ສຳນັກອຸຕຸນິຍົມແຫ່ງຊາດອິນເດຍ (IMD) ຖະ ແຫຼງການວ່າ ອຸນຫະພູມທີ່ເມືອງຊູຣູ ເຂດທະເລຊາຍໃນລັດຣາຊາສະຖານທາງພາກເໜືອຂອງອະນເດຍ ວັດ ແທກໄດ້ 50,6 ອົງສາເຊ ແລະ ທົ່ວລັດຣາຊາສະຖານ ກຳລັງປະເຊີນກັບອາກາດຮ້ອນອົບເອົ້າທີ່ສຸດ ຫຼາຍເມືອງມີອຸນຫະພູມສູງກາຍ 47 ອົງສາເຊ.

ໃນເດືອນເມສາ 2016, ເມືອງພາໂລດີໃນລັດຣາຊາສະຖານ ເຄີຍສ້າງສະຖິຕິອາກາດຮ້ອນສູງສຸດເທົ່າທີ່ເຄີຍປະກົດ ດ້ວຍອຸນຫະພູມ 51 ອົງສາເຊ. ໂຄສົກສຳນັກອຸຕຸນິຍົມແຫ່ງຊາດອິນເດຍ ກ່າວວ່າ ອາກາດຮ້ອນແຮງອາດຈະຢູ່ອີກປະມານ 1 ອາທິດໃນເຂດລັດຣາຊາສະຖານ, ຣັດມະຫາຣາດ, ລັດມັດທະຍັດປະເທດ, ລັດປັນຈາບ, ລັດຫະຣະຍານະ ແລະ ລັດອຸດຕອນປະເທດ; ເຊິ່ງຫຼ້າສຸດ, ມີລາຍງານຜູ້ເສຍຊີວິດຈາກອາກາດຮ້ອນຫຼາຍຄົນແລ້ວ.

ທາງການອິນເດຍ ປະກາດເຕືອນໄພພາວະອາກາດຮ້ອນແຮງທີ່ສຸດລະດັບສີແດງໃນເຂດນະຄອນຫຼວງນິວເດລີ ຫຼັງຈາກອຸນຫະພູມເພີ່ມສູງຂຶ້ນ 46 ອົງສາເຊ, ເຈົ້າໜ້າທີ່ປະກາດແນະນຳປະຊາຊົນຄວນຫຼີກລ່ຽງການອອກນອກເຮືອນເປັນໄລຍະເວລາຫຼາຍຊົ່ວໂມງໃນຂະນະທີ່ອາກາດຮ້ອນທີ່ສຸດ. ນອກນັ້ນ, ລັດຫິມາຈັນປະເທດ ທີ່ເປັນລັດໜຶ່ງຕັ້ງຢູ່ເທິງພູ ສາມາດວັດແທກອຸນຫະພູມໃນເມືອງຢູນາໄດ້ 44,9 ອົງສາເຊ, ສ່ວນຫຼາຍເມືອງໃຫຍ່ ເຊັ່ນ: ເມືອງເຈນໄນ ຫຼື ມັດຣາດເດີມ ກຳລັງພົບກັບວິກິດພາວະຂາດນ້ຳ ເມື່ອລະດັບນ້ຳໃນທະເລສາບ ແລະ ແມ່ນ້ຳສາຍຕ່າງໆກຳລັງຫຼຸດລົງເລື້ອຍໆ.