ປັດຈຸບັນ, ເນື່ອງຈາກວ່າໄລຍະນີ້ ແມ່ນເປັນລະດູຝົນ ຈຶ່ງເຮັດໃຫ້ການສັນຈອນໄປ-ມາ ມີຄວາມຫຍຸ້ງຍາກ ຕິດ ພັນກັບບັນຫານໍ້າຖ້ວມຂັງຕາມເສັ້ນທາງໆໃນນະຄອນຫຼວງວຽງຈັນ ກໍຍິ່ງມີຄວາມຫຍຸ້ງຍາກຫຼາຍ ເພາະວ່າພໍ່- ແມ່ປະຊາຊົນ; ແມ່ຄ້າຊາວຂາຍບໍ່ມີ ຄວາມເປັນເຈົ້າການນໍາກັນ ເວົ້າລວມ, ເວົ້າສະເພາະ ກໍແມ່ນເມືອງຈັນທະບູລີ ເຊິ່ງເປັນເມືອງໜຶ່ງທີ່ພົບກັບບັນຫາດັ່ງກ່າວນີ້ເຊັ່ນດຽວກັນ.

ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ ນະຄອນຫຼວງຈັນ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນ ວັນທີ 24 ສິງຫາ ນີ້ວ່າ:

ສະເພາະໃນເດືອນສິງຫານີ້, ເຫັນວ່າມີຝົນຕົກໜັກໃນຂອບເຂດນະຄອນຫຼວງວຽງຈັນ ເວົ້າລວມ; ເວົ້າສະເພາະແມ່ນ ເມືອງຈັນທະບູລີ ເຮັດໃຫ້ຮ່ອງລະບາຍນໍ້າຕາມເສັ້ນທາງຫຼາຍສາຍລະບາຍບໍ່ທັນເກີດນໍ້າ ຖ້ວມອັ່ງສົ່ງຜົນໃຫ້ການສັນຈອນລຳບາກ. ບາງເສັ້ນທາງເກີດມີນໍ້າຖ້ວມສູງລົດຕໍ່າສັນຈອນລຳບາກ. ດັ່ງນັ້ນເຈົ້າ ໜ້າທີ່ອົງການຄຸ້ມຄອງ ແລະ ບໍລິການຕົວເມືອງ ຄບຕ ຈຳນວນໜຶ່ງ ໄດ້ໄປເອົາ ຂີ້ເຫຍື້ອອອກຈາກຮູລະບາຍນໍ້າ ແລະ ແກະຝາຮູລະບາຍນໍ້າ ເພື່ອທຳຄວາມສະອາດ ໃຫ້ນໍ້າໄຫຼ ຫຼື ລະບາຍໄດ້ສະ ດວກເຮັດໃຫ້ບາງເສັ້ນທາງບໍ່ພໍເທົ່າໃດຊົ່ວໂມງນໍ້າກໍແຫ້ງລົງ.

ສໍາລັບເມືອງຈັນທະບູລີ ໄດ້ສ້າງຂະບວນການປຸກລະດົມພໍ່-ແມ່ປະຊາ ຊົນແຕ່ລະບ້ານອອກແຮງງານລວມ; ໂດຍມີການອະນາໄມຮ່ອງນໍ້າຕາມເສັ້ນທາງຕ່າງໆ ທີ່ເຫັນວ່າມີນໍ້າຖ້ວມຂັງ ເນື່ອງຈາກວ່າລະດູຝົນໃນປີນີ້ແມ່ນມີນໍ້າຖ້ວມຂັງ ເຮັດໃຫ້ມີຜົນກະທົບຕໍ່ປະຊາຊົນເປັນຈໍານວນຫຼວງຫຼາຍເກືອບທຸກບ້ານ ເປັນຕົ້ນແມ່ນ ເຂດຊານເມືອງ, ໃນເມືອງ. ສະນັ້ນ, ເຫັນວ່າການປົກປັກຮັກສາຮ່ອງນໍ້າຍັງມີຫຼາຍບັນຫາທີ່ພົບຄວາມຫຍຸ້ງຍາກຮ່ອງນໍ້າແຕ່ລະຮ່ອງແມ່ນເກືອບອຸດຕັນ ແລ້ວເຮັດໃຫ້ນໍ້າຖ້ວມຂັງເປັນຈໍານວນຫຼວງຫຼາຍ, ສະນັ້ນ, ຈຶ່ງໄດ້ປຸກລະດົມພໍ່-ແມ່ປະຊາຊົນ ອອກແຮງງານລວມ ເພື່ອເປັນການສ້າງ ຜົນງານຂໍ່ານັບຮັບຕ້ອນວັນຍຶດອໍານາດ 23 ສິງຫາ ຄົບຮອບ 44 ປີ; ຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ ຄັ້ງທີ 7 ຂອງອົງຄະນະພັກເມືອງຈັນທະບູລີ, ສ້າງຂະບວນການໃຫ້ປະຊາຊົນ ໄດ້ເຫັນຄວາມຮັບຜິດຊອບ ເພີ່ມຄວາມຮັບຜິດຊອບຂອງຕົນເອງຂຶ້ນຕື່ມອີກໃນການປົກປັກຮັກສາສິ່ງແວດລ້ອມໃນຕົວເມືອງ ເພາະວ່າຕົວເມືອງໃນປັດຈຸບັນມີຫຼາຍອັນທີ່ສັບສົນ ເປັນຕົ້ນແມ່ນ ຄວາມຮັບຮູ້ຂອງປະຊາຊົນຈໍານວນໜຶ່ງຍັງບໍ່ ທັນຮັບຮູ້ຜົນເສຍຫາຍ ແລະ ສັງຄົມ, ຄວາມຮັບຜິດຊອບຂອງສັງຄົມ ກໍຄືແມ່ຄ້າຊາວຂາຍຈໍານວນໜຶ່ງບໍ່ມີຄວາມເອົາໃຈໃສ່ຮ່ວມກັນ, ບາງຄົນເຮັດທຸລະກິດຄ້າຂາຍກໍຖິ້້ມຂອງເສດຂອງເຫຼືອລົງຮ່ອງນໍ້າເຮັດໃຫ້ເສັ້ນທາງການສັນຈອນຫຼາຍເສັ້ນຖືກນໍ້າຖ້ວມ ເນື່ອງຈາກວ່າຮ່ອງລະບາຍນ້ຳໄຫຼບໍ່ທັນ ແລະ ບາງບ່ອນມີການອຸດຕັນ ສ້າງຄວາມລຳບາກຕໍ່ການໄປ-ມາຂອງປະຊາຊົນຫຼາຍບ້ານ. ນອກນັ້ນ, ບ້ານເຮືອນຂອງປະຊາຊົນຈຳນວນໜຶ່ງຢູ່ເຂດບ້ານຫ້ວຍຫົງ, ທົ່ງສ້າງນາງ, ໂພນຕ້ອງສະຫວາດເມືອງຈັນ ທະບູລີ ແລະ ຈຸດອື່ນໆ ກໍປະສົບກັບ ນໍ້າຖ້ວມຂັງເຊັ່ນດຽວກັນ.

ການອອກແຮງງານໃນຄັ້ງນີ້ ມີ 4 ຈຸດໃຫຍ່, ບ້ານຫ້ວຍຫົງ ເປັນເຂດທີ່ ນໍ້າຖ້ວມຫຼາຍ, ທົ່ງສ້າງນາງ, ໂພນຕ້ອງ ສະຫວາດ ແລະ ແມ່ນທຸກບ້ານຕ້ອງ ອອກແຮງານລວມທົ່ວໄປໝົດ ເພາະ ບັນຫາສໍາຄັນທີ່ຈະຕ້ອງໄດ້ແກ້ໄຂ ຄື ທຸກຄົນຕ້ອງເປັນເຈົ້າການນໍາກັນ ເພື່ອ ບໍ່ໃຫ້ນໍ້າຖ້ວມຂັງ.