ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປະກາດໂຍກຍ້າຍ – ແຕ່ງຕັ້ງ ພະນັກງານ – ລັດຖະກອນ ຂັ້ນຄະນະນຳຫ້ອງການ ຂອງ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຈັນທະບູລີ ໃນວັນທີ 23 ກັນຍາ 2019 ເຂົ້າຮ່ວມໂດຍ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ມີ ທ່ານ ຄຳຕັນ ແກ້ວຫາວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ, ມີບັນດາຫ້ອງການ ແລະ ນາຍບ້ານ ອ້ອມຂ້າງເມືອງຈັນທະບູລີ ເຂົ້າຮ່ວມ.

ທ່ານ ນາງ ພິນລາວັນ ວົງບຸຜາ ຫົວໜ້າຄະນະຈັດຕັ້ງ ເມືອງຈັນທະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ເຈົ້າເມືອງໆຈັນທະບູລີ ສະບັບເລກທີ 1332/ຈມ.ຈລ ລົງວັນທີ 21 ສິງຫາ 2019 ວ່າດ້ວຍ ການໂຍກຍ້າຍພະນັກງານ – ລັດຖະກອນ.

ໃນນີ້, ເຈົ້າເມືອງໆຈັນທະບູລີ ຕົກລົງໂຍກຍ້າຍ ດັ່ງນີ້:

  • ທ່ານ ນາງ ວັນທອງ ໄຊຄຳເພັງ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຈັນທະບູລີ ຂຶ້ນໄປປະຈຳການເປັນ ຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ
  • ໄດ້ປະກາດແຕ່ງຕັ້ງ ທ່ານ ບົວຮອງ ສີສຸທຳ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊທານີ ແລະ ທ່ານ ສີທອງແດງ ບົວລະພອນ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫາດຊາຍຟອງ ທັງສອງມາເປັນ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຈັນທະບູລີ

ໂດຍອີງຕາມຂໍ້ຕົກຂອງ ເຈົ້າເມືອງໆຈັນທະບູລີ ສະບັບເລກທີ 1312/ຈມ.ຈລ ລົງວັນທີ 18 ກັນຍາ 2019 ວ່າດ້ວຍ ການຮັບເອົາ ແລະ ແຕ່ງຕັ້ງ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຈັນທະບູລີ.

ໂອກາດດຽວກັນ, ທ່ານ ຄຳຕັນ ແກ້ວຫາວົງ ໄດ້ສະແດງຄວາມຊົມເຊີຍ ພ້ອມທັງມີທິດຊີ້ນຳຕໍ່ຜູ້ທີ່ໄດ້ຮັບການ ໂຍກຍ້າຍ – ແຕ່ງຕັ້ງໃນຄັ້ງນີ້ ຈົ່ງສຸມທຸກສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ມີແບບແຜນວິທີເຮັດວຽກຢ່າງລະອຽດ ແລະ ມີຄວາມຮັບຜິດຊອບສູງ, ເປັນແບບຢ່າງນຳພາພະນັກງານ – ລັດຖະກອນ ຢ່າງເຂັ້ມງວດ ໃນການຍົກສູງລະດັບຄວາມຮູ້ – ຄວາມສາມາດ, ຄວາມຊຳນິຊຳນານຕໍ່ການເຮັດໜ້າທີ່ວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນວຽກງານມີການພັດທະນາ ແລະ ສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ.