ປີນີ້ ເຮືອປະເພນີຊາຍ “ລີສອດປາກນໍ້າຄານ” ຄອງໜ້ານໍ້າທ່າວັດຈັນ ໄດ້ຮັບເງິນ 20 ລ້ານກີບ

0
1320
ບຸນອອກພັນສາປະວໍລະນາ ແລະ ປະເພນີບຸນຊ່ວງເຮືອທີ່ທ່າວັດຈັນ

ປີນີ້, ເຮືອປະເພນີຊາຍ ລີສອດປາກນ້ຳຄານ ເປັນເຈົ້າຄອງໜ້ານໍ້າທ່າວັດຈັນ ໃນບຸນອອກພັນສາປະວໍລະນາ ແລະ ປະເພນີບຸນຊ່ວງເຮືອທີ່ທ່າວັດຈັນ ປະຈໍາປີ 2018 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຈໍານວນເຮືອຊ່ວງເຂົ້າຊິງເປັນເຈົ້າໜ້ານໍ້າ 23 ລໍາ ໃນໄລຍະທາງ 800 ແມັດ ເຊິ່ງຈັດຂຶ້ນໃນວັນທີ 25 ຕຸລາ ຜ່ານມານີ້, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີຮອງເຈົ້າຄອງ, ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ພະນັກງານການນຳ, ອາວຸໂສ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຊົມການແຂ່ງຂັນຢ່າງຄຶກຄື້ນ, ໃຫ້ກຽດມອບຂັນລາງວັນຊະນະເລີດໂດຍ ທ່ານ ສີຫູນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງ.

ບັນດາແຂກທີ່ມີກຽດ ກໍເຂົ້າຮ່ວມ

ການແຂ່ງຂັນເຮືອຊ່ວງ ເພື່ອຄອງເປັນເຈົ້າໜ້ານໍ້າຢູ່ທ່າວັດຈັນ ປີນີ້ ມີທັງໝົດ 23 ລໍາ. ໃນນັ້ນ, ເຮືອ 55 ສີພາຍແບ່ງອອກເປັນ 3 ປະເພດ ຄື: ເຮືອປະເພນີຊາຍ ມີ 7 ລໍາ, ເຮືອປະເພນີຍິງ ມີ 5 ລໍາ, ເຮືອສູດຊາຍ ມີ 5 ລໍາ ແລະ 12 ສີພາຍ ມີ 6 ລຳ; ຜ່ານການແຂ່ງຂັນຜົນປະກົດວ່າ: ເຮືອປະເພນີຊາຍ ຊະນະເລີດ ໄດ້ແກ່ເຮືອລີສອດປາກນ້ຳຄານ ຮັບຂັນເງິນ 1 ກິໂລກຼາມ ພ້ອມເງິນ 20 ລ້ານກີບ, ຮອງຊະນະເລີດແມ່ນ ເຮືອທະນາຄານຮ່ວມພັດທະນາ ຮັບຂັນເງິນ 0,75 ກິໂລກຼາມ ພ້ອມເງິນ 15 ລ້ານກີບ, ອັນດັບ 3 ແມ່ນ ເຮືອຄອນສະຫວັນ 99 ຮັບຂັນເງິນ 0,5 ກິໂລກຼາມ ພ້ອມເງິນ 10 ລ້ານກີບ ແລະ ອັນດັບ 4 ຕົກ ເປັນຂອງເຮືອພອນພະແກ້ວ ຮັບເງິນ 6 ລ້ານກີບ.

