ສຳນັກຂ່າວ ເອພີ ລາຍງານ ອຸບັດຕິເຫດທາງນໍ້າໃນເອີຣົບ ສະເທືອນຂວັນປະຊາຊົນຕໍ່ເນື່ອງ ໃນວັນທີ 2 ມິຖຸນາ ທີ່ຜ່ານມາ ວ່າ:

ເກີດເຫດເຮືອທ່ອງທ່ຽວລຳໃຫຍ່ ເອັມເອສຊີ ໂອເປຣາ ເສຍການຄວບຄຸມ ແລ້ວໄປຕຳໃສ່ເຮືອທ່ອງທ່ຽວລຳໜ້ອຍກວ່າ ກ່ອນຈະໄປຕຳໃສ່ທ່າເຮືອ ເມືອງເວນິສ ປະເທດອີຕາລີ ສ້າງຄວາມຕື່ນຕົກໃຈໃຫ້ແກ່ປະຊາຊົນ ທັງຄົນທີ່ຢູ່ເຖິງເຮືອ ແລະ ແຄມຝັ່ງ ລວມທັງມີຜູ້ບາດເຈັບ 5 ຄົນ.

ເກີດເຫດເຮືອທ່ອງທ່ຽວລຳໃຫຍ່ ເອັມເອສຊີ ໂອເປຣາ ເສຍການຄວບຄຸມ
ເກີດເຫດເຮືອທ່ອງທ່ຽວລຳໃຫຍ່ ເອັມເອສຊີ ໂອເປຣາ ເສຍການຄວບຄຸມ

ເຫດດັ່ງກ່າວເກີດຂຶ້ນຕໍ່ເນື່ອງ ຈາກເຫດເຮືອທ່ອງທ່ຽວຕຳກັນ ຫຼົ້ມກາງແມ່ນໍ້າດານູບ ນະຄອນຫຼວງບູດາເປສ ປະເທດຮົງກາຣີ ເຮັດໃຫ້ນັກທ່ອງທ່ຽວຊາວເກົາຫຼີ ເສຍຊີວິດ, ເຈົ້າໜ້າທີ່ພົບຊົບແລ້ວ 7 ຊົບ, ຫາຍສາບສູນອີກ 21 ຄົນ ແລະ ການຄົ້ນຫາເປັນໄປໄດ້ຍາກ ເນື່ອງຈາກເຮືອຈົທເລີກ ແລະ ກະແສນໍ້າແຮງຫຼາຍ.

ທ່ານ ດານິໂອ ໂຕນິເນວລີ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ອີຕາລີ ກ່າວວ່າ:

ເຫດການຫຼ້າສຸດນີ້ ພິສູດແລ້ວວ່າ ຈະຕ້ອງບໍ່ມີເຮືອສຳລານ ຜ່ານເຂົ້າມາຍັງ ຄອງຈູເດກກາ ອີກແລ້ວ. “ ຫຼັງຈາກທີ່ຫຼ້າຊ້າກັນມາຫຼາຍປີ, ໃນທີ່ສຸດ ເຮົາກໍໄດ້ທາງອອກ ສຳລັບການຄຸ້ມກັນຄອງເວນິສ ແລະ ການທ່ອງທ່ຽວ ເຮົາຕ້ອງຫ້າມເຮືອສຳລານເຂົ້າມາ ”.

ສຳລັບເຮືອທີ່ປະສົບອຸບັດຕິເຫດ ເປັນເຮືອບຄຣູສຂອງ ບໍລິສັດ ເອັມເອສຊີ ຜູ້ໃຫ້ບໍລິການເຮືອທ່ອງທ່ຽວນາໆປະເທດ, ມີສຳນັກງານໃນນະຄອນເຈນີວາ ປະເທດສະວິດ; ຂະນະເກີດເຫດ ເຮືອ ເອັມເອສຊີ ໂອເປຣາ ເຊິ່ງສ້າງຂຶ້ນໃນປີ 2014 ແລະ ຮອງຮັບຜູ້ໂດຍສານໄດ້ 2.675 ຄົນ ໄດ້ເກີດບັນຫາເຄື່ອງຈັກຂັດຄ້ອງ, ເຈົ້າໜ້າທີ່ຈຶ່ງພະຍາຍາມເຂົ້າຈອດທີ່ທ່າເຮືອ ຈຶ່ງໄປຕຳໃສ່ເຮືອລຳອື່ນ ແລະ ຕຳໃສ່ທ່າເຮືອ.