ໜ້າຫຼັກ Tags ມາເລເຊຍ

Tag: ມາເລເຊຍ

ມາເລເຊຍ ຈະສ້າງຝົນທຽມ ເພື່ອບັນເທົາບັນຫາມອກຄວັນພິດ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 10 ກັນຍາ ທີ່ຜ່ານມາ ວ່າ: ມາເລເຊຍ ວາງແຜນສ້າງຝົນທຽມ ຫຼັງຈາກທີ່ຄຸນນະພາບອາກາດໃນພື້ນທີ່ບາງແຫ່ງຂອງປະເທດ ຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ ເຊິ່ງເປັນຜົນມາຈາກມອກຄວັນພິດ ຈາກໄຟປ່າໃນອິນໂດເນເຊຍ. ມາເລເຊຍ ວາງແຜນສ້າງຝົນທຽມ ເພື່ອຮັບມືກັບ ບັນຫາມອກຄວັນພິດຈາກໄຟປ່າ

ມາເລເຊຍ ຈັບກຸມຊາວຕ່າງຊາດ 4 ຄົນ ພົວພັນກຸ່ມປະກອບອາວຸດ

ເຈົ້າໜ້າທີ່ຕຳຫຼວດ ມາເລເຊຍ ຖະແຫຼງການ ໃນວັນທີ 9 ກໍລະກົດ ທີ່ຜ່ານມາ ວ່າ: ຄວບຄຸມຕົວຊາວຕ່າງຊາດ 4 ຄົນ ຕ້ອງສົງໄສພົວພັນກັບ ກຸ່ມປະກອບອາວຸດ ມີທັງຊາວໂຣຮິງຢາ, ຊາວຟິລິບປິນ ແລະ ຊາວອິນເດຍ. ເວັບໄຊ ແຊນຊັນນິວສ໌ ເອເຊຍ ຂອງສິງກະໂປ...
Emergency services staff attend to a student with reported breathing difficulties in Pasir Gudang June 23, 2019.

ນັກຮຽນປ່ວຍ 130 ຫຼັງຫາກໍປິດຮຽນທັ້ງເມືອງ – ໜີວິກິດມົນລະພິດ

ໃນວັນທີ 1 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ ເດິສະຕາ ແລະ ສະເຕຣດທາມ ລາຍງານກະແສວິຕົກກັງວົນ ໃນມາເລເຊຍອີກຄັ້ງ ຫຼັງຈາກນັກຮຽນປະມານ 130 ຄົນ ໃນເມືອງປາຊີກຸດັງ ລັດຢະໂຮ ມີອາການຫາຍໃຈບໍ່ສະດວກ ແລະ ປວດຮາກ ພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກໂຮງຮຽນປະຖົມສຶກສາ ແລະ...

ມາເລເຊຍ ກຽມເປີດເສລີ ກ໊າສທຳມະຊາດ

ທ່ານ ອາດິບ ຊຸນກີຟຼີ ຮອງປະທານບໍລິຫານ ແລະ ປະທານເຈົ້າໜ້າທີ່ບໍລິຫານ (CEO) ຝ່າຍກ໊າສ ແລະ ພະລັງງານໃໝ່ ບໍລິສັດປິໂຕຣນາສ ຂອງລັດຖະບານມາເລເຊຍ ກ່າວໃນງານສຳມະນາ “ ມາເລເຊຍ ກ໊າສ ຊິມໂພຊຽມ 2019 ” ທີ່ຈັດໂດຍ ສະມາຄົມກ໊າສທຳມະຊາດ...
ທາງການມາເລເຊຍ ຈັບກຸມຊາຍຊາວອິນເດຍ 4 ຄົນ ພ້ອມທັງຢຶດຂອງກາງ ເປັນລູກເຕົ່າຫຼາຍກວ່າ 5.000 ໂຕ ແລະ ຢາເສບຕິດອີກ 14 ກິໂລກຼາມ

ຈັບກຸມຄາສະໜາມບິນມາເລເຊຍ 4 ໜຸ່ມອິນເດຍ ລັກລອບຂົນເຕົ່າ 5 ພັນໂຕ ພ້ອມຢາເສບຕິດ

ໃນວັນທີ 26 ມິຖຸນາ ທີ່ຜ່ານມາ, ສຳນັກຂ່າວ ເອພີ ແລະ ບີບີຊີ ລາຍງານວ່າ: ທາງການມາເລເຊຍ ຈັບກຸມຊາຍຊາວອິນເດຍ 4 ຄົນ ພ້ອມທັງຢຶດຂອງກາງ ເປັນລູກເຕົ່າຫຼາຍກວ່າ 5.000 ໂຕ ແລະ ຢາເສບຕິດອີກ 14 ກິໂລກຼາມ ທີ່ລັກລອບຂົນມາລະຫວ່າງເດີນທາງມາດ້ວຍເຮືອບິນ ເຊິ່ງລົງຈອດທີ່ສະໜາມບິນ ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ.
ກະຊວງສຶກສາທິການ ມາເລເຊຍ ສັ່ງການໃຫ້ໂຮງຮຽນລັດຖະບານ 11 ແຫ່ງ ແລະ ສະຖານທີ່ສຶກສາຮໍ່າຮຽນເອກະຊົນ ອີກຫຼາຍຮ້ອຍແຫ່ງ

ມາເລເຊຍ ສັ່ງປິດໂຮງຮຽນກວ່າ 400 ແຫ່ງ ຫຼັງພົບສານເຄມີຮົ່ວໄຫຼ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 25 ມິຖຸນາ ທີ່ຜ່ານມາ ວ່າ: ລັດຖະບານ ມາເລເຊຍ ສັ່ງປິດໂຮງຮຽນຫຼາຍກວ່າ 400 ແຫ່ງ ໃນລັດຢະໂຮ ທາງພາກໃຕ້ຂອງປະເທດ ຫຼັງຈາກສານເຄມີຮົ່ວໄຫຼ ສົ່ງຜົນໃຫ້ມີເດັກນ້ອຍລົ້ມປ່ວຍຫຼາຍສິບຄົນ ເປັນຄັ້ງທີ 2 ໃນຮອບ 3 ເດືອນ.

ມາເລເຊຍ ຕັ້ງເປົ້າເປັນ ຜູ້ນຳພັດທະນາເສດຖະກິດໝູນວຽນ ໃນອາຊຽນ

ໃນວັນທີ 11 ມິຖຸນາ ທີ່ຜ່ານມາ, ທ່ານ ນາງ ຫຍຽວ ບີຢິນ ລັດຖະມົນຕີ ກະຊວງພະລັງງານ ເຕັກໂນໂລຊີ ວິທະຍາສາດ ການປ່ຽນແປງສະພາບອາກາດ ແລະ ສິ່ງແວດລ້ອມ ມາເລເຊຍ ກ່າວໃນກອງປະຊຸມເສດຖະກິດໝູນວຽນ ທີ່ຈັດໂດຍ ຄະນະຜູ້ແທນສະຫະພາບເອີຣົບ ປະຈຳມາເລເຊຍ ວ່າ:

ມາເລເຊຍ ຈະຂຶ້ນຄ່ານໍ້າທີ່ຂາຍໃຫ້ ສິງກະໂປ ເຖິງ 10 ເທົ່າ

ທ່ານ ມະຫາຖີ ໂມຮໍາໝັດ ນາຍົກລັດຖະມົນຕີມາເລເຊຍ ກ່າວໃນວັນທີ 14 ສິງຫານີ້ ວ່າ: ກໍາລັງຈະພິຈາລະນາທີ່ຈະຂຶ້ນລາຄາຂາຍນໍ້າໃຫ້ ສິງກະໂປ ຫຼາຍກວ່າ 10 ເທົ່າ ເພື່ອນໍາເງິນມາຊໍາລະໜີ້ຂອງປະເທດ ພ້ອມທັງລະບຸວ່າ ຈໍາເປັນຕ້ອງມີການທົບທວນຂໍ້ຕົກລົງຂາຍນໍ້າ ເພື່ອການອຸປະໂພກບໍລິໂພກແກ່ ສິງກະໂປ ເຊິ່ງສະທ້ອນເຖິງການເພີ່ມຂຶ້ນຂອງຄ່າຄອງຊີບ. ຂະນະນີ້, ມາເລເຊຍ ຂາຍນໍ້າໃຫ້ ສິງກະໂປ ໃນລາຄາ 3...

ມາເລເຊຍ ຮວບໂຕະຮັບແທງພະນັນບານ 589 ຄົນ

ໜັງສືພິມເດິສະຕາຂອງມາເລເຊຍ ລາຍງານໃນວັນທີ 12 ກໍລະກົດນີ້ວ່າ: ເຈົ້າໜ້າທີ່ຕຳຫຼວດຈັບເຈົ້າມືຮັບພະນັນບານ 589 ຄົນ ຂະນະທີ່ການແຂ່ງຂັນບານໂລກ 2018 ລັດເຊຍ ຈະເຂົ້າສູ່ນັດຊີງຊະນະເລີດ ໃນວັນທີ 15 ກໍລະກົດນີ້. ຜູ້ບັງຄັບບັນຊາການທ້ອງຖິ່ນ ກ່າວວ່າ: ເຈົ້າໜ້າທີ່ສາມາດຢຶດເງິນພະນັນບານໂລກ ໄດ້ປະມານ 420.000 ຣິງກິດ ໃນປະຕິບັດການກວາດລ້າງການພະນັນຜິດກົດໝາຍດັ່ງກ່າວ. ຕຳຫຼວດກ່າວວ່າ: ເຈົ້າໜ້າທີ່ໄດ້ອອກປະຕິບັດການກວດຄົ້ນ 499 ແຫ່ງທົ່ວປະເທດ...