ບັນດາຜູ້ເຂົ້າຮ່ວມທັງຫຼາຍ

ສ່ວນເຮືອປະເພນີຍິງ ຊະນະເລີດ ຕົກເປັນຂອງ ເຮືອບໍລິສັດແສງເພັດກໍ່ສ້າງ ຮັບຂັນເງິນ 1 ກິໂລກຼາມ ພ້ອມເງິນ 20 ລ້ານກີບ, ອັນດັບ 2 ແມ່ນ ເຮືອທ່າພະ ຮັບຂັນເງິນ 0,75 ກິໂລກຼາມ ພ້ອມເງິນ 15 ລ້ານກີບ, ອັນດັບ 3 ເຮືອບໍລິສັດພັນທະວົງ ຮັບຂັນ 0,5 ກິໂລກຼາມ ພ້ອມເງິນ 10 ລ້ານກີບ ແລະ ອັນດັບ 4 ແມ່ນ ເຮືອອົງການແມ່ນ້ຳຂອງນາໆຊາດ ຮັບເງິນ 6 ລ້ານກີບ; ເຮືອສູດຊາຍ ອັນດັບ 1 ແມ່ນ ເຮືອກຸ່ມທຸລະກິດຊ້າງເພັດຫຼວງພະບາງ ຮັບຂັນເງິນ 1 ກິໂລກຼາມ ພ້ອມເງິນ 15 ລ້ານກີບ, ອັນດັບ 2 ແມ່ນ ເຮືອບໍລິສັດແສງເພັດກໍ່ສ້າງ ຮັບຂັນ 0,75 ກິໂລກຼາມ ພ້ອມເງິນ 10 ລ້ານກີບ, ອັນດັບ 3 ເຮືອພອນພະແກ້ວ ຮັບຂັນເງິນ 0,5 ກິໂລກຼາມ ພ້ອມເງິນ 5 ລ້ານກີບ ແລະ ອັນດັບ 4 ເຮືອເທບປະທານພອນ ຮັບເງິນ 4 ລ້ານກີບ.

ການແຂ່ງຂັນຊ່ວງເຮືອ ທ່າວັດຈັນ

ສ່ວນຊະນະເລີດເຮືອ 12 ສີພາຍ ແມ່ນ ເຮືອເທບພິສິດໄຊ ຮັບຂັນ 1 ໜ່ວຍ ພ້ອມເງິນ 10 ລ້ານກີບ, ອັນດັບ 2 ເຮືອກຸ່ມບໍລິສັດຊ້າງເພັດ 1 ຮັບຂັນ 1 ໜ່ວຍ ພ້ອມເງິນ 8 ລ້ານກີບ, ອັນດັບ 3 ເຮືອນາວາສັກສິດ 1 ຮັບຂັນ 1 ໜ່ວຍ ພ້ອມເງິນ 6 ລ້ານກີບ ແລະ ອັນດັບ 4 ຕົກເປັນຂອງເຮືອກຸ່ມບໍລິສັດຊ້າງເພັດ 2 ຮັບເງິນ 4 ລ້ານກີບ ແລະ ຍັງມີລາງວັນເຮືອເຊີ້ງງາມ ແລະ ເຮືອໄຟງາມຈຳນວນໜຶ່ງ.

<===>

ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ ປະຈໍາປີ 2018 ກ່າວວ່າ: 

ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ເປັນຮີດຄອງປະເພນີອັນດີງາມຂອງຊາດ ທີ່ສືບທອດກັນມາແຕ່ດົນນານ, ຊຶ່ງເປັນການແຂ່ງຂັນກິລາທາງນໍ້າປະເພດໜຶ່ງ ຈັດຂຶ້ນເພື່ອສ້າງໂອກາດໃຫ້ປະຊາຊົນໄດ້ສ້າງຄວາມສາມັກຄີຮັກແພງເຊິ່ງກັນແລະກັນ ພ້ອມ ທັງໄດ້ສະແດງໃຫ້ເຫັນສີໄມ້ລາຍມືຂອງບັນດານັກສີພາຍ ທີ່ມີຄວາມສາມາດອອກສູ່ມວນຊົນໄດ້ຮັບຊົມຢ່າງຄຶກຄື້ນມ່ວນຊື່ນ. 

ທ່ານ ນາງ ບົວລອນ ວົງດາລາແສນ
ການແຂ່ງຂັນຊ່ວງເຮືອ ທ່າວັດຈັນ

ໃນປີນີ້ ແມ່ນມີຜົນສໍາເລັດຢ່າງສະຫງ່າງາມ ທັງຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ-ປອດໄພນັບແຕ່ມື້ເປີດງານຈົບຮອດມື້ປິດ ຍ້ອນວ່າ ກໍາລັງ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງໃຫ້ຄວາມຮ່ວມມື, ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ເອົາໃຈໃສ່ປະຕິບັດຕາມໜ້າທີ່ຂອງຕົນເປັນຢ່າງດີ ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ບູຮານນະການໃຫ້ຊາວຕ່າງປະເທດໄດ້ເຫັນເຖິງມູນເຊື້ອວັດທະນະທໍາອັນດີງາມຂອງຊາດລາວ.

ບັນດາແຂກຈາກທັງພາຍໃນ ແລະ ພາຍນອກ
ບັນດາເຮືອແຂ່ງຂັນ ແລະ ສີພາຍ