ຈັບເປົ້າໝາຍ ຂະຫຍາຍຜົນໄດ້ ຜູ້ຖືກຊັດທອດ ລວມຂອງກາງ 1.000 ກວ່າເມັດ

0
1240

ເຈົ້າໜ້າທີ່ຕໍາຫຼວດ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເຂົ້າຈັບຕົວ ເປົ້າໝາຍລັກລອບຄ້າຂາຍຢາບ້າ ຊື່ ທ້າວ ມິ່ງ ອາຍຸ 22 ປີ ຢູ່ບ້ານນາຕາກ ເມືອງໄຊຍະບູລີ ໃນວັນທີ 9 ສິງຫາ 2019 ກ່ອນຂະຫຍາຍຜົນຈັບຕົວ ຜູ້ຖືກຊັດທອດ ອີກ 1 ຄົນ ລວມຂອງກາງ 1.000 ກວ່າເມັດ.

ຈັບຕົວ ເປົ້າໝາຍລັກລອບຄ້າຂາຍຢາບ້າ ຊື່ ທ້າວ ມິ່ງ ອາຍຸ 22 ປີ ໃນວັນທີ 9 ສິງຫາ ກ່ອນຂະຫຍາຍຜົນຈັບ ຜູ້ຖືກຊັດທອດ 1 ຄົນ ລວມຂອງກາງ 1.000 ກວ່າເມັດ
ຈັບຕົວ ເປົ້າໝາຍລັກລອບຄ້າຂາຍຢາບ້າ ຊື່ ທ້າວ ມິ່ງ ອາຍຸ 22 ປີ ໃນວັນທີ 9 ສິງຫາ ກ່ອນຂະຫຍາຍຜົນຈັບ ຜູ້ຖືກຊັດທອດ 1 ຄົນ ລວມຂອງກາງ 1.000 ກວ່າເມັດ

ເຈົ້າໜ້າທີ່ ປກສ ເມືອງໄຊຍະບູລີ ໃຫ້ຮູ້ວ່າ:

ຄະດີດັ່ງກ່າວ ເບື້້ອງຕົ້ນແມ່ນຈັບຕົວ ທ້າວ ມິ່ງ ຢູ່ເຮືອນຂອງຜູ້ກ່ຽວ ພ້ອມຂອງກາງຢາບ້າຈຳນວນ 54 ເມັດ, ເງິນ 480.000 ກີບ, 50 ບາດ, 1 ໂດລາ, ໂທລະສັບ 2 ເຄື່ອງ ແລະ ລົດຈັກ 1 ຄັນ ໝາຍເລກທະບຽນ ຈຂ 4235 ໄຊຍະບູລີ; ຈາກນັ້ນ, ຜູ້ກ່ຽວໄດ້ຊັດທອດຫາໝູ່ທີ່ຊື້-ຂາຍນໍາກັນ ທ້າວ ສິນ ອາຍຸ 30 ປີ ຄົນບ້ານດຽວກັນ.

ຮອດເວລາ 16:00 ໂມງ ຂອງວັນທີ 9 ສິງຫາ, ເຈົ້າໜ້າທີ່ ຈຶ່ງເຂົ້າຈັບຕົວ ທ້າວ ສິນ ພ້ອມທັງກວດຄົ້ນພົບເຫັນຂອງກາງຢາບ້າ 1.151 ເມັດ, ໂທລະສັບ 1 ເຄື່ອງ ແລະ ລົດຈັກ 1 ຄັນ ໝາຍເລກທະບຽນ ຈຍ 8338 ໄຊຍະບູລີ ລວມຂອງກາງທັງໝົດ 1.205 ເມັດ.

  • ພວກກ່ຽວ ຍອມຮັບສາລະພາບ ວ່າ: ໄດ້ຮ່ວມກັນລັກລອບຄ້າຂາຍຢາບ້າ ມາແຕ່ຕົ້ນປີ 2019 ຍ້ອນພວກຕົນຕິດຢາເສບຕິດຢ່າງແຮງ ຈຶ່ງຫັນໄປຂາຍ ພໍໄດ້ກໍາໄລສ່ວນເກີນໄປເສບ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ກ່ອນໜ້ານີ້ ໃນວັນທີ 18 ກໍລະກົດ 2019, ເຈົ້າໜ້າທີ່ ປກສ ແຂວງໄຊຍະບູລີ ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ 3 ຄົນ ຊື່ ທ້າວ ມົນຕີ ອາຍຸ 22 ປີ ບ້ານໃຫຍ່ ເມືອງໄຊຍະບູລີ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 67 ເມັດ, ໂທລະສັບມືຖື 1 ເຄື່ອງ ແລະ ເງິນ 45.000 ກີບ.

ຕໍ່ມາຮອດເວລາປະມານ 15:45 ໂມງ ຂອງວັນດຽວກັນ, ໄດ້ກັກຕົວ ທ້າວ ນ້ອຍ ອາຍຸ 37 ປີ ຢູ່ບ້ານໂພນຫີນ ເມືອງພຽງ ແຂວງໄຊຍະບູລີ ເປົ້າໝາຍທີ 2 ພ້ອມຢາບ້າ 315 ເມັດ ແລະ ໂທລະສັບມືຖື 1 ເຄື່ອງ; ຕໍ່ມາຮອດເວລາ 17:30 ໂມງ, ໄດ້ກັກຕົວເປົ້າໝາຍທີ 3 ຊື່ ທ້າວ ຊູຈັນ ອາຍຸ 19 ປີ ຢູ່ບ້ານຫ້ວຍເລີກ ເມືອງໄຊຍະບູລີ ພ້ອມຂອງກາງຢາບ້າ 254 ເມັດ, ໂທລະສັບມື ຖື 1 ເຄື່ອງ, ເງິນ 80.000 ກີບ ແລະ ລົດຈັກ 1 ຄັນ.