ບັນດາຄະນະປະທານ ແລະ ແຂກຮັບເຊີນ

ສະຫະພັນຍິງປືນແຫ່ງຊາດລາວ ໄດ້ສຳເລັດການແຂ່ງຂັນກິລາຍິງປືນ ໄອພີເອສຊີ ລະດັບ III ເພື່ອຊີງຂັນ ນາຍົກລັດຖະມົນຕີ ສປປ ລາວ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີຈາກ ກະຊວງ ປກສ, ກະຊວງສຶກສາທິການ ແລະ ກິລາ, ກະຊວງອ້ອມຂ້າງ, ຫົວໜ້າກົມ, ບັນດາຄູຝຶກ, ນັກກິລາ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ບັນຍາກາດພາຍໃນງານ

ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ ທັງເປັນປະທານສະຫະພັນຍິງປືນແຫ່ງຊາດລາວ ກ່າວໃນພິທີມອບຂັນລາງວັນໃຫ້ແກ່ຜູ້ຊະນະ ການແຂ່ງຂັນຍິງປືນ ໃນວັນທີ 28 ຕຸລານີ້ວ່າ: 

ພົຕ ສິນທະວົງ ໄຊຍະກອນ

ການແຂ່ງຂັນກິລາຍິງ ປືນ ໄອພີເອສຊີ ລະດັບ III ເພື່ອຊີງຂັນ ນາຍົກລັດລະມົນຕີແຫ່ງ ສປປ ລາວ ຄັ້ງທີ I ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລານີ້ ທີ່ສະໜາມຍິງປືນ 5 ເມສາ ເຊິ່ງມີນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດ 128 ຄົນ ທີ່ມາຈາກປະເທດກໍາປູເຈຍ, ໄທ, ຈີນ, ຮົງກົງ, ໂປແລນ ແລະ ລາວ ເຊິ່ງເປັນຄັ້ງທໍາອິດທີ່ຈັດຢູ່ໃນ ສປປ ລາວ ໂດຍການແຂ່ງຂັນປະກອບມີທັງໝົດ 6 ປະເພດຄື: ປະເພດໂປຣດັກຊັ່ນ, ສະແຕນດາດ, ໂອເພັນ, ຄລາດຊິກ, ລີໂວເວີ ແລະ ປະເພດໂປຣດັກຊັ່ນອອບຕິກ; ສຳລັບຜູ້ທີ່ຊະນະ ແມ່ນໄດ້ຮັບຫຼຽນລາງວັນ ແລະ ຂັນລາງວັນ.

ແຂກຮັບເຊີນທັງຫຼາຍທີ່ເຂົ້າຮ່ວມ

ຜ່ານການແຂ່ງຂັນF ຊະນະເລີດໃນແຕ່ລະປະເພດປະກອບມີຄື: ປະເພດໂປຣດັກຊັ່ນ ລາງວັນທີ 1 ແມ່ນ ທ້າວ ຫັດຊະນະ ວິຈິດປະຕິມາ, ລາງວັນທີ 2 ແມ່ນ ທ້າວ ເອກ ວົງມີ ທັງສອງຄົນມາຈາກປະເທດໄທ, ລາງວັນທີ 3 ແມ່ນ ທ້າວ ຫົງພະຈັນ ດາລາວົງ ຈາກປະເທດລາວ; ປະເພດສະແຕນດາດ, ລາງວັນທີ 1 ແມ່ນ ທ້າວ ທະນະກອນ ບໍລິສຸດ, ລາງວັນທີ 2 ແມ່ນ ທ້າວ ທໍາມະສັກ ວົງລັກສັກ, ລາງວັນທີ 3 ແມ່ນ ທ້າວ ນະລົງສັກ ແກ້ວເມືອງເພັດ ທັງສາມຄົນມາຈາກປະເທດໄທ; ປະເພດໂປຣດັກຊັ່ນອອບຕິກ, ລາງວັນທີ 1 ແມ່ນ ທ້າວ ສຸນັນ ວັດທະບູນ, ລາງວັນທີ 2 ແມ່ນ ນາງ ອາໂນໄທ ເມືອງມະນີ ທັງສອງແມ່ນນັກກິລາປະເທດລາວ ແລະ ລາງວັນທີ 3 ແມ່ນ ນາງ ວັງ ຢີທຽນ ມາຈາກປະເທດຈີນ.

ພິທີມອບລາງວັນ

ນອກນີ້, ຍັງມີລາງວັນລາງວັນອື່ນໆອີກຈໍານວນຫຼວງຫຼາຍ. ໃຫ້ກຽດມອບຫຼຽນ ແລະ ຂັນລາງວັນໂດຍ ທ່ານ ສອນໄຊ ສີພັນດອນ, ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

ບັນດາຜູ້ທີ່ຊະນະການແຂ່ງຂັນ
ເປັນກຽດມອບລາງວັນໂດຍ ທ່ານ ສອນໄຊ ສີພັນດອນ