ທ້າຍອາທິດຜ່ານມາ, ບ້ານສີດໍາດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ເລືອກຕັ້ງນາຍບ້ານຊຸດໃໝ່ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ມີເລຂາພັກບ້ານ, ນາຍບ້ານ, ພໍ່-ແມ່ ປະຊາຊົນ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ພິທີປ່ອນບັດເລືອກຕັ້ງນາຍບ້ານຊຸດໃໝ່

ໃນພິທີ, ທ່ານ ໄຊສີ ໂພທະສອນ ນາຍບ້ານໆສີດໍາດວນ ໄດ້ລາຍງານວ່າ: ບ້ານສີດໍາດວນ ແມ່ນບ້ານໜຶ່ງທີ່ນອນຢູ່ໃນ ຈໍານວນ 30 ບ້ານຂອງເມືອງຈັນທະບູລີ ມີເນື້ອທີ່ທັງໝົດ 199.650 ຕາແມັດ, ປະກອບມີ 232 ຫຼັງຄາເຮືອນ, 217 ຄອບຄົວ, ມີພົນລະເມືອງ ທັງໝົດ 1.242 ຄົນ ຍິງ 643 ຄົນ; ໃນນັ້ນ, ມີຊາວຕ່າງດ້າວ ທັງໝົດ 3 ສັນຊາດຄື: ສັນຊາດໄທ, ຫວຽດນາມ ແລະ ຈີນ ເຊິ່ງປະກອບ ມີ 7 ຄອບຄົວ, ມີ 13 ຄົນ ຍິງ 7 ຄົນ; ຄຽງຄູ່ກັນນີ້, ໄລຍະຜ່ານມາ, ອົງການປົກຄອງບ້ານ ແມ່ນໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນຫຼັກເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ຄຸ້ມຄອງແບບແຜນວິທີເຮັດວຽກບໍລິຫານບ້ານ ຕາມ ລະບຽບຫຼັກການ, ນໍາພາຊຸກຍູ້-ປຸກລະດົມພໍ່-ແມ່ປະຊາຊົນຈັດຕັ້ງປະຕິບັດ 12 ສິດ 3 ພັນທະຂອງພົນລະເມືອງ, ປັບປຸງກໍາລັງ ປກສ ບ້ານ-ປກສ ໜ່ວຍ ໃຫ້ມີຄວາມເຂັ້ມແຂງ ເປັນຕົ້ນແມ່ນ ສົມທົບສາຍຕັ້ງບໍາລຸງສິດ-ໜ້າທີ່, ສຸມໃສ່ປ້ອງກັນເວນຍາມຢ່າງເຂັ້ມງວດ ໃນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ແລະ ບຸນປະເພນີຕ່າງໆ ໃຫ້ມີຄວາມສະຫງົບ-ປອດໄພ, ຊຸກຍູ້ໃຫ້ທຸກຄອບຄົວທໍາມາຫາກິນດ້ວຍຄວາມສຸຈະລິດ, ທ່ຽງທໍາ, ປະຢັດມັດທະຍັດ ເພື່ອແກ້ໄຂ ຄວາມທຸກຍາກໃຫ້ໄດ້ຢ່າງຂາດຕົວ. ພ້ອມນີ້, ກໍຍັງໄດ້ສົມທົບກັບ ປກສ ກຸ່ມໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເຊິ່ງ 5 ປີຜ່ານມາ ມີຄະດີເກີດຂຶ້ນທັງໝົດ 84 ເລື່ອງ ໃນນີ້, ຄະດີຂີ້ລັດງັດແງະ 18 ເລື່ອງ, ອາລະວາດຕີກັນ 22 ເລື່ອງ, ລັກຊັບ 13 ເລື່ອງ ແລະ ໄດ້ມ້າງການມົ້ວສຸມຢາເສບຕິດ 6 ເລື່ອງ ມີ 13 ຄົນ ແລະອື່ນໆອີກ.

ກອງປະຊຸມໃຫຍ່ເລືອກຕັ້ງນາຍບ້ານຊຸດໃໝ່

ກອງປະຊຸມດັ່ງກ່າວ, ໄດ້ຈັດຕັ້ງຄະນະຮັບຜິດຊອບຫີບໃນການປ່ອນບັດ ເພື່ອໃຫ້ໄດ້ຄວາມເປັນເອກະພາບໃນການຄັດເລືອກເອົາ ນາຍບ້ານຊຸດໃໝ່ ເຊິ່ງມີຜູ້ລົງສະໝັກທັງໝົດ 3 ທ່ານ ເລືອກເອົາ 1 ທ່ານ ແລະ ຜ່ານການປ່ອນບັດເຫັນດີເລືອກເອົາ ທ່ານ ໄຊສີ ໂພ ທະສອນ ເປັນນາຍບ້ານໆສີດໍາດວນ ອີກວາລະໜຶ່ງ.