ໃນວັນທີ 30-31 ຕຸລາ 2018, ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ຊຸດທີ VIII ໄດ້ຈັດກອງປະຊຸມຄົບຄະນະກໍາມາທິການຍຸຕິທໍາ ປະຈໍາປີ 2018 ເພື່ອປຶກສາຫາລື, ແລກປ່ຽນທັດສະນະຄໍາຄິດຄໍາເຫັນຮ່ວມກັນກ່ຽວກັບ ບັນດາເນື້ອໃນເອກະສານໃນຂົງເຂດຍຸຕິທໍາ ເພື່ອຄວາມເປັນເອກະພາບຕໍ່ເນື້ອໃນ ກ່ອນນໍາເຂົ້າພິຈາລະນາຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະຈັດຂຶ້ນໃນມໍ່ໆນີ້; ໂດຍການເປັນປະທານໂດຍ ທ່ານ ປອ ນາງ ບົວຄຳ ທິບພະວົງ ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ ມີບັນດາຄະນະກຳມາທິການຍຸຕິທຳສູນກາງ ແລະ ທ້ອງຖິ່ນ ໃນທົ່ວປະເທດ ເຂົ້າຮ່ວມ.

ທ່ານ ນາງ ປອ ບົວຄຳ ທິບພະວົງ ໄດ້ກ່າວໄຂກອງປະຊຸມ ວ່າ: 

ເປັນປະທານໂດຍ ທ່ານ ປອ ນາງ ບົວຄຳ ທິບພະວົງ

ກອງປະຊຸມຄົບຄະນະກໍາມາທິການຍຸຕິທໍາ ປະຈໍາປີ 2018 ໃນຄັ້ງນີ້ ແມ່ນຈະໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດພາລະບົດບາດຂອງການເປັນເສນາໃຫ້ແກ່ ສະພາແຫ່ງຊາດ ໃນການຕິດຕາມການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງອົງການລັດ ທີ່ກ່ຽວຂ້ອງ ແລະ ສຶບຕໍ່ປຶກສາຫາລື, ແລກປ່ຽນທັດສະນະຄໍາຄິດຄໍາເຫັນຮ່ວມກັນກ່ຽວກັບ ບັນຫາທີ່ພົ້ນເດັ່ນຂອງການປະຕິບັດວຽກງານວິຊາສະເພາະໃນຂົງເຂດຍຸຕິທໍາ ເພື່ອຄວາມເປັນເອກະພາບຕໍ່ເນື້ອໃນ ກ່ອນນຳເຂົ້າພິຈາລະນາຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍສະເພາະ ແມ່ນປະກອບຄໍາເຫັນໃສ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2019 ຂອງກໍາມາທິການສະພາແຫ່ງຊາດ ຊຸດທີ VIII; ຮ່າງມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າດ້ວຍ ການຮັບຮອງເອົາການຈັດຕັ້ງປະຕິບັດແຜນການ 5 ປີ ກາງສະໄໝ, ສະຫຼຸບການເຄື່ອນໄຫວວຽກງານຈຸດສຸມ ປະຈໍາປີ 2018 ແລະ ທິດທາງແຜນການ ແຕ່ນີ້ຮອດປີ 2020 ແລະ ວຽກງານຈຸດສຸມປີ 2019 ຂອງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ທີ່ຈະນໍາເຂົ້າພິຈາລະນາໃນ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII.

   

ນອກນີ້, ປະຊຸມຍັງໄດ້ຄົ້ນຄວ້າປະກອບຄໍາເຫັນໃສ່ 3 ເອກະສານ ທີ່ກໍາມະທິການຍຸດຕິທໍາ ທີ່ກໍາລັງສ້າງ ແລະ ປັບປຸງ ຄື: ຮ່າງມະຕິຂອງຄະນະປະຈໍາ ວ່າດ້ວຍ ການພິຈາລະນາ ແລະ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ; ຮ່າງລະບຽບການຮັບ ແລະ ພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ແລະ ແຈ້ງການແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດບາງມາດຕາຂອງກົດໝາຍ ວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກ ປີ 2016.