ໃນວັນທີ 22 ຕຸລາ 2018, ຫ້ອງການສາທາລະນະສຸກ ເມືອງ ແລະ ແຂວງໄຊຍະບູລີ ໄດ້ເປີດ ຂະບວນການສັກຢາ-ຢອດຢາກັນພະຍາດແບບຕະລຸມບອນ ຢູ່ບ້ານໜອງໜ່ອງ ເມືອງໄຊຍະບູລີ, ເຂົ້າຮ່ວມໂດຍ ທ່ານ ບຸນຄົງ ພົງສະຫວັນ ຮອງເຈົ້າເມືອງໆໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຮອງຫົວໜ້າພະແນກການ ຂອງແຂວງ, ຫົວໜ້າ, ຮອງຫົວໜ້າ ຫ້ອງການຂອງເມືອງ, ອໍານາດການ ປົກຄອງບ້ານ, ນ້ອງນ້ອຍນັກຮຽນ ພ້ອມດ້ວຍພໍ່-ແມ່ປະຊາຊົນ ແລະ ເດັກນ້ອຍເປົ້າໝາຍເຂົ້າຮ່ວມ.

ທ່ານ ດຣ ວໍລະຈິດ ວົງວິໄລ ຮອງຫົວໜ້າຫ້ອງການສາທາລະນະສຸກ ເມືອງໄຊຍະບູລີ ໄດ້ລາຍ ງານການກະກຽມສັກຢາ-ຢອດຢາກັນພະຍາດແບບຕະລຸມບອນ ເຊິ່ງການຈັດຕັ້ງປະຕິບັດສັກຢາກັນພະຍາດແບບຕະລຸມບອນ ແມ່ນເພື່ອຍົກອັດຕາການສັກຢາກັນພະຍາດຮອບປົກກະຕິໃຫ້ໄດ້ 90% ຂຶ້ນໄປ ເຊິ່ງປ້ອງກັນພະຍາດວັນນະໂລກ, ໂປລິໂອ, ຄໍຕີບ, ໄອໄກ່, ບາດທະຍັກ, ອັກເສບຕັບບີ, ເຫຍື່ອຫຸ້ມສະໝອງ, ອັກເສບປອດ ແລະ ພະຍາດໝາກແດງ, ເຊິ່ງບ້ານເປົ້າໝາຍທີ່ສັກຢາໃນຄັ້ງນີ້ ປະກອບມີ: ບ້ານໂພນສະອາດ 9 ຄົນ, ບ້ານໄຊສະຫວາດ 5 ຄົນ, ບ້ານຫາດຮ່ອມ 4 ຄົນ, ບ້ານ ຫ້ວຍຊາວ 6 ຄົນ, ບ້ານໜອງໜ່ອງ 14 ຄົນ, ບ້ານຫ້ວຍລຸນ 6 ຄົນ, ບ້ານນາຕາກ 31 ຄົນ.