ນັກຮຽນປ່ວຍ 130 ຫຼັງຫາກໍປິດຮຽນທັ້ງເມືອງ – ໜີວິກິດມົນລະພິດ

0
699

ໃນວັນທີ 1 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ ເດິສະຕາ ແລະ ສະເຕຣດທາມ ລາຍງານກະແສວິຕົກກັງວົນ ໃນມາເລເຊຍອີກຄັ້ງ ຫຼັງຈາກນັກຮຽນປະມານ 130 ຄົນ ໃນເມືອງປາຊີກຸດັງ ລັດຢະໂຮ ມີອາການຫາຍໃຈບໍ່ສະດວກ ແລະ ປວດຮາກ ພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກໂຮງຮຽນປະຖົມສຶກສາ ແລະ ມັດທະຍົມສຶກສາ 111 ແຫ່ງ ຈາກທັງໝົດ 475 ແຫ່ງ ກັບມາເປີດການຮຽນ-ການສອນ, ຫຼັງຈາກທີ່ຕ້ອງປິດສະຖານທີ່ຮໍ່າຮຽນທັງໝົດ ໃນເມືອງປາຊີກຸດັງ ເປັນເວລາ 3 ມື້ ໃນອາທິດທີ່ຜ່ານມາ ເພາະກ໊າສພິດກະຈາຍໄປທົ່ວບໍລິເວນ ຈົນມີຜູ້ປ່ວຍເປັນ ພະຍາດທາງເດີນຫາຍໃຈຮຸນແຮງ ຈຳນວນຫຼາຍ.

ທ່ານ ກຸສຊານ ອາບູ ບາກາ ປະທານຄະນະກຳມະການດ້ານສຸຂະພາບ ລັດຢະໂຮ ກ່າວວ່າ:

State Health, Culture and Heritage Committee chairman Mohd Khuz¬zan Abu Bakar said 30 of them were sent to the district health clinics in Pasir Gudang for treatment.
State Health, Culture and Heritage Committee chairman Mohd Khuz¬zan Abu Bakar said 30 of them were sent to the district health clinics in Pasir Gudang for treatment.

ໂຮງຮຽນຈະເປີດການຮຽນ-ການສອນ ເມື່ອດັດສະນີຄຸນນະພາບອາກາດ ຢູ່ໃນສະພາບປົກກະຕິ, ທາງການຈະຍ້າຍນັກຮຽນຈາກຊັ້ນສູງໆຂອງອາຄານ ລົງມາຢູ່ຊັ້ນລຸ່ມແທນ ເນື່ອງຈາກນັກຮຽນທີ່ມີອາການປ່ວຍ ຈາກການສູດດົມກ໊າສພິດ ຮຽນຢູ່ລະຫວ່າງຊັ້ນ 3-4.

ທາງດ້ານ ທ່ານ ນາງ ໂຢ ບີ ຫຍິນ ລັດຖະມົນຕີວ່າການ ກະຊວງພະລັງງານ ວິທະຍາສາດ ສິ່ງແວດລ້ອມ ແລະ ການປ່ຽນແປງສະພາບອາກາດ ຂອງມາເລເຊຍ ກ່າວວ່າ: ຈາກການກວດສອບຕົວຢ່າງກ໊າສພິດໃນພື້ນທີ່ ພົບວ່າ ປະກອບດ້ວຍ ກ໊າສອັນຕະລາຍ ເຊັ່ນ: ເມີແຄບແທນ, ອະຄຣິໂລໄນໄຕຣ ແລະ ສາຍລະເຫີຍແອໂຄຣລີນ.

Some 130 people, including three teachers, from 15 schools were down with dizzy spells and had to seek treatment.
Some 130 people, including three teachers, from 15 schools were down with dizzy spells and had to seek treatment.

ທັ້ງນີ້, ສາເຫດຂອງກ໊າສພິດນັ້ນ ເລີ່ມມມາຈາກເຫດການພິດ ໃນລັດປະຫັງ ທີ່ເກີດວິກິດຂຶ້ນ ໃນເດືອນມີນາ ທີ່ຜ່ານມາ ຫຼັງຈາກພົບວ່າ ໂຮງງານແຫ່ງໜຶ່ງລັກລອບຖິ້ມສານພິດລົງໃນແມ່ນໍ້າ ຈົນເຖິງຂັ້ນກາຍເປັນກ໊າສພິດ ປົກຄຸມເມືອງປາຊີກຸດັງ ເຮັດໃຫ້ປະຊາຊົນຫຼາຍກວ່າ 4.000 ຄົນ ສ່ວນຫຼາຍເປັນເດັກນ້ອຍ ຕ້ອງລົ້ມປ່ວຍ ແລະ ເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍ.