ກຳມະບານ ອອປຊ ປະກອບສ່ວນແກ້ໄຂຄະດີ-ຄຳຮ້ອງຟ້ອງ ມີຄວາມຖືກຕ້ອງ-ວ່ອງໄວ

0
541
ສຸມໃສ່ໃນການຄົ້ນຄວ້າແກ້ໄຂຄະດີ ແລະ ຄໍາຮ້ອງຟ້ອງຕ່າງໆ ໃຫ້ຮັບປະກັນໄດ້ຄວາມຖືກຕ້ອງ, ວ່ອງໄວ ແລະ ທັນຕາມກໍານົດເວລາ

ໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງກຳມະບານຮາກຖານ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄລຍະ 5 ປີຜ່ານມາ ( 2013-2018 ), ສະຫະພັນກໍາມະບານຮາກຖານ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ (ອອປຊ) ໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ຢ່າງຕັ້ງໜ້າ, ເປັນຕົ້ນແມ່ນ ສຸມໃສ່ໃນການຄົ້ນຄວ້າແກ້ໄຂຄະດີ ແລະ ຄໍາຮ້ອງຟ້ອງຕ່າງໆ ໃຫ້ຮັບປະກັນໄດ້ຄວາມຖືກຕ້ອງ, ວ່ອງໄວ ແລະ ທັນຕາມກໍານົດເວລາ.

ທ່ານ ສົມສະໜຸກ ວັນນະບົວທອງ ປະທານສະຫະພັນກໍາມະບານຮາກຖານ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ກ່າວວ່າ:

ຜ່ານມາ, ສະຫະພັນກໍາມະບານຮາກຖານ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຮັບ ສໍານວນຄະດີອາຍາ ທັງໝົດ 9.296 ເລື່ອງ, ແກ້ໄຂແລ້ວ 9.147 ເລື່ອງ ເທົ່າກັບ 91,41%, ຄະດີທີ່ພວມຄົ້ນຄວ້າມີ 149 ເລື່ອງ;

ໄດ້ຮັບ ຄະດີແພ່ງຂັ້ນຕົ້ນ ແລະ ຂັ້ນອຸທອນ ທັງໝົດ 1.080 ເລື່ອງ, ແກ້ໄຂແລ້ວ 1.069 ເລື່ອງ ເທົ່າກັບ 96,54%, ຄະດີທີ່ພວມຄົ້ນຄວ້າມີ 11 ເລື່ອງ;

ໄດ້ເຂົ້າຮ່ວມປະຊຸມສານອາຍາ ແລະ ແພ່ງ ທັງໝົດ 2.553 ຄັ້ງ, ເອົາໃຈໃສ່ເກັບກໍາສະຖິຕິອາຊະຍາກໍາ ທີ່ເກີດຂຶ້ນໃນແຕ່ລະໄລຍະ ເພື່ອຊອກຫາທີ່ມາ ແລະ ສາເຫດວິທີສະກັດກັ້ນບໍ່ໃຫ້ແພ່ລາມ ແລະ ເຮັດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ນອກຈາກນີ້, ໄລຍະຜ່ານມາ ມີອາຊະຍາກໍາເກີດຂຶ້ນ ທັງໝົດ 11.030 ເລື່ອງ.

ທິດທາງປີ 2019-2023, ຄະນະສະຫະພັນກຳມະບານຮາກຖານ ຈະເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກກໍາມະບານຢ່າງເລິກເຊິ່ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເຮັດສໍາເລັດໜ້າທີ່ໆການຈັດຕັ້ງມອບໝາຍໃຫ້, ສູ້ຊົນສ້າງຮາກຖານ ໃຫ້ກາຍເປັນກໍາມະບານທີ່ມີຄວາມໜັກແໜ້ນເຂັ້ມແຂງ, ເພີ່ມທະວີຕໍ່ວຽກງານ ປກຊ-ປກສ ໃຫ້ມີຄວາມເຂັ້ມງວດກວ່າເກົ່າ, ເຮັດໃຫ້ສໍານັກງານ-ອົງການ ມີຄວາມປອດໄພ, ປະກອບສ່ວນຢ່າງຕັ້ງໜ້າ ໃນການເຮັດວຽກງານປ້ອງກັນຕາມຄຸ້ມບ້ານ ແລະ ສໍານັກງານ-ຫ້ອງການ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ.

ກອງປະຊຸມໃຫຍ່ ຄັ້ງທີ V ຂອງກຳມະບານຮາກຖານ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ
ກອງປະຊຸມໃຫຍ່ ຄັ້ງທີ V ຂອງກຳມະບານຮາກຖານ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ

ກອງປະຊຸມໃຫຍ່ດັ່ງກ່າວ ຈັດຂຶ້ນໃນວັນທີ 3 ມິຖຸນາ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ແກ່ນຄໍາ ໂພທິລາດ ປະທານສະຫະພັນກໍາມະບານ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ-ສະມາຊິກກໍາມະບານ; ເຊິ່ງກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະກໍາມະບານຮາກຖານ ຊຸດໃໝ່ ໂດຍມີຜູ້ລົງສະໝັກທັງໝົດ 5 ສະຫາຍ, ເລືອກເອົາ 3 ສະຫາຍ; ໃນນັ້ນ, ສາມາດເລືອກໄດ້ ທ່ານ ສົມສະໜຸກ ວັນນະບົວທອງ ເປັນປະທານ, ທ່ານ ນາງ ພອນ ແສນຍາກອນ ເປັນຮອງ ແລະ ທ່ານ ນາງ ພອນສະຫວັນ ຄໍາພັນ ເປັນປະທານກວດກາ.