ໜ່ວຍຮາກຖານສະຫະພັນແມ່ຍິງຫ້ອງການ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ເປີດ ກອງປະຊຸມໃຫຍ່ ຄັ້ງທີ II, ໃນອາທິດຜ່ານມາ, ເປັນປະທານໂດຍ ພັຕ ນາງ ສີແກ້ວ ສີປະເສີດ ຫົວໜ້າໜ່ວຍຮາກຖານສະຫະພັນ ແມ່ຍິງຫ້ອງການ ກອງບັນຊາການ ແລະ ເຂົ້າຮ່ວມໂດຍ ພັທ ພຸດທະສອນ ວົງແຝງຄຳ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ມີບັນດາຄະນະໜ່ວຍອ້ອມຂ້າງກອງບັນຊາການ ຕະຫຼອດຮອດເອື້ອຍນ້ອງແມ່ຍິງພາຍໃນຫ້ອງເຂົ້າຮ່ວມ.

ພັຕ ນາງ ສີແກ້ວ ສີປະເສີດ ກ່າວວ່າ: ຕະຫຼອດໄລຍະຜ່ານມາ, ຄະນະໜ່ວຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ເອື້ອຍ-ນ້ອງປົກກະຕິ ໄດ້ນຳພາສ້າງຂະບວນການອອກແຮງງານ 96 ຄັ້ງ, ເຂົ້າຮ່ວມຂະບວນການກິລາ-ວັນນະຄະດີ 15 ຄັ້ງ, ເຂົ້າຮ່ວມການອວຍພອນກົມກອງໃນວັນສຳຄັນຕ່າງໆ 8 ຄັ້ງ ແລະ ຍັງໄດ້ ສ້າງກິດຈະກຳຫາລາຍໄດ້ດ້ວຍການຂາຍເຄື່ອງຍ່ອຍ, ຂາຍບັດເຕີມໂທລະສັບສາມາດສ້າງເງິນກອງທຶນຂອງໜ່ວຍໄດ້ທັງໝົດ 14.944. 000 ກີບ ແລະ ຍັງໄດ້ສ້າງຂະບວນການແກ້ໄຂວຽກງານວິຊາສະເພາະອື່ນໆອີກ.

ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດ ໃໝ່, ໃນນີ້ ເລືອກໄດ້ ພັຕ ນາງ ສີ ແກ້ວ ສີປະເສີດ ເປັນຫົວໜ້າ, ຮອ ນາງ ເພັດສະໝອນ ຫຼ້າລວງລາດ ເປັນຮອງ ແລະ ຮທ ນາງ ມະນີລາ ອິນຍາວົງ ເປັນຄະນະ.