ລາວ - ຫວຽດນາມ ແລກປ່ຽນບົດຮຽນ

ໃນອາທິດຜ່ານມາ, ຄະນະຜູ້ແທນແຂວງຜົ້ງສາລີ ສປປ ລາວ ຮ່ວມກັບ ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນວຽກງານ ພັດທະນາເສດຖະກິດ-ສັງຄົມຢູ່ຫ້ອງວ່າການແຂວງຜົ້ງສາລີ, ຝ່າຍລາວນຳໂດຍ ທ່ານ ແພງ ລີລາວົງ ຮອງເຈົ້າແຂວງໆຜົ້ງສາລີ ແລະ ຝ່າຍ ສສ ຫວຽດນາມ ນຳໂດຍ ທ່ານ ມົວອ່າເສີນ ປະທານກຳມະການປະຊາຊົນ ແຂວງດຽນບ່ຽນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ການພົບປະແລກປ່ຽນບົດຮຽນຄັ້ງນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບລວມຂອງແຂວງ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະ 1 ທີ່ຜ່ານມາ, ເຖິງວ່າຈະມີຄວາມຫຍຸ້ງຍາກໃນຫຼາຍດ້ານກໍຕາມ ແຕ່ກໍສາມາດຜ່ານຜ່າຍາດໄດ້ຜົນສໍາເລັດອັນສໍາຄັນ ເຮັດໃຫ້ພາຍໃນແຂວງມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບໄດ້ໂດຍພື້ນຖານ, ທັງສອງຝ່າຍໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ ເປັນຕົ້ນແມ່ນ ດ້ານການພັດທະນາການສຶກສາ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ດ້ານການພັດທະນາເສດຖະກິດ-ສັງຄົມ ກໍຄືແຜນພັດທະນາຂອງແຂວງ ເຮັດໃຫ້ປະຊາຊົນສອງແຂວງໄປມາຫາກັນ ແລະ ກາຍເປັນຊາຍແດນແຫ່ງມິດຕະພາບ ແລະ ການຮ່ວມມືດີຂຶ້ນເລື້ອຍໆ.

ຫຼັງຈາກນັ້ນ, ຜູ້ແທນທັງສອງຝ່າຍກໍໄດ້ມີການແລກປ່ຽນບົດຮຽນວຽກງານປ້ອງກັນຄວາມສະຫງົບເຊິ່ງກັນແລະກັນ, ຍົກໃຫ້ເຫັນດ້ານການຈັດຕັ້ງປະຕິບັດໄດ້ ແລະ ຂໍ້ຄົງຄ້າງທີ່ຜ່ານມາ ເພື່ອພ້ອມກັນປັບປຸງ ແລະ ສືບຕ່ໍເປັນແຜນການຮ່ວມມືໃນຕໍ່ໜ້າ ຄື: ວຽກງານແລກປ່ຽນຂໍ້ມູນ-ຂ່າວສານທີ່ພົວພັນເຖິງສະຖຽນລະພາບທາງດ້ານການເມືອງ, ວັດທະນະທໍາ-ສັງຄົມ, ເສດຖະກິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະອື່ນໆ, ຊຸກຍູ້ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ, ຂະໜາດກາງທີ່ມີເງື່ອນໄຂ, ມີຄວາມສາມາດຂອງສອງຝ່າຍມາລົງທຶນ ເພື່ອພ້ອມກັນພັດທະນາເສດຖະກິດຂອງສອງແຂວງ ເວົ້າລວມ, ເວົ້າສະເພາະ ແຂວງຜົ້ງສາລີ ແລະ ແຂວງດຽນບ່ຽນ ນັບມື້ນັບດີຂຶ້ນເທື່ອລະກ້າວ.