ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີ ຈູດທໍາລາຍອາວຸດລ່າເນື້ອ ແລະ ເຄື່ອງມືຜິດລະບຽບກົດໝາຍ ຈຳນວນ 982 ກະບອກ ພ້ອມເຄື່ອງຊ໋ອດປາຈໍານວນໜຶ່ງ ຢູ່ທີ່ສູນດັດສ້າງຄຳສະຫວ່າງ ( ຫຼັກ33 ) ເມືອງໄຊພູທອງ, ເຂົ້າຮ່ວມໂດຍ ພັອ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ມີພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 16 ສິງຫາ 2019.

ພິທີ ຈູດທໍາລາຍອາວຸດລ່າເນື້ອ ເຂົ້າຮ່ວມໂດຍ ພັອ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ
ພິທີ ຈູດທໍາລາຍອາວຸດລ່າເນື້ອ ເຂົ້າຮ່ວມໂດຍ ພັອ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ

ພັທ ຕອງໄທ ຈັນແພງວົງ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໃຫ້ຮູ້ວ່າ:

ອາວຸດປືນ ແລະ ສິ່ງຜິດກົດໝາຍ ນຳມາທໍາລາຍໃນຄັ້ງນີ້ ແມ່ນໄດ້ທ້ອນໂຮມຈາກ ປກສ ເມືອງ ທັງ 14 ເມືອງ, ເຊິ່ງນະຄອນໄກສອນພົມວິຫານ ໄດ້ສົມທົບກັບ ອົງການປົກຄອງບ້ານ ເອົາໃຈໃສ່ໃນການແກ້ໄຂ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ; ໂດຍສະເພາະ ກໍແມ່ນ ການຕິດຕາມກວດກາເກັບກູ້ ອາວຸດເສິກ – ຢຶດອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ແລະ ອຸປະກອນອື່ນໆ.

ເຊິ່ງໃນໄລຍະຜ່ານມາ, ສາມາດຢຶດອາວຸດຈາກ ຜູ້ລະເມີດຕໍ່ລະບຽບກົດໝາຍ ທັງໝົດມີຈຳນວນ 982 ກະບອກ, ເຄື່ອງມືຊ໋ອດປາ ຈໍານວນ 64 ເຄື່ອງ, ບັ້ງກະໂພກ ຈຳນວນ 64 ກັບ ແລະ ບັ້ງພຸສັ້ນ-ຍາວ ຈໍານວນ 40 ບັ້ງ.

ສະນັ້ນ, ພິທີຈູດທຳລາຍອາວຸດລ່າເນື້ອ ແລະ ເຄື່ອງມີທີ່ຜິດກົດໝາຍ ໃນຄັ້ງນີ້ ແມ່ນເພື່ອເປັນການປະຕິບັດ ແນວທາງນະໂຍບາຍຂອງພັກ – ລະບຽບກົດໝາຍຂອງລັດ ກໍຄື ຄຳສັ່ງ ວ່າດ້ວຍ ການກວດກາ ແລະ ເກັບກູ້ອາວຸດເສິກ – ອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ພ້ອມທັງເປັນການແກ້ໄຂບັນຫາທຳລາຍສັດນໍ້າ – ສັດປາ ແລະ ການຕັດໄມ້ທຳລາຍປ່າ.