ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຕ້ານພະຍາດວໍ້ໂລກ ທີ່ຈະໝູນວຽນມາຄົບຮອບອີກວາລະໜຶ່ງ ກໍຄື ວັນທີ 28 ກັນຍາ 2019, ກະຊວງສາທາລະນະສຸກ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຕາງໜ້າ ອົງການອະນາໄມໂລກ ປະຈໍາ ສປປ ລາວ ຈຶ່ງໄດ້ຖະແຫຼງຕໍ່ສື່ມວນຊົນ ວ່າ: ແຕ່ປີ 2012-2019 ສປປ ລາວ ມີຜູ້ເສຍຊີວິດຈາກໝາກັດ ( ພະຍາດວໍ້ ) ແລ້ວຈໍານວນ 29 ຄົນ.

ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:

ພະຍາດວໍ້ ແມ່ນພະຍາດທີ່ເກີດຈາກເຊື້ອໄວຣັດ ທີ່ສາມາດປ້ອງກັນໄດ້ດ້ວຍຢາວັກຊີນ ເຊິ່ງພົບຫຼາຍກວ່າ 150 ປະເທດ ໃນທົ່ວໂລກ ແລະ ພະຍາດວໍ້ນີ້ ແມ່ນເກີດຈາກສັດທີ່ລ້ຽງລູກດ້ວຍນໍ້ານົມ ເຊິ່ງຄົນທີ່ຕິດເຊື້ອພະຍາດວໍ້ ແມ່ນພົບເຫັນບໍ່ຫຼາຍ ແຕ່ຖ້າຫາກວ່າຕິດເຊື້ອແລ້ວ ແມ່ນຈະມີອາການຮຸນແຮງ ຖ້າບໍ່ໄດ້ຮັບການປິ່ນປົວທັນທີ ພາຍຫຼັງທີ່ຖືກກັດ.

ໂດຍອາການເບື້ອງຕົ້ນຈະມີໄຂ້ຮ່ວມກັບມີອາການເຈັບ, ມຶນຊາແບບຜິດປົກກະຕິ ຫຼື ບໍ່ສາມາດອະທິບາຍໄດ້, ມີຄວາມຮູ້ສຶກແບບເຈັບແສບຮ້ອນບໍລິເວນບາດແຜ ໃນເວລາທີ່ເຊື້ອໄວຣັດຂະຫຍາຍເຂົ້າສູ່ ລະບົບປະສາດສູນກາງ ເຊິ່ງມັນຈະກະທົບໃສ່ສະໝອງ, ພາໃຫ້ສະໝອງ ແລະ ເອັນສັນຫຼັງບວມ ຈົນພາໃຫ້ເສຍຊີວິດໃນທີ່ສຸດ.

ທ່ານ ມາກ ແອນດິວ ເຈໂຄບ ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ກ່າວວ່າ:

ອີງຕາມຂໍ້ມູນຈາກ ໂຄງການອະນາໄມໂລກ ( WHO ) ໄດ້ລະບຸວ່າ: ໃນແຕ່ລະປີ ມີຄົນເສຍຊີວິດຈາກພະຍາດວໍ້ ປະມານ 59.000 ຄົນ. ໃນນີ້, 95% ແມ່ນຢູ່ອາຟຣິກາ ແລະ ອາຊີ, ເສຍຊີວິດຍ້ອນຖືກໝາກັດ ປະມານ 30% – 60% ແລະ ເປັນເດັກນ້ອຍອາຍຸສະເລ່ຍ 5 – 14 ປີ; ສໍາລັບ ສປປ ລາວ ແມ່ນໄດ້ຮັບຜົນກະທົບຈາກພະຍາດວໍ້ ຕະຫຼອດມາ ໂດຍເລີ່ມແຕ່ປີ 2012 – 2019 ເຫັນວ່າ: ກໍລະນີທີ່ຖືກໝາກັດ ມີທັງໝົດ 270 ຄົນ ແລະ ເສຍຊີວິດແລ້ວຈໍານວນ 29 ຄົນ.

ໂອກາດນີ້, ທ່ານ ດຣ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຍັງໃຫ້ຮູ້ຕື່ມວ່າ:

ການລະບາດຂອງພະຍາດວໍ້ ສ່ວນຫຼາຍແມ່ນຢູ່ໃນປະເທດທີ່ດ້ອຍພັດທະນາ ແລະ ປະເທດທີ່ກໍາລັງພັດທະນາ ຂົງເຂດທະວີບອາຟຣິກກາ – ອາຊີ. ສະນັ້ນ, ເພື່ອຢຸດບໍ່ໃຫ້ມີການຕິດເຊື້ອ ມີ 2 ຢ່າງທີ່ຄວນລະວັງ ຄື: ລະມັດລະວັງບໍ່ໃຫ້ໝາກັດ ໂດຍສະເພາະ ໝາທີ່ບໍ່ຮູ້ຈັກ ແລະ ຖ້າຫາກວ່າຖືກໝາກັດແລ້ວ ຄວນລ້າງ ແລະ ຂ້າເຊື້ອຢູ່ບາດແຜ ບໍລິເວນທີ່ຖືກໝາກັດທັນທີ ແລະ ໄປສະຖານທີ່ບໍລິການສາທາລະນະສຸກທີ່ໃກ້ທີ່ສຸດ ເພື່ອຮັບການປິ່ນປົວໂດຍໄວ.

ນອກນັ້ນ, ໃນວັນທີ 27 ກັນຍາ ທີ່ຈະມາເຖິງນີ້ ເວລາ 8:30 ຫາ 16:00 ໂມງ ຢູ່ສວນເຈົ້າຟ້າງຸ່ມ ບ້ານຂຸນຕາ ເມືອງສີໂຄດຕະບອງ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຕ້ານພະຍາດວໍ້ໂລກ ຈະໄດ້ມີບໍລິການສັກວັກຊີນກັນວໍ້ ໂດຍ ກະຊວງສາທາລະນະສຸກ ເປັນເຈົ້າພາບ ຈຶ່ງເຊີນຊວນບັນດາທ່ານທຸກຖ້ວນໜ້າ ນໍາເອົາບັນດາສັດລ້ຽງຂອງທ່ານ ໄປສັກຢາກັນວໍ້ ໂດຍບໍ່ເສຍຄ່າບໍລິການອີກດ້ວຍ.