ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ອົງການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກຳ ປະຈຳ ສປປ ລາວ ຈັດກອງປະຊຸມລະດັບສູງ ຂອງໜ່ວຍງານຂະແໜງການຄວບຄຸມຢາເສບຕິດ ຄັ້ງທີ 14 ປະຈໍາປີ 2019 ຂຶ້ນໃນວັນທີ 23 ສິງຫາ 2019 ທີ່ນະຄອນຫຼວງວຽງຈັນ.

ໃນກອງປະຊຸມດັ່ງກ່າວ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ທັງເປັນ ຮອງປະທານ – ຜູ້ປະຈຳການ ຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ, ທ່ານ ຊັງ ເບີນາດ ຄາຣາສໂກ ( H.E. Mr Jean-Bernard Carrasco ) ເອກອັກຄະລັດຖະທູດວິສາມັນ ຜູ້ທີ່ມີອໍານາດເຕັມແຫ່ງ ປະເທດອົດສະຕຣາລີ ປະຈຳ ສປປ ລາວ, ປະທານກຸ່ມບັນດາປະເທດທີ່ໃຫ້ທຶນເພື່ອຄວບຄຸມຢາເສບຕິດ, ມີ ບັນດາທູຕານຸທູດ, ຜູ້ຕາງໜ້າ ຈາກອົງການຈັດຕັ້ງສາກົນ, ຫົວໜ້າກົມ – ຮອງກົມ, ຕາງໜ້າຈາກກະຊວງ ແລະ ກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມລະດັບສູງ ຂອງໜ່ວຍງານຂະແໜງການຄວບຄຸມຢາເສບຕິດ ຄັ້ງທີ 14
ກອງປະຊຸມລະດັບສູງ ຂອງໜ່ວຍງານຂະແໜງການຄວບຄຸມຢາເສບຕິດ ຄັ້ງທີ 14

ພົຕ ປອ ສົມຫວັງ ທຳມະສິດ ກ່າວວ່າ:

ກອງປະຊຸມໃນຄັ້ງນີ້ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານສະພາບບັນຫາຢາເສບຕິດ ທີ່ເກີດຂຶ້ນຢູ່ ສປປ ລາວ, ພາກພື້ນ ແລະ ສາກົນ, ຈາກການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າ:

ບັນຫາຢາເສບຕິດ ໄດ້ເພີ່ມຂຶ້ນທາງດ້ານປະລິມານ ແລະ ຖືກລັກລອບລຳລຽງຂົນສົ່ງຜ່ານ ສປປ ລາວ ໄປຍັງປະເທດໃກ້ຄຽງທີ່ກໍ່ໃຫ້ເກີດ ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຍັງໄດ້ຮັບຟັງການປະເມີນຜົນ ການຈັດຕັ້ງປະຕິບັດແຜນແມ່ບົດແຫ່ງຊາດ ເພື່ອຄວບຄຸມຢາເສບຕິດ ( 2016-2020 ) ໃນໄລຍະ 3 ປີ ( 2016-2018 ); ພ້ອມທັງ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນນຳກັນ ເພື່ອຊອກຫາມາດຕະການ ແລະ ວິທີການເໝາະສົມ ເພື່ອແນໃສ່ເຮັດໃຫ້ການປະຕິບັດ ແຜນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຕໍ່ໜ້າ ໃຫ້ນັບມື້ນັບໄດ້ຮັບຜົນດີກວ່າເກົ່າ.

ກອງປະຊຸມລະດັບສູງ ຂອງໜ່ວຍງານຂະແໜງການຄວບຄຸມຢາເສບຕິດ ຄັ້ງທີ 14
ກອງປະຊຸມລະດັບສູງ ຂອງໜ່ວຍງານຂະແໜງການຄວບຄຸມຢາເສບຕິດ ຄັ້ງທີ 14

ກອງປະຊຸມ ຍັງຈະໄດ້ປະກອບຄຳຄິດເຫັນເຂົ້າໃສ່ ຮ່າງແຜນແມ່ບົດແຫ່ງຊາດ ເພື່ອຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ສະບັບໃໝ່ ( 2021-2025 ) ເພື່ອພ້ອມກັນຈັດຕັ້ງແກ້ໄຂຫຍໍ້ທໍ້ດັ່ງກ່າວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປະເທດມີຄວາມສະຫງົບ.

ກອງປະຊຸມລະດັບສູງຂອງໜ່ວຍງານຂະແໜງການຄວບຄຸມຢາເສບຕິດ ຄັ້ງທີ 14
ກອງປະຊຸມລະດັບສູງຂອງໜ່ວຍງານຂະແໜງການຄວບຄຸມຢາເສບຕິດ ຄັ້ງທີ 14