ແຂວງບໍລິຄໍາໄຊ ແມ່ນໜຶ່ງໃນບັນດາແຂວງ ທີ່ໄດ້ຮັບຜົນກະທົບຈາກບັນຫາຢາເສບຕິດ, ເຊິ່ງຕະຫຼອດໄລຍະທີ່ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດ ແລະ ອົງ ການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ໃນການຕ້ານ, ສະກັດກັ້ນ ແລະ ຄວບຄຸມຢາເສບຕິດ ຢ່າງເປັນປະຈໍາ, ຕໍ່ເນື່ອງ-ລຽນຕິດ ສາມາດສະກັນກັ້ນ ແລະ ແກ້ ໄຂໄດ້ຈຳນວນບໍ່ໜ້ອຍໃນແຕ່ລະໄລຍະ, ແຕ່ລະປີ. ສະພາບການແພ່ລະບາດ, ຄວາມອັນຕະລາຍຂອງຢາເສບຕິດ ກໍຍັງບໍ່ທັນມີທ່າທີຫຼຸດລົງ. ບໍ່ພຽງແຕ່ເທົ່ານັ້ນ, ຍັງມີທ່າອ່ຽງເພີ່ມຂຶ້ນຢ່າງໜ້າເປັນຫ່ວງ ບໍ່ວ່າທາງດ້ານພື້ນທີ່ການແພ່ລະບາດ, ຈໍານວນຜູ້ຜະລິດ, ຂົນສົ່ງ, ຄ້າຂາຍ ແລະ ເສບຢາເສບຕິດ, ກາຍເປັນບັນຫາທີ່ກົດໜ່ວງຖ່ວງດຶງການສ້າງສາພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ພາຍຫຼັງທີ່ ພັກ-ລັດຖະບານ ໄດ້ກໍານົດເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ (ແຕ່ປີ 2021- 2023). ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ປກສ ເມືອງ ໄດ້ປະສານສົມທົບກັບອົງການທີ່ກ່ຽວຂ້ອງ ໂດຍໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດຢ່າງເປັນຂະບວນກ້ວາງຂວາງ.

ໄລຍະ 2 ປີ ຜ່ານມາ, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ໂດຍປະຕິບັດຕາມ 5 ວຽກ ງານຈຸດສຸມຕົ້ນຕໍທີ່ຕິດພັນກັບການຈັດຕັ້ງປະຕິບັດ 3 ຫຼັກການ, 2 ຍຶດໝັ້ນ, 2 ມາດຕະການ ແລະ 3 ຕ້ານ ຜ່ານການຈັດຕັ້ງປະຕິບັດສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ຄື: ໄດ້ຖືເອົາໂຄງການວິທະຍາສາດໃນການແກ້ໄຂ, ຕ້ານການແພ່ລະບາດຂອງຢາເສບຕິດ ໃນການຈັດຕັ້ງປະຕິບັດ ໂດຍໄດ້ນໍາເອົາເອກະສານ, ແຈ້ງການ, ນິຕິກໍາ, ກົດໝາຍຕ່າງໆລົງໂຄສະນາ, ເຜີຍແຜ່ພາຍໃນ 7 ຕົວເມືອງໄດ້ 284 ບ້ານ, ມີເປົ້າໝາຍເຂົ້າຮ່ວມ 7.760 ຄົນ, ຍິງ 187 ຄົນ, ເປົ້າໝາຍເສບທັງໝົດ 6.953 ຄົນ ຍິງ 86 ຄົນ, ເປົ້າໝາຍຄ້າຂາຍຢາເສບຕິດ 769 ຄົນ ຍິງ 97 ຄົນ, ເປົ້າໝາຍທີ່ປູກພືດປະເພດສານເສບຕິດ 38 ຄົນ ຍິງ 4 ຄົນ.

ນອກນັ້ນ, ຍັງໄດ້ສານສົມທົບກັບກໍາລັງທtຫານລົງທໍາລາຍສວນຢາຝິ່ນ ແລະ ສວນກັນຊາຢູ່ 3 ເມືອງ ເຂດພູດອຍ, ທໍາລາຍສວນຝິ່ນໄດ້ 17 ສວນ, ເນື້ອທີ່ 10,5 ເຮັກຕາ, ທໍາລາຍສວນກັນຊາ 223 ສວນ, ເນື້ອທີ່ 178 ເຮັກຕາ. ຄຽງຄູ່ກັບໝາກຜົນທີ່ກ່າວມານັ້ນ, ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດຢູ່ແຂວງບໍລິໄຊ ກໍບໍ່ປັດສະຈາກໄດ້ດ້ານອ່ອນ, ຂໍ້ຄົງຄ້າງ, ຖ້າທຽບໃສ່ໂຄງການ, ແຜນການ, ແຜນວຽກ ແລະ ຄາດໝາຍທີ່ກໍານົດໄວ້ໃນການຈັດຕັ້ງປະຕິບັດໃນແຕ່ລະໄລຍະສະແດງອອກ ຄື:

  1. ການກຳນົດເນື້ອໃນຈິດໃຈ ກໍຄືເອກະສານຕ່າງໆທີ່ພົວພັນເຖິງວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດໄປຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃຫ້ໃຫ້ບັນດາອົງການຈັດຕັ້ງ, ສະຖາບັນການ ສຶກສາ, ພໍ່ແມ່ປະຊາຊົນຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ຍັງບໍ່ທັນທົ່ວເຖິງ ແລະ ກວ້າງຂວາງ;
  2. ຄະນະພັກ-ອົງການການ ປົກຄອງຂະແໜງການຕ່າງໆ, ສະມາຊິກພັກ, ພະນັກງານຈໍານວນໜຶ່ງຍັງເຂົ້າໃຈວ່າວຽກງານແກ້ໄຂບັນຫາຢາເສດຕິດແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ຕໍາຫຼວດ ຈຶ່ງບໍ່ທັນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດເທົ່າທີ່ຄວນ;
  3. ການໂຄສະນາສຶກສາອົບຮົມ, ເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດໃນສັງຄົມ ເຫັນວ່າຍັງບໍ່ທັນເປັນຂະບວນຟົດຟື້ນ, ການຈັດຕັ້ງທີ່ມີສ່ວນຮັບຜິດຊອບໂດຍກົງຕໍ່ກັບການໂຄສະນາສຶກສາອົບຮົມວຽກງານດັ່ງກ່າວຍັງບໍ່ທັນໄດ້ເຄື່ອນໄຫວຢ່າງແຂງແຮງ, ວິທີການ ແລະ ຮູບແບບໂຄສະນາໂດຍກົງກັບປະຊາຊົນຍັງບໍ່ທັນເໝາະສົມ, ຜູ້ເຂົ້າຮ່ວມຟັງຍັງມີໜ້ອຍ; ການນຳໃຊ້ສື່ວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ ແລະ ສື່ສັງຄົມອອນລາຍໂຄສະນາຍັງບໍ່ທັນກວ້າງຂວາງ ເຮັດໃຫ້ມວນຊົນເຂົ້າຮ່ວມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດຍັງມີໜ້ອຍ;
  4. ການປະສານງານໃນການ ແກ້ໄຂບັນຫາຢາເສບຕິດ, ລະຫວ່າງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນອື່ນທີ່ກ່ຽວ ຂ້ອງລະຫວ່າງຂັ້ນແຂວງ, ຂັ້ນເມືອງ ຍັງບໍ່ທັນກົມກຽວກັນ ເປັນຕົ້ນແມ່ນການປ ຕິບັດບັນດາມາດຕະການສະກັດກັ້ນ, ບາງກໍລະນີຍັງບໍ່ທັນແທດ ເໝາະ ແລະ ບໍ່ທັນຖືກຕ້ອງຕາມ ລະບຽບຫຼັກການ ແລະ ກົດໝາຍ.