ທ່ານ ອາດິບ ຊຸນກີຟຼີ ຮອງປະທານບໍລິຫານ ແລະ ປະທານເຈົ້າໜ້າທີ່ບໍລິຫານ (CEO) ຝ່າຍກ໊າສ ແລະ ພະລັງງານໃໝ່ ບໍລິສັດປິໂຕຣນາສ ຂອງລັດຖະບານມາເລເຊຍ ກ່າວໃນງານສຳມະນາ “ ມາເລເຊຍ ກ໊າສ ຊິມໂພຊຽມ 2019 ” ທີ່ຈັດໂດຍ ສະມາຄົມກ໊າສທຳມະຊາດ ມາເລເຊຍ (MGA) ບໍ່ວ່າງບໍ່ດົນມານີ້ ວ່າ: ຂະນະນີ້, ມາເລເຊຍ ເຫຼືອພຽງຂັ້ນຕອນທົບທວນລາຄາ ກ່ອນເລີ່ມກຳນົດລາຄາກ໊າສທຳມະຊາດ ທີ່ອີງກັບລາຄາຕະຫຼາດໃນປີນີ້.

“ ການເຄື່ອນໄຫວນີ້ ຖືເປັນຕົວປ່ຽນເກມຢ່າງແທ້ຈິງ ເນື່ອງຈາກການປະຕິຮູບດ້ານກ໊າສທຳມະຊາດຂອງເຮົາ ເນັ້ນໄປທີ່ການເປີດເສລີຕະຫຼາດ ” ທ່ານ ອາດິບ ກ່າວ.

ໃນໄລຍະ 2-3 ປີ ທີ່ຜ່ານມາ, ຕະຫຼາດກ໊າສທຳມະຊາດຂອງມາເລເຊຍ ຢູ່ໃນໄລຍະປະຕິຮູບ ເຊິ່ງລວມເຖິງ ຍຸດທະສາດການຫຼຸດເງິນອຸດໜູນຂອງລັດຖະບານ ຢ່າງຄ່ອຍເປັນຄ່ອຍໄປ ເຊິ່ງຈະຫຼຸດລົງປະມານ 1,50 ຣິງກິດ ຕໍ່ 1 ລ້ານບີທີຢູ ໃນທຸກໆ 6 ເດືອນ (ບີທີຢູ ຄື ໜ່ວຍມາດຕະຖານຂອງການວັດຄ່າພະລັງງານຄວາມຮ້ອນ ໃນລະບົບອັງກິດ ໂດຍ 1 btu ເທົ່າກັບ ປະລິມານຄວາມຮ້ອນທີ່ເຮັດໃຫ້ນໍ້າ 1 ປອນ ມີອຸນຫະພູມສູງຂຶ້ນ 1 ອົງສາປາເຣນຮາຍ).

MGA ລະບຸວ່າ:

ການປັບອັດຕາເງິນອຸດໜູນ ຈະມີຂຶ້ນໃນເດືອນໜ້າ ແລະ ຄາດວ່າ ກ໊າສທຳມະຊາດທ້ອງຖິ່ນ ຈະສອດຄ້ອງກັບລາຄາຕະຫຼາດໂລກ.

“ ທ້າຍທີ່ສຸດ, ການເປີດເສລີຕະຫຼາດກ໊າສທຳມະຊາດ ທີ່ດຳເນີນຢູ່ໃນຂະນະນີ້ ຈະສົ່ງຜົນໃຫ້ອຸດສາຫະກຳນໍ້າມັນ ແລະ ກ໊າສ ແຂງແກ່ນ ແລະ ຢັ້ງຢືນຂຶ້ນ ເນື່ອງຈາກລາຄາຈະເປັນໄປຕາມກົນໄກຕະຫຼາດ ” MGA ເປີດເຜີຍ.

ຂະນະດຽວກັນ, ການດຳເນີນການລະບົບສົ່ງກ໊າສທຳມະຊາດ ແລະ ສະຖານີກ໊າສທຳມະຊາດແຫຼວ (LNG) ແກ່ບຸກຄົນທີ່ສາມ ຈະສະໜັບສະໜູນໃຫ້ມີກຸ່ມໃໝ່ເຂົ້່າສູ່ຕະຫຼາດກ໊າສ ມາເລເຊຍ ເຊິ່ງຈະກະຕຸ້ນການແຂ່ງຂັນ ເພື່ອຜົນປະໂຫຍດຂອງຜູ້ໃຊ້ກ໊າສທຳມະຊາດຊາວມາເລເຊຍ.

ທ່ານ ອາດິບ ກ່າວອີກວ່າ:

ການເປີດເສລີຕະຫຼາດ ຈະສົ່ງເສີມໃຫ້ເກີດການແຂ່ງຂັນຫຼາຍຂຶ້ນ ໃນອຸດສາຫະກຳອຸປະທານ (ອຸປະທານ ໃນພາສາອັງກິດຄື Supply ໝາຍເຖິງ ຄວາມຕ້ອງການຂາຍສິນຄ້າ ແລະ ບໍລິການ) ກ໊າສທຳມະຊາດ ແລະ ກຳຈັດຜູ້ທີ່ໄຮ້ປະສິດທິພາບໃນດ້ານນີ້ ອອກໄປ.

“ ມາເລເຊຍ ຕັ້ງເປົ້າເພີ່ມການຜະລິດກ໊າສທຳມະຊາດອີກ 1.000 ລ້ານແມັດກ້ອນຕໍ່ມື້ ຫຼື 12,5% ພາຍໃນປີ 2025 ຈາກ 8.000 ລ້ານແມັດກ້ອນຕໍ່ມື້ ໃນປັດຈຸບັນ ແລະ ເລື່ອງນີ້ ຂຶ້ນຢູ່ກັບການເຕີບໃຫຍ່ ໃນຄວາມຕ້ອງການຂອງຕະຫຼາດກ໊າສພາຍໃນປະເທດ ເມື່ອເຮົາເຮັດໃຫ້ຕະຫຼາດມີຄວາມເທົ່າທຽມ ” ທ່ານ ອາດິບ ກ່າວ.

ຂໍ້ມູນຂອງ MGA ຍັງລະບຸອີກວ່າ:

ອຸດສາຫະກຳນໍ້າມັນ ແລະ ກ໊າສທຳມະຊາດ ຂອງມາເລເຊຍ ເປັນຕົວສ້າງລາຍໄດ້ຈາກການສົ່ງອອກສູງສຸດ ອັນດັບ 2 ຂອງປະເທດ ຢູ່ທີ່ 4,68 ໝື່ນລ້ານຣິງກິດ ລະຫວ່າງ ເດືອນມັງກອນ – ເດືອນເມສາ 2019 ໂດຍໃນຈຳນວນນີ້ ກ໊າສ LNG ຄິດເປັນອັດຕາສ່ວນ 4,9% ຂອງການສົ່ງອອກທັງໝົດຂອງປະເທດ ຫຼື ມູນຄ່າ 1,58 ໝື່ນລ້ານຣິງກິດ.

ປັດຈຸບັນ, ມາເລເຊຍ ເປັນຜູ້ສົ່ງອອກກ໊າສ LNG ລາຍໃຫຍ່ທີ່ສຸດ ອັນດັບ 4 ຂອງໂລກ.