດມະນີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ສປ ຈີນ

ໂອກາດດຽວກັນ, ທ່ານ ໄຊມອນ ເພ ກໍໄດ້ຕາງໜ້າໃຫ້ຄະນະ ກ່າວສະແດງຄວາມຂອບໃຈມາຍັງ ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການມາຢ້ຽມຢາມ ແລະ ການພົບປະແລກປ່ຽນບົດຮຽນກັບ ອົງການກວດກາລັດຖະບານ ແຫ່ງ ສປປ ລາວ ນຳອີກ.