ພິທີເປີດ ງານມະຫາກຳສີມືຫັດຖະກຳລາວ

ສະພາອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສະມາຄົມຫັດຖະກໍາລາວ ໄດ້ເປີດງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 17 ປະຈໍາປີ 2018 ຂຶ້ນໃນວັນທີ 29 ຕຸລາ 2018, ຢູ່ທີ່ສູນການຄ້າລາວໄອເຕັກ, ເຂົ້າຮ່ວມໂດຍ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ນັກທຸລະກິດ ແລະ ຫ້າງຮ້ານ.

ເຂົ້າຮ່ວມໂດຍ ທ່ານ ພັນທອງ ພິດທຸມມາ

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກ່າວວ່າ:

ທ່ານ ນາງ ຈັນທະຈອນ ວົງໄຊ

ການເປີດງານຄັ້ງນີ້ ແມ່ນເລີ່ມແຕ່ວັນທີ 27 ຕຸລາ ຫາວັນທີ 4 ພະຈິກ 2018, ເພື່ອສ້າງໂອກາດໃຫ້ກັບຊາວຫັດຖະກໍາລາວ ທີ່ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ ໄດ້ນໍາເອົາສິນຄ້າຂອງຕົນມາວາງສະແດງ ແລະ ຈໍາໜ່າຍຂາຍ ເພື່ອສ້າງລາຍຮັບໃຫ້ກັບຕົນເອງ; ພ້ອມນີ້, ກໍເປັນການສ້າງໂອກາດໃຫ້ຊາວຊ່າງຫັດຖະກໍາໄດ້ພົບປະກັນ, ແລກປ່ຽນບົດຮຽນກ່ຽວກັບການຜະລິດເຄື່ອງຫັດຖະກໍານໍາກັນ ກ່ຽວກັບສິ່ງໃດທີ່ຈະຕ້ອງໄດ້ແກ້ໄຂ ແລະ ສິ່ງໃດທີ່ຈະຕ້ອງໄດ້ເພີ່ມຕື່ມ ຫຼື ຕໍ່ຍອດອອກໄປ.

<===>

ງານຫັດຖະກໍາສີມືຫັດຖະກໍາລາວ ຄັ້ງທີ 17 ນີ້, ມີຮ້ານຂາຍເຄື່ອງຫັດຖະກໍາ ປະມານ 200 ກວ່າຮ້ານ ເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍ ເຊັ່ນ: ເຄື່ອງຫັດຖະກໍາຜ້າໄໝ, ຜ້າໄໝຝ້າຍພື້ນເມືອງ, ເຄື່ອງເງິນ-ວັດຖຸມີຄ່າ, ເຄື່ອງທອງເຫຼືອງ, ເຄື່ອງປັ້ນດິນເຜົາ, ເຄື່ອງຈັກສານຈາກໄມ້ປ່ອງ, ຫວາຍເຄື່ອງຊົນເຜົ່າຕ່າງໆ.

ງານຫັດຖະກໍາສີມືຫັດຖະກໍາລາວ

ນອກຈາກນັ້ນ, ຍັງມີການສາທິດການຜະລິດສິນຄ້າຫັດຖະກໍາລາວດ້ວຍມື, ມີການເດີນແບບຊຸດຊົນເຜົ່າໄຕດໍາ – ໄຕແດງແບບບູຮານ ແລະ ຊົນເຜົ່າກຶມມຸ.