ໂຍກຍ້າຍ-ແຕ່ງຕັ້ງ ເຈົ້າເມືອງປາກງື່ມ ເປັນ ເຈົ້າເມືອງຫາດຊາຍຟອງ

ເລຂາພັກເມືອງ-ເຈົ້າເມືອງໆປາກງື່ມ ຜູ້ເກົ່າ ແລະ ຜູ້ໃໝ່

0
3853
ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ

ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາພັກເມືອງ-ເຈົ້າເມືອງໆປາກງື່ມ ຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນໃນທ້າຍອາທິດຜ່ານມາ, ໂດຍໂຍກຍ້າຍ-ແຕ່ງຕັ້ງ ເຈົ້າເມືອງປາກງື່ມ ໄປຮັບໜ້າທີ່ໃໝ່ຢູ່ເມືອງຫາດຊາຍຟອງ ແລະ ໂຍກຍ້າຍ-ແຕ່ງຕັ້ງ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ໄປຮັບໜ້າທີ່ໃໝ່ຢູ່ເມືອງປາກງື່ມ, ເຂົ້າຮ່ວມເປັນປະທານຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີພະນັກງານ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ວົງເດືອນ ບຸນຍະແສງ

ໃນພິທີ, ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 1027/ຈນວ ແລະ ສະບັບເລກທີ 1028/ຈນວ, ລົງວັນທີ 24 ກັນຍາ 2018 ວ່າດ້ວຍ ການໂຍກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາ ຄື:

ເຫັນດີໂຍກຍ້າຍ ແລະ ແຕ່ງຕັ້ງ ທ່ານ ວົງເດືອນ ບຸນຍະແສງ ກໍາມະການພັກ ນວ, ເລຂາພັກເມືອງ-ເຈົ້າເມືອງໆປາກງື່ມ ໄປຮັບໜ້າທີ່ໃໝ່ ເປັນ ເຈົ້າເມືອງໆຫາດຊາຍຟອງ; ໂຍກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄໍາໜູນ ຕຽງທະລາດ ກໍາມະການພັກ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ໄປຮັບໜ້າທີ່ໃໝ່ ເປັນ ເຈົ້າເມືອງໆປາກງື່ມ.

ທ່ານ ບຸນໜາ ຜາທຸມມະວົງ
…< ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ >…

ນອກຈາກນັ້ນ, ທ່ານເຈົ້າເມືອງໆປາກງື່ມ ຍັງໄດ້ຂຶ້ນຜ່ານບົດສະຫຼຸບວ່າ: 

ຕະຫຼອດໄລຍະທີ່ໄດ້ຮັບໜ້າທີ່ຜ່ານມາ ຄື ໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ, ການລັກລອບຂ້າມໄປ-ມາຕາມຊາຍແດນ, ການຄ້າ-ຂາຍເຖື່ອນ, ສະກັດກັ້ນບຸກຄົນບໍ່ດີ ແລະອື່ນໆ, ຊຸກຍູ້ການລົງທຶນຂອງພາກເອກະຊົນ, ພັດທະນາແຫຼ່ງທ່ອງທ່ຽວທາງທໍາມະຊາດໄດ້ 2 ແຫ່ງ, ສືບຕໍ່ກໍ່ສ້າງທາງປູຢາງສອງຊັ້ນ ແຕ່ບ້ານນາຊອນ-ໝາກນາວ ສໍາເລັດ 93,11%, ເສັ້ນທາງນາບົງ-ໂຄກສາ ສໍາເລັດ 66,11%, ຂົວຂ້າມນໍ້າງື່ມນາບົງ-ທ່າກົກໄຮ ສໍາເລັດ 95%, ເກັບກໍາລາຍຮັບເຂົ້າງົບປະມານແຕ່ລະປີ ສາມາດປະຕິບັດໄດ້ 61% ຂຶ້ນໄປ, ຖືເອົາການພັດທະນາເສດຖະກິດ ຕິດແໜ້ນກັບການພັດທະນາສັງຄົມ ໂດຍເລັງໃສ່ການພັດທະນາຊັບພະຍາກອນມະນຸດ ແລະ ວຽກງານການສຶກສາເປັນກາງ.

ທ່ານເຈົ້າເມືອງໆປາກງື່ມ
ເຈົ້າເມືອງໆປາກງື່ມ ແລະ ທ່ານຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ

ໃນນັ້ນ, ອົງການປົກຄອງເມືອງ ໄດ້ສົມທົບກັບອົງການພຸດທະສາສະໜາສໍາພັນ ເພື່ອລະດົມປັດໄຈກໍ່ສ້າງຕຶກໂຮງໝໍສອງຊັ້ນ ຂະໜາດ 10×40 ແມັດ, ຫໍພັກພະນັກງານແພດໝໍ ລວມເປັນມູນຄ່າທັງໝົດ 6.163.295.000 ກີບ, ພາກລັດ ສົມທົບທຶນ 722.400.000 ກີບ, ຊ່ວຍເຫຼືອເບິ່ງແຍງຜູ້ປະສົບເຄາະຮ້າຍ, ພະນັກງານປະຕິບັດອາວຸໂສບໍານານ, ຜູ້ເຖົ້າປ່ຽວພອຍ ແລະ ເດັກນ້ອຍດ້ອຍໂອກາດ ຕາມນະໂຍບາຍຂອງຂັ້ນເທິງ ລວມມູນຄ່າ 405.000.000 ກີບ.

ພະນັກງານ ແລະ ແຂກຮັບເຊີນ ທີ່ເຂົ້າຮ່ວມ