ກອງປະຊຸມຊຸກຍູ້ວຽກງານວິຊາສະເພາະຈະລາຈອນ

ໃນທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານວິຊາສະເພາະ ໂຄງການປ້ອງກັນສະກັດກັ້ນ ແລະ ແກ້ໄຂອຸບັດຕິເຫດ, ເປັນປະທານໂດຍ ພັທ ຈະເລີນ ເລີດມຸງຄຸນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີ ທ່ານ ພັທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ພ້ອມດ້ວຍພະນັກງານຕຳຫຼວດຈະລາຈອນຈາກຫ້ອງ, ກອງບັນຊາ ການ ປກສ ເມືອງ ທົ່ວແຂວງວຽງຈັນ ເຂົ້າຮ່ວມ.

ໃນກອງປະຊຸມ, ພັຕ ພູວັນນີ ຫຼີນວັນນະລາດ ຮອງຫົວໜ້າພະແນກຈະລາຈອນ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: 

ຜ່ານມາ, ຄະນະພັກ-ຄະນະບັນຊາ ພະແນກຕຳຫຼວດຈະລາຈອນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ກໍຄືການບໍລິການຮັບໃຊ້ປະຊາຊົນ ໄດ້ຖືເອົາວຽກງານໂຄສະນາເປັນປາຍແຫຼມ ໂດຍຕິດພັນກັບໂຄງການຫຼຸດຜ່ອນອຸບັດຕິເຫດ ເຊິ່ງໃນແຕ່ລະປີໄດ້ຈັດຕັ້ງພະນັກງານລົງໂຄສະນາຕາມສາຍທາງ, ໂຮງຮຽນ, ສະຖາບັນວິຊາຊີບ, ສຳນັກງານ-ອົງການ, ກຸ່ມບ້ານຕ່າງໆ ມີຈຳນວນຜູ້ເຂົ້າຮ່ວມ 12.270 ຄົນ, ຍິງ 6.021 ຄົນ, ສ້າງກິດຈະກຳ ຖາມ-ຕອບ ໂຄງການຂັບຂີ່ປອດໄພ ພ້ອມທັງແຈກເຄື່ອງອຸປະກອນ, ໝວກກັນກະທົບ 92 ໜ່ວຍ, ເສື້ອຍືດ 1.686 ຜືນ, ປື້ມ 120 ຫົວ, ປື້ມ ຄູ່ມື 3.280 ຫົວ ແລະ ບິກຂຽນ 120 ກ້ານ.

ກອງບັນຊາການ ປກສ ແຂວງວຽງຈັນ

ນອກນັ້ນ, ຍັງເອົາໃຈໃສ່ຈັດຕັ້ງກຳລັງຕຳຫຼວດຈະລາຈອນລົງປະຈຳປ້ອມ 2 ຈຸດ ເສັ້ນທາງເລກທີ 10 ແລະ ເສັ້ນທາງເລກທີ 13 ເໜືອ ກວດກາພາຫະນະທັງໝົດ 180 ຄັ້ງ ພົບເຫັນຜູ້ລະເມີດ 1.187 ຄົນ, ຍິງ 234 ຄົນ ສຶກສາອົບຮົມກ່າວເຕືອນ 750 ຄົນ, ຂຽນໃບກ່າວເຕືອນ 207 ຄົນ, ຍິງ 95 ຄົນ ຂຽນໃບຮັບສາລະພາບ ກັກເອກະສານທັງໝົດ 80 ໃບ, ລົງປ້ອງກັນສະຖານທີ່ເກີດອຸບັດຕິເຫດ 52 ຄັ້ງ, ໃນ 6 ເດືອນ ຕົ້ນປີຜ່ານມາ ມີອຸບັດຕິເຫດເກີດຂຶ້ນທົ່ວແຂວງວຽງຈັນ ທັງໝົດ 275 ເລື່ອງ, ມີຜູ້ໄດ້ຮັບເຄາະຮ້າຍ ທັງໝົດ 478 ຄົນ, ຍິງ 119 ຄົນ, ເສຍຊີວິດ 41 ຄົນ, ຍິງ 7 ຄົນ, ພາຫະນະເປ່ເພ ທັງໝົດ 487 ຄັນ,  ປະເມີນມູນຄ່າເສຍຫາຍ ທັງໝົດ 3.050.700.000 ກີບ.

ກອງປະຊຸມຄັ້ງນີ້ ຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ເພື່ອຊອກຫາວິທີປ້ອງກັນສະກັດກັ້ນ ແລະ ແກ້ໄຂສະພາບອຸບັດຕິເຫດ ທີ່ອາດຈະເກີດຂຶ້ນໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງເທື່ອລະກ້າວ.