ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ

ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມ ຂອງຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2018 ຂຶ້ນໃນວັນທີ 5 ຕຸລາ 2018, ເປັນປະທານໂດຍ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ປະທານຄະນະຮັບຜິດຊອບຊີ້ນໍາລວມ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2018, ມີຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກໍາມະການຮັບຜິດຊອບແຕ່ລະວຽກງານ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ແກ້ວປະເສີດ ໄຊປັນຍາ ຫົວໜ້າຫ້ອງວ່າການປົກຄອງ ເມືອງຈັນທະບູລີ, ຄະນະຮັບຜິດຊອບຊີ້ນໍາລວມ ກ່າວວ່າ: 

ເພື່ອຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີທີ່ເປັນມູນເຊື້ອ ແລະ ວັດທະນະທໍາທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ຢູ່ຄູ່ກັບຊາວລາວຕະຫຼອດໄປ ທັງເປັນການສ້າງໂອກາດໃຫ້ແກ່ສິນຄ້າ, ຄອບຄົວຕົວແບບ ແລະ ບັນດາວິສາຫະກິດຂະໜາດນ້ອຍ ໄດ້ມີໂອກາດເສີມຂະຫຍາຍບົ່ມຊ້ອນ ເພື່ອໃຫ້ປະຊາຊົນຊາວນະຄອນຫຼວງວຽງຈັນ ກໍຄືຊາວເມືອງຈັນທະບູລີ ແລະ ແຂກຕ່າງດ້າວໄດ້ເຫັນ, ໄດ້ຊົມໃຊ້ຜະລິດຕະພັນພາຍໃນຂອງລາວ ທັງເປັນການຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດຈັດງານບຸນປະເພນີ ໃຫ້ມີຄວາມສະຫງົບ ໃນແຕ່ລະບ້ານພາຍໃນສໍານັກງານ, ອົງການ, ສະຖານທີ່ສາທາລະນະຕ່າງໆ ໃຫ້ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບປອດໄພຢ່າງໜັກແໜ້ນ ແລະ ມີບັນຍາກາດເບີກບານມ່ວນຊື່ນໃນງານບຸນດັ່ງກ່າວ.

ທ່ານ ແກ້ວປະເສີດ ໄຊປັນຍາ
ທ່ານ ແກ້ວປະເສີດ ໄຊປັນຍາ ຫົວໜ້າຫ້ອງວ່າການປົກຄອງ ເມືອງຈັນທະບູລີ

ທາງປົກຄອງເມືອງຈັນທະບູລີ ກໍຄືອະນຸກໍາມະການຈັດງານບຸນດັ່ງກ່າວ ຈຶ່ງໄດ້ກໍານົດເອົາວັນທີ 22-25 ຕຸລາ, ນັບແຕ່ເວລາ 8:00-23:00 ໂມງ ເປັນມື້ຄົບງັນ, ສ່ວນຂອບເຂດສະຖານທີ່ຈັດງານສະແດງ ແລະ ຂາຍສິນຄ້າ ແມ່ນຂອບເຂດສວນເຈົ້າອານຸວົງ, ຟຸດບາດທັງສອງຟາກເສັ້ນທາງເຈົ້າຟ້າງຸ່ມ ແຕ່ສາມແຍກປາກປ່າສັກ ລົງຮອດ ສີ່ແຍກໂຮງໝໍມະໂຫສົດ, ໜ້າໂຮງແຮມລ້ານຊ້າງ, ຟຸດບາດທັງສອງຟາກເສັ້ນທາງສາມແຍກໄຟແດງ ວັດອິນແປງ, ແຕ່ໂຮງຮຽນມັດທະຍົມສີໂຄດລົງມາສີ່ແຍກໄຟແດງສີຫອມ, ສອງຟາກເສັ້ນທາງເສດຖາທິລາດ, ບັນດາວັດທີ່ຢູ່ໃກ້ຄຽງຂອບເຂດຈັດງານ ແລະ ບ່ອນຈອດລົດຕໍ່ໜ້າໂຮງໝໍມະໂຫສົດ ແລະ ບ່ອນທີ່ມີຄວາມເໝາະສົມ.

ເຂົ້າຮ່ວມໂດຍ ຄະນະຮັບຜິດຊອບຊີ້ນໍາລວມ

ສໍາລັບການເກັບຄ່າບໍລິການ ເຊັ່ນ: ລາຄາເຊົ່າສະຖານທີ່ ຫ້ອງຂະໜາດ 4×4 ແມັດ ລາຄາ 2.000.000 ກີບ ຫາ 3.000.000 ກີບຕໍ່ໜຶ່ງຫ້ອງ, ຄ່າເຊົ່າສະຖານທີ່ ເຄື່ອງຫຼີ້ນຕ່າງໆ ( ສະໄລເດີ້, ຊິງຊ້າ, ມ້າໝູນ ) ລາຄາ 10.000.000 ກີບ ຫາ 15.000.000 ກີບ ຕໍ່ຄະນະ.