ພັທ ພອນສະຫວັນ ອຸດົມເພັດ

ຄະນະພັກຮາກຖານ ຄະນະບັນນາທິການຂ່າວສານ ປກສ ( ຄບສ ) ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2018 ໃນວັນທີ 26 ຕຸລາ 2018, ເປັນປະທານໂດຍ ພັທ ພອນສະຫວັນ ອຸດົມເພັດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າ ຄບສ, ມີຄະນະພັກ-ຄະນະບັນຊາ, ສະມາຊິກພັກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນພິທີ, ພັທ ພອນສະຫວັນ ອຸດົມເພັດ ໄດ້ເຜີຍແຜ່ເອກະສານການຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດຂອງພະນັກງານ-ນັກຮົບໃນໄລຍະໃໝ່ ເຊິ່ງມີເນື້ອໃນບາງຕອນໄດ້ໃຫ້ຮູ້ວ່າ: 

ເອກະສານດັ່ງກ່າວກຳນົດຈຸດປະສົງເນື້ອໃນ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈແຈ້ງຕື່ມອີກກ່ຽວກັບຄວາມໝາຍຄວາມສໍາຄັນ ແລະ ເນື້ອໃນທີ່ຈະຕ້ອງໄດ້ຝຶກຝົນຫຼ່ໍຫຼອມຕົນເອງໃນສະພາບການໃໝ່ ເພື່ອໃຫ້ທຸກຄົນເຫັນໄດ້ຄວາມຈໍາເປັນພາວະວິໄສຈະຕ້ອງຍົກສູງຄວາມເອົາໃຈໃສ່ໃນການຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ໃຫ້ຕົນເອງກາຍເປັນພະນັກງານ-ນັກປະຕິວັດທີ່ແໜ້ນແກ່ນ.

ພັທ ພອນສະຫວັນ ອຸດົມເພັດ
ຄະນະບັນນາທິການຂ່າວສານ ຄບສ

ການຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ແມ່ນການຝຶກຝົນຫຼ່ໍຫຼອມສ້າງໃຫ້ພະນັກງານ-ນັກຮົບ ມີຄວາມຕັ້ງຕໍ່ບໍລິສຸດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນໃຫ້ນັບມື້ສູງຂຶ້ນ, ນັ້ນແມ່ນມີຄວາມໝາຍສໍາຄັນຫຼາຍທີ່ສຸດໃນການເຄື່ອນໄຫວເຮັດສໍາເລັດໜ້າທີ່ການເມືອງຂອງຕົນຢ່າງຈົບງາມ. ເນື້ອໃນຄຸນສົມບັດສິນທໍາປະຕິວັດ ແມ່ນພາບທີ່ສະທ້ອນໃຫ້ເຫັນຄຸນທາດການເມືອງຂອງພະນັກງານ-ນັກຮົບ ໂດຍຜ່ານການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ແລະ ການດໍາລົງຊີວິດຂອງແຕ່ລະຄົນ. ດັ່ງນັ້ນ, ຈຶ່ງຕ້ອງໄດ້ສຸມໃສ່ເນື້ອໃນດັ່ງນີ້: ພະນັກງານ-ນັກຮົບ, ສະມາຊິກພັກທຸກສະຫາຍ ຕ້ອງໄດ້ສືບຕໍ່ສ້າງ, ບໍາລຸງ ແລະ ຝຶກຝົນຕົນເອງໃຫ້ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຫຼັກໝັ້ນຊົນຊັ້ນເລິກເຊິ່ງ, ຮັບຮູ້ແຈ້ງໃຜແມ່ນມິດ, ໃຜແມ່ນສັດຕູຂອງຊາດ, ຂອງຊົນຊັ້ນ ແລະ ເປົ້າໝາຍສູ້ຮົບຂອງຕົນ, ມີຄວາມບໍລິສຸດສັດຊື່, ຈົງຮັກພັກດີຕໍ່ພາລະກິດປ່ຽນແປງໃໝ່ ກໍຄືອຸດົມການສັງຄົມນິຍົມ ແລະ ຕໍ່ຜົນປະໂຫຍດຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ມີຄວາມຕັດສິນໃຈສູງ ແລະ ເດັດດ່ຽວໜຽວແໜ້ນໃນການສູ້ຮົບຜ່ານຜ່າທຸກຄວາມຫຍຸ້ງຍາກນາໆປະການ, ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມຂອງຊາດ ແລະ ເພື່ອພາລະກິດແຫ່ງການປົກປັກຮັກສາ ກໍຄືການສ້າງສາພັດທະນາປະເທດຊາດ.

ຄະນະບັນນາທິການຂ່າວສານ ຄບສ

ພາຍຫຼັງເຊື່ອມຊຶມເອກະສານສໍາເລັດ ບັນດາສະມາຊິກພັກ ແລະ ພະນັກງານ-ນັກຮົບ ຈະມີການຜ່ານໃບສໍາຫຼວດ ເພື່ອຕໍານິຕິຊົມສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ, ມີການຕີລາຄາຈັດປະເພດສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ຖືກຕ້ອງຕາມຄວາມເປັນຈິງ; ເຊິ່ງບັ້ນດໍາເນີນບັ້ນຊີວິດການເມືອງຄັ້ງນີ້ ຈະດໍາເນີນໄປເຖິງວັນທີ 9 ພະຈິກ 2018 ຈຶ່ງຈະສໍາເລັດ.