ໜ່ວຍພັກພະແນກຫ້ອງການ ແລະ ພະແນກປ້ອງກັນພາຍໃນຫ້ອງ ສັນຕິບານ ປກສ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກ ງານປະຈຳເດືອນຕຸລາ ປີ 2018, ເປັນປະທານໂດຍ ພັຕ ສີພັນດອນ ຄໍາມະຈັກ ເລຂາໜ່ວຍພັກດັ່ງກ່າວທັງເປັນຫົວໜ້າພະແນກປ້ອງກັນພາຍໃນ, ໂດຍມີ ພັທ ເຄນວອນ ລໍວັນໄຊ ເລຂາພັກຮາກຖານ ຫົວ ໜ້າຫ້ອງສັນຕິບານ ປກສ ແຂວງ, ມີຄະນະໜ່ວຍພັກ, ແຂກຮັບເຊີນ, ພະນັກງານ-ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

ພັຕ ກອງມະນີ ພູມມະນີວົງ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກປ້ອງກັນພາຍໃນ ໄດ້ຜ່ານບົດສະຫຼຸບການຊີ້ນໍາ-ນໍາພາລວມຂອງໜ່ວຍພັກ ປະຈໍາເດືອນຕຸລາ, ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງ-ນໍາພາວຽກງານການເມືອງ-ແນວຄິດຕໍ່ກັບພະນັກງານ ສະມາຊິກພັກພະນັກງານ-ນັກຮົບນໍາພາເຊື່ອມຊຶມແນວທາງນະໂຍ ບາຍຂອງພັກ-ລັດ, ນິຕິກໍາຕ່າງໆຈາກຂັ້ນເທິງຢ່າງເປັນປົກກະຕິ ເພື່ອແນໃສ່ເຮັດໃຫ້ພະນັກງານສະມາຊິກພັກພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ຊື່ສັດບໍລິສຸດຕໍ່ຊາດ ແລະ ປະຊາຊົນ, ຂະຫຍາຍພັກໃຫ້ໄດ້ຕາມມາດຖານເງື່ອນໄຂທີ່ພັກປະຊາຊົນ ປະຕິວັດລາວວາງອອກຢ່າງເຂັ້ມງວດ.

ສຳລັບວຽກງານວິຊາສະເພາະໃນໄລຍະ 1 ເດືອນຜ່ານມາ ໄດ້ສ່ອງແສງລາຍງານສະພາບການຕ່າງໆປະຈໍາອາທິດ ແລະ ເດືອນ ໃຫ້ຫ້ອງການ ປກຊ-ປກສ ແຂວງ ແລະ ຫ້ອງໄດ້ 11 ຄັ້ງ, ຮັບ-ສົ່ງແຟັກ ໄດ້ 96 ຄັ້ງ, ລາຍງານສະພາບໃຫ້ກົມ 502 ໄດ້ 20 ຄັ້ງ, ພິມ ແລະ ອັດເອກະສານຕ່າງໆໄດ້ 1.678 ສະບັບ, ອັດສໍາເນົາເອກະສານຂາອອກ-ຂາເຂົ້າໄດ້ 82 ສະບັບ, ສະຫຼຸບລາຍຮັບຖອກງົບປະມານ ແລະ ຄ່າທໍານຽມປະຈໍາເດືອນກັນຍາໄດ້ 1 ຄັ້ງ, ລົງຊຸກຍູ້ວຽກສໍານັກງານ-ອົງການອ້ອມຂ້າງແຂວງໄດ້ 1 ຄັ້ງ, ວຽກງານໃກ້ຊິດໄດ້ເອົາໃຈໃສ່ປ້ອງການເວນຍາມເຮືອນພັກການນໍາຕະຫຼອດ 24 ຊົ່ວໂມງ ຮັບປະກັນຄວາມປອດໄພ 100%.

ກອງປະຊຸມຍັງໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ 2 ສະຫາຍ ຍິງ 1 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ 2 ສະຫາຍ ຍິງ 1 ສະຫາຍ ເພື່ອເຂົ້າຮ່ວມຊີວິດພັກພາຍໃນໜ່ວຍພັກຕາມລະບຽບຂອງພັກກໍານົດໄວ້.

ໂອກາດດຽວກັນ, ພັທ ເຄນ ວອນ ລໍວັນໄຊ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະມາຊິກພັກ ແລະ ພະນັກງານ-ນັກຮົບຍາດມາໄດ້ໃນໄລຍະຜ່ານມາ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍໄດ້ເປັນຢ່າງດີ ຄຽງຄູ່ກັບຜົນງານດ້ານດີທີ່ມີຢູ່ແລ້ວ ຍັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ ແລະ ພະນັກງານ-ນັກຮົບ ຈົ່ງເອົາໃຈໃສ່ວຽກງານການເມືອງ-ແນວຄິດເປັນຫຼັກ, ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງ ພັກ-ລັດຢ່າງເຂັ້ມແຂງ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນທາງດ້ານທິດສະ ດີມາກ-ເລນິນ ແລະ ເຕັກນິກວິທະຍາສາດໃນແບບໃໝ່ ເພື່ອໝູນໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ທັນສະໄໝ ພ້ອມນັ້ນ ພະນັກງານສະມາຊິກພັກ ກໍຕ້ອງຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນແບບ ຢ່າງນໍາໜ້າໃຫ້ແກ່ມະຫາຊົນ ເພື່ອຈະໄດ້ກ້າວຂຶ້ນເປັນສະມາຊິກພັກທີ່ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຕໍ່ໄປ.