ທາງການມາເລເຊຍ ຈັບກຸມຊາຍຊາວອິນເດຍ 4 ຄົນ ພ້ອມທັງຢຶດຂອງກາງ ເປັນລູກເຕົ່າຫຼາຍກວ່າ 5.000 ໂຕ ແລະ ຢາເສບຕິດອີກ 14 ກິໂລກຼາມ
ທາງການມາເລເຊຍ ຈັບກຸມຊາຍຊາວອິນເດຍ 4 ຄົນ ພ້ອມທັງຢຶດຂອງກາງ ເປັນລູກເຕົ່າຫຼາຍກວ່າ 5.000 ໂຕ ແລະ ຢາເສບຕິດອີກ 14 ກິໂລກຼາມ

ໃນວັນທີ 26 ມິຖຸນາ ທີ່ຜ່ານມາ, ສຳນັກຂ່າວ ເອພີ ແລະ ບີບີຊີ ລາຍງານວ່າ: ທາງການມາເລເຊຍ ຈັບກຸມຊາຍຊາວອິນເດຍ 4 ຄົນ ພ້ອມທັງຢຶດຂອງກາງ ເປັນລູກເຕົ່າຫຼາຍກວ່າ 5.000 ໂຕ ແລະ ຢາເສບຕິດອີກ 14 ກິໂລກຼາມ ທີ່ລັກລອບຂົນມາລະຫວ່າງເດີນທາງມາດ້ວຍເຮືອບິນ ເຊິ່ງລົງຈອດທີ່ສະໜາມບິນ ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ.

ເຈົ້າໜ້າທີ່ພາສີອາກອນ ມາເລເຊຍ ພົບລູກເຕົາແກ້ມແດງ 5.255 ໂຕ ເຊື່ອງໃນກະຕ່າເຫຼັກໃນກະເປົາເດີນທາງ
ເຈົ້າໜ້າທີ່ພາສີອາກອນ ມາເລເຊຍ ພົບລູກເຕົາແກ້ມແດງ 5.255 ໂຕ ເຊື່ອງໃນກະຕ່າເຫຼັກໃນກະເປົາເດີນທາງ

ທ່ານ ຊູນຄູນາອິນ ໂມຮຳເໝັດ ຢູຊອບ ເຈົ້າໜ້າທີ່ພາສີອາກອນອາວຸໂສ ຂອງມາເລເຊຍ ຖະແຫຼງຂ່າວວ່າ:

ເຈົ້າໜ້າທີ່ພາສີອາກອນ ມາເລເຊຍ ພົບລູກເຕົາແກ້ມແດງ 5.255 ໂຕ ເຊື່ອງໃນກະຕ່າເຫຼັກໃນກະເປົາເດີນທາງຂອງຊາຍຊາວອິນເດຍ 2 ຄົນ ອາຍຸ 30 ປີ ແລະ 42 ປີ ເຊິ່ງເດີນທາງມາຈາກນະຄອນກວາງໂຈ ມົນທົນກວາງຕຸ້ງ ທາງໃຕ້ປະເທດຈີນ ດ້ວຍສາຍການບິນແອເອເຊຍ ໃນວັນທີ 20 ມິຖຸນາ ທີ່ຜ່ານມາ.

ເຕົ່າແກ້ມແດງທັງໝົດ ມີມູນຄ່າປະມານ 12.700 ໂດລາສະຫະລັດ
ເຕົ່າແກ້ມແດງທັງໝົດ ມີມູນຄ່າປະມານ 12.700 ໂດລາສະຫະລັດ

ເຕົ່າແກ້ມແດງທັງໝົດ ມີມູນຄ່າປະມານ 12.700 ໂດລາສະຫະລັດ ເຊິ່ງມີໃບອະນຸຍາດຄອບຄອງ ແລະ ຈະລັກລອບນຳໄປຂາຍເປັນສັດລ້ຽງ ໃນອິນເດຍ ເຮັດໃຫ້ຜູ້ຖືກຫາທັງ 2 ອາດຈະຕ້ອງຮັບໂທດຕິດຄຸກສູງສຸດ 5 ປີ ແລະ ປັບໃໝເປັນເງິນຈຳນວນໜຶ່ງ.

ນອກຈາກນີ້, ເຈົ້າໜ້າທີ່ພາສີອາກອນ ມາເລເຊຍ ຍັງຈັບກຸມຊາຍຊາວອິນເດຍອີກ 2 ຄົນ ອາຍຸ 30 ປີ ລັກລອບຂົນຢາເສບຕິດ ເມັດແອມເຟຕາມິນ ນໍ້າໜັກ 14,34 ກິໂລກຼາມ ມູນຄ່າ 717.000 ຣິງກິດ ທີ່ເຊື່ອງໄວ້ໃນຊ່ອງພິເສດ ໃນກ໋ອງຫຼາຍອັນ ລັກລອບຂົນມາຈາກອິນເດຍ ແຕ່ເດີນທາງມາຄົນລະຖ້ຽວບິນ.

ຄົນໜຶ່ງເດີນທາງມາຈາກ ນະຄອນໄຮເດີຣາບັດ ໃນວັນທີ 19 ມິຖຸນາ ທີ່ຜ່ານມາ, ສ່ວນອີກຄົນເດີນທາງມາຈາກ ເມືອງບັງຄາລໍ ໃນວັນທີ 20 ມິຖຸນາ ທີ່ຜ່ານມາ; ເຈົ້າໜ້າທີ່ ເຊື່ອວ່າ: ເປັນຄົນສົ່ງຢາເສບຕິດ ຖ້າຫາກພົບວ່າມີຄວາມຜິດ ຈະຖືກຕັ້ງຂໍ້ຫາກ່ຽວກັບຢາເສບຕິດ ເຊິ່ງມີໂທດປະຫານຊີວິດ.

ເຕົ່າແກ້ມແດງ ເປັນເຕົ່າສາຍພັນໜຶ່ງທີ່ມີການຊື້-ຂາຍກັນຫຼາຍທີ່ສຸດໃນໂລກ ເພື່ອນຳມາເປັນສັດລ້ຽງ ແລະ ບໍລິໂພກ
ເຕົ່າແກ້ມແດງ ເປັນເຕົ່າສາຍພັນໜຶ່ງທີ່ມີການຊື້-ຂາຍກັນຫຼາຍທີ່ສຸດໃນໂລກ ເພື່ອນຳມາເປັນສັດລ້ຽງ ແລະ ບໍລິໂພກ

ທັ້ງນີ້, ເຕົ່າແກ້ມແດງ ເປັນເຕົ່າສາຍພັນໜຶ່ງທີ່ມີການຊື້-ຂາຍກັນຫຼາຍທີ່ສຸດໃນໂລກ ເພື່ອນຳມາເປັນສັດລ້ຽງ ແລະ ບໍລິໂພກ ແຕ່ຕ້ອງມີໃບອະນຸຍາດ ເນື່ອງຈາກລູກເຕົ່າແກ້ມແດງ ເປັນສັດທີ່ສ່ຽງຕໍ່ການພົບເຊື້ອແບັກທີເຣຍ ຊັນໂມເນວລາ ເຊິ່ງອັນຕະລາຍຕໍ່ສຸຂະພາບ, ສ່ວນ ມາເລເຊຍ ເອງ ກໍເປັນເສັ້ນທາງຫຼັກຂອງການຫຼັກລອບຂົນສັດປ່າ ເພື່ອນຳໄປຂາຍໃນປະເທດອື່ນ ໃນອາຊີ ດ້ວຍກັນ.