ທ້າຍອາທິດແລ້ວນີ້, ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ປກສ ແຂວງສາລະວັນ ໂດຍທ່ານໄດ້ໂອ້ລົມເນັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ກໍຄືທົ່ວກຳລັງ ປກສ ແຂວງສາລະວັນ ເພີ່ມທະວີຄວາມເອົາໃຈໃສ່ຕ້ານການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນພາຍໃນແຂວງໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຫົວໜ້າກົມໃຫຍ່ການເມືອງ ເນັ້ນກຳລັງ ປກສ ແຂວງສາລະວັນ ເພີ່ມທະວີແກ້ໄຂປະກົດການຫຍໍ້ທໍ້ສັງຄົມ
ຫົວໜ້າກົມໃຫຍ່ການເມືອງ ເນັ້ນກຳລັງ ປກສ ແຂວງສາລະວັນ ເພີ່ມທະວີແກ້ໄຂປະກົດການຫຍໍ້ທໍ້ສັງຄົມ

ທ່ານຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຮຽກຮ້ອງ ແລະ ເນັ້ນໃຫ້ນາຍ ແລະ ພົນຕຳຫຼວດແຂວງສາລະວັນ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ມີຄວາມໜັກແໜ້ນເຂັ້ມແຂງ ປັບປຸງແບບແຜນວິທີນຳພາ-ບັນຊາໃຫ້ສອດຄ່ອງກັບສະພາບການຕົວຈິງໃນແຕ່ລະໄລຍະ, ເອົາ ໃຈໃສ່ແກ້ໄຂບັນດາໜໍ່ແໜງກໍ່ຄວາມບໍ່ສະຫງົບຕ່າງໆທີ່ຈະເກີດຂຶ້ນພາຍໃນແຂວງ, ເມືອງ, ຮາກຖານບ້ານໃຫ້ດີຂຶ້ນກວ່າເກົ່າ. ໂດຍສືບຕໍ່ກຳແໜ້ນສະພາບ ແລະ ບັນດາເປົ້າໝາຍກະທຳຜິດຕ່າງໆ ເພື່ອສະກັດກັ້ນ ແລະ ແກ້ ໄຂໃຫ້ທັນເວລາ. ເພີ່ມທະວີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ອິດທິກຳລັງປໍລະປັກທີ່ອາດມີການເຄື່ອນໄຫວໃນແຕ່ລະທ້ອງຖິ່ນ, ເພີ່ມທະວີການ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ເພື່ອປ້ອງກັນກອງປະຊຸມໃຫຍ່ 3 ຂັ້ນໃຫ້ມີຄວາມສະຫງົບປອດໄພຮອບດ້ານ.

ໃນໂອກາດດຽວກັນນີ້, ທ່ານຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມຄະນະ ໄດ້ຮັບຟັງການລາຍງານສະພາບຈຸດພິເສດ ແລະ ເຫດການທີ່ພົ້ນເດັ່ນໃນທົ່ວແຂວງ ໄລຍະ 8 ເດືອນຜ່ານມາ ເຫັນວ່າ ສະພາບການທາງດ້ານການເມືອງ, ເສດຖະກິດ-ສັງຄົມແມ່ນມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ແຕ່ກໍຍັງມີສະພາບປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນໃນສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ, ການປຸ້ນຈີ້ຊິງຊັບພົນລະເມືອງ, ການມົ້ວສຸມສິ່ງຜິດກົດໝາຍຂອງໄວໜຸ່ມ, ບັນຫາການສວຍໃຊ້ສາສະໜາ